ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລົດແກ່ນຳ້ມັນ ຫຼາຍຮ້ອຍຄັນ ຖືກຈູດ ຢູ່ນອກ ນະຄອນຫຼວງ ກາບູລ (ວີດີໂອ)


ລົດແກ່ນຳ້ມັນຫລາຍຮ້ອຍຄັນ ຈອດ​ຢູ່​ເດີ່ນແຫ່ງນຶ່ງ ໃນເຂດຊານ​ເມືອງ​ ຂອງນະຄອນຫຼວງ Kabul ຖືກລອບວາງເພີງ ໂດຍພວກຫົວຮຸນແຮງ ທາລິບານ
ລົດແກ່ນຳ້ມັນຫລາຍຮ້ອຍຄັນ ຈອດ​ຢູ່​ເດີ່ນແຫ່ງນຶ່ງ ໃນເຂດຊານ​ເມືອງ​ ຂອງນະຄອນຫຼວງ Kabul ຖືກລອບວາງເພີງ ໂດຍພວກຫົວຮຸນແຮງ ທາລິບານ

ບັນດາ​ເຈົ້າ​ໜ້າ​ທີ່ ອັຟກາ​ນິສຖານ ກ່າວ​ວ່າ ລົດ​ແກ່​ນຳ້ມັນ​ຫລາຍ
​ຮ້ອຍ​ຄັນ ທີ່​ຈອດ​ຢູ່​ເດີ່ນແຫ່ງນຶ່ງ ໃນເຂດຊານ​ເມືອງ​ຂອງນະຄອນ
ຫຼວງ ​ໄດ້​ຖືກ​ວາງ​ເພີງ.

ພວກ​ຫົວ​ຮຸນ​ແຮງ​ທາ​ລິ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​
ການ​ໂຈມຕີ​ທີ່ພາ ໃຫ້ເກີດ​ໄຟ​ໄໝ້​ ແກ່​ພວກລົດແກ່​ນຳ້ມັນ​ເຫລົ່າ​ນີ້
​ໃກ້ໆ​ນະຄອນຫລວງ Kabul.

ຕຳຫລວດ ຍັງບໍ່​ສາມາດ​ບອກ​ໄດ້ເທື່ອ​ວ່າ ມີ​ການ​ບາດ​ເຈັບລົ້ມ
ຕາຍເກີດຂຶ້ນຫລື ບໍ່.

ກຳລັງ​ທາ​ລິ​ບານ ​ໄດ້​ທໍາການ​ໂຈມ​ຕີ​ຂະ​ບວນລົດ​ຂົນ​ເຄຶ່ອງຂອງອົງການ NATO ຢູ່ເປັນ​ປະຈຳ​
ໃນປາ​ກິ​ສຖານ ​ແຕ່​ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງເທື່ອວ່າ ລົດ​ແກ່​ນຳ້ມັນ​ເ​ຫຼົ່ານີ້​ ໄດ້ຂົນ​ສົ່ງ​ໃຫ້ ອົງການ NATO ຫລື​ບໍ່.

ພວກ​ທາ​ລິ​ບານ ​ໄດ້​ເພີ້​ມ​ການ​ໂຈມ​ຕີ​ຂື້ນ ​ຫວ່າງ​ມໍ່ໆມາ​ນີ້ ​ໃນ​ຂະນະ​ທີ່​ກໍ​າລັງ​ຂອງ ອົງການ NATO ພວມຖອນທະຫານອອກໄປຊຶ່ງຈະແລ້ວ​ສຳ​ເລັດໃນ​ທ້າຍ​ປີ​ນີ້. ຖ້າ​ຫາກ​ປະ​ທາ​ນາ​ທິບໍດີຄົນ​ໃໝ່​ຂອງ ອັຟການິສຖານ ເຊັນ​ຂໍ້​ຕົກລົງ​ຄວາມ​ປອດ​ໄພ​ກັບວໍ​ຊິງ​ຕັນ ທະຫານ​ສະ ຫະລັດ ປະມານ 10,000 ຄົນ​ ຈະມີໜ້າ ​ຢູ່ໃນປະ​ເທດດັ່ງກ່າວ​ອີກ​ຕໍ່​ໄປ.

AFGHANISTAN BLAZE VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG