ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄອງໂກ ກໍານົດຈະເປີດເຜີຍ ຜົນການເລືອກຕັ້ງ ຂັ້ນສຸດທ້າຍ


ຕຳຫຼວດປາບຈະລາຈົນຂອງຄອງໂກ ຂັບລົດຫຸ້ມເກາະລາຕະເວນໄປມາ ຢູ່ຕາມຖະໜົນຫົນທາງ ໃນນະຄອນຫຼວງ Kinshasa (7 ທັນວາ 2011)
ຕຳຫຼວດປາບຈະລາຈົນຂອງຄອງໂກ ຂັບລົດຫຸ້ມເກາະລາຕະເວນໄປມາ ຢູ່ຕາມຖະໜົນຫົນທາງ ໃນນະຄອນຫຼວງ Kinshasa (7 ທັນວາ 2011)

ສາທາລະນະລັດປະຊາທິປະໄຕຄອງໂກມີກຳນົດທີ່ຈະນຳເຜີຍແຜ່ຜົນຂັ້ນສຸດທ້າຍຂອງການ
ເລືອກຕັ້ງປະທານາທິບໍດີ ໃນສັບປະດາແລ້ວ ທ່າມກາງການຂົ່ມຂູ່ ທີ່ຈະເກີດຄວາມຮຸນແຮງ
ຈາກພວກສະໜັບສະໜຸນຂອງບັນດາຜູ້ສະມັກທີ່ໄດ້ຮັບຄະແນນສຽງນຳໜ້າ.

ຄະນະກຳມາທິການເລືອກຕັ້ງຂອງຄອງໂກ ຄວນນຳເຜີຍແຜ່ຜົນການເລືອກຕັ້ງດັ່ງກ່າວໃນ
ວັນອັງຄານແລ້ວ ແຕ່ໄດ້ປະກາດເລື່ອນເວລາອອກໄປ 48 ຊົ່ວໂມງ.

ຜົນການນັບຄະແນນຂັ້ນຕົ້ນ ຈາກໜ່ວຍປ່ອນບັດຕ່າງໆເກືອບ 90% ສະແດງໃຫ້ເຫັນວ່າ
ປະທານາທິບໍດີ Joseph Kabila ທີ່ສະມັກເອົາຕຳແໜ່ງຕື່ມອີກນັ້ນມີທ່າທາງວ່າຈະເປັນຜູ້
ຊະນະໂດຍໄດ້ຮັບຄະແນນສຽງທັງໝົດເກືອບ 50%. ຄູ່ແຂ່ງທີ່ມີຄະແນນສຽງໃກ້ຄຽງທ່ານ
ທີ່ສຸດກໍຄືທ່ານ Etienne Tshkisekedi ໄດ້ຮັບ 33%.

ທີ່ນະຄອນຫຼວງ Kinshasa ສ່ວນໃຫຍ່ແລ້ວ ແມ່ນຍັງຕັ້ງຢູ່ໃນຄວາມສະຫງົບແຕ່ພວກສະ
ໜັບສະໜຸນຂອງບຸກຄົນທັງສອງໃຫ້ຮ່ອງຮອຍວ່າ ຄວາມຮຸນແຮງສາມາດທີ່ຈະລະເບີດຂຶ້ນ
ໄດ້ຖ້າຜູ້ສະມັກທີ່ພວກເຂົາເຈົ້າສະໜັບສະໜຸນບໍ່ໄດ້ມີການປະກາດຊື່.

ໄດ້ມີຄຳສັ່ງໃຫ້ພວກທະຫານຢູ່ໃນທ່າກຽມພ້ອມໃນກໍລະນີທີ່ຄວາມວຸ້ນວາຍລະເບີດຂຶ້ນຂະ
ນະທີ່ອົງການສະຫະປະຊາຊາດ ສະຫະພາບຢູໂຣບ ແລະສະຫະພາບອາຟຣິກາຮຽກຮ້ອງ
ໃຫ້ພວກຜູ້ນຳທີ່ສຳຄັນຂອງພົນລະເຮືອນແລະຜູ້ນຳທາງດ້ານການເມືອງ ຕັ້ງຢູ່ໃນຄວາມສະ ຫງົບແລະຫຼີກລ້ຽງການນອງເລືອດ.

XS
SM
MD
LG