ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກືອບ 40 ຄົນ ຖືກຂ້າຕາຍ ໃນການປະທະ ກັບທະຫານ ລັດຖະບານ ຢູ່ຄອງໂກ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຄອງໂກ ຄົນນຶ່ງກໍາລັງຍາມຢູ່ ຖະໜົນ ໄກ້ກັບສະຖານີໂທລະພາບ ທີ່ເມືອງຫລວງ Kinshasa.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຄອງໂກ ຄົນນຶ່ງກໍາລັງຍາມຢູ່ ຖະໜົນ ໄກ້ກັບສະຖານີໂທລະພາບ ທີ່ເມືອງຫລວງ Kinshasa.
ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ສາທາລະນະ​ລັດ ປະຊາທິປະ​ໄຕຄອງ​ໂກ
ກ່າວ​ວ່າ ກໍາລັງ​ທະຫານລັດ​ຖະບານ ​ໄດ້​ຊະນະ​ພວກ​ໂຈມ​ຕີ ທີ່
ປະກອບ​ອາວຸດ ຢູ່​ສາມແຫ່ງ​ ອອ້ມ​ແອ້ມ​ເມືອງຫລວງ ​ໂດຍ​ໄດ້
ສັງຫານພວກ​ມື​ປືນເກືອບ 40 ຄົນແລະ​ຈັບ​ໄດ້​ອີກ​ຫລາຍ​ຄົນ.

​ຜູ້​ທີ່ເຫັນ​ເຫດການ​ກ່າວ​ວ່າ ການ​ໂຈມຕີ​ໃນ​ວັນ​ຈັນວາ​ນນີ້ ແມ່ນ
​ມີ​ຂື້ນ​ໂດຍ​ພວກມື​ປືນ​ຊາວ​ໜຸ່ມ ທີ່ອ້າງ​ວ່າ​ ຈົງ​ຮັກ​ພັກດີ​ຕໍ່​ຜູ້​ທຳ
ນາຍ​ເຫດການ​ລ່ວງ​ໜ້າຄົນ​ນຶ່ງ ​ຂອງ ສາສະໜາ​ຄຣິສຕຽນ ​ຕໍ່
ຕ້ານການ​ປົກຄອງ​ ຂອງປະທານາ​ທິບໍດີ Joseph Kabila.
ການ​ສູ້​ລົບກັນ​ຍັງ​ມີລາຍ​ງານເກີດ​ຂຶ້ນ ຢູ່​ທີ່​ Lubumbashi ເມືອງ
​ໃຫຍ່​ອັນ​ດັບ​ສອງ​ຂອງຄອງ​ໂກ ອັນ​ເປັນ​ບ້ານ​ພັກ​ຂອງ​ຜູ້​ນໍາ​ທາງ​
ສາສະໜາ ທີ່​ຮູ້​ກັນໃນ ນາມ​ພະ Gideon Mukungubila.

ສະຖານທີ່ໆຖືກໂຈມຕີ ໃນ Kinshasa
ສະຖານທີ່ໆຖືກໂຈມຕີ ໃນ Kinshasa


ບໍ່​ມີລາຍ​ງານ​ວ່າ ມີ​ພົນລະ​ເຮືອນຫລື​ກໍາລັງ​ຮັກສາ​ຄວາມ​ປອດ​ໄພໄດ້ຖືກ​ສັງຫານ ​ໃນ​ການ​
ໂຈ​ມຕີ ຢູ່ທີ່​ເດີ່ນ​ເຮືອບິນ​ນາ​ໆ​ຊາດ ສະຖານີ​ໂທລະພາບ​ລັດ ​ແລະ​ຄ້າຍ​ທະຫານ​ທີ່ ເມືອງ
Kinshasa.

​ໂຄສົກ​ລັດ​ຖະ​ບານ ທ່ານ Lambert Mende ກ່າວ​ວ່າ ການ​ໂຈມ​ຕີ​ປາກົດ​ວ່າ ບໍ່ມີ​ຈຸດປະສົງ
ອື່ນໃດ ນອກ​ເໜືອ​ໄປ​ຈາກ​ເພື່ອ​ລົບ​ກວນ​ການສະ​ຫລອງ​ບຸນປີ​ໃໝ່ ຊຶ່ງທ່ານກ່າວ​ກ່ຽວ​ກັບ​
ເລື່ອງ​ນີ້ວ່າ:

“ລັດ​ຖະ​ບານ ຮ້ອງ​ປະຊາຊົນ​ຂອງ​ Kinshasa ວ່າ​ ເປັນ​ຜູ້​ເຄາະ​ຮ້າຍ​ຈາກການ​ຮຸກຮານ​ຂອງ
​ພວກກໍ່​ການ​ຮ້າຍ ແຕ່​ວ່າ ພວກ​ເຮົາ​ບໍ່​ຄາດ​ຄິດ​ວ່າ​ພວກ​ກໍ່​ການ​ຮ້າຍ ​ທີ່ມີ​ຈໍານວນ​ໝ້ອຍ
​ປະກອບ​ອາວຸດທີ່ລ້າ​ສະ​ໄໝ ​ບໍ່​ມີ​ຈຸດປະສົງ​ອື່ນ​ໃດ ນອກຈາກ ສ້າງ​ຄວາມ​ຢ້ານ​ກົວໃຫ້​ແກ່​
ປະຊາຊົນ ​ກ່ອນ​ການສະຫລອງ​ໃນວັນຂື້ນ​ປີ​ໃໝ່ ທີ່​ມີ​ຄວາມສໍາຄັນ​ສຳລັບ​ປະ​ເພນີຂອງ​ພວກ​
ເຮົານັ້ນ.”



ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ ດຳ​ເນີນ​ຊີວິດ​ໄປ​ຕາມ​ປົກກະຕິ ​ແທນ​ທີ່​ຈະ​ແຕກ ຕື່ນ​ຕໍ່​ການ​
ຂົ່ມຂູ່​ດັ່ງກ່າວ.

ທ່ານ Mende ​ເວົ້າວ່າ ພວກ​ມື​ປືນ​ປະມານ 30 ຄົນ ແມ່ນ​ພົວພັນ​ໃນການ​ໂຈມ​ຕີ ຕໍ່​ສູນ​ກາງ
ສະຖານີວິທະຍຸ ​ແລະ​ໂທລະພາບ ບ່ອນ​ທີ່​ການ​ອອກ​ອາກາດ​ໄດ້​ຖືກ​ປິດ​ລົງ​ເປັນ​ການ​ຊົ່ວຄາວ.

congo
please wait
Embed

No media source currently available

0:00 0:00:48 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG