ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫລາຍສິບຄົນ ​​ເສຍ​ຊີວິດ ​ແລະຫາຍ​ສາບ​ສູນ ຫຼັງຈາກ​ເຮືອຈົມ​ນ້ຳ ນອກຝັ່ງລີເບຍ (ວີດີໂອ)


ແຜນທີ່ ຂອງປະເທດລີເບຍ.
ແຜນທີ່ ຂອງປະເທດລີເບຍ.
ຢ່າງ​ນ້ອຍ 36 ຄົນເສຍ​ຊີວິດ ​ແລະ ຫຼາຍກວ່າ 40 ຄົນ ຫາຍ​
ສາບ​ສູນ ຫຼັງຈາກ​ເຮືອລຳ​ນຶ່ງ ​ທີ່​ບັນທຸກແຮງ​ງານຊາວອາ​ຟຣິກາ
​ໄດ້ຈົມ​ນ້ຳ ຢູ່ ນອກ​ຝັ່ງ​ທະ​ເລຂອງ​ລີ​ເບຍ ທ້າຍ​ອາທິດ​ແລ້ວ​ນີ້. ​
ໄດ້​ມີ​ການ​ພົບເຫັນ​ 24 ສົບ ​ໃນ​ວັນ​ອາທິດວານ​ນີ້.

​ເຈົ້າໜ້າ​ທີ່​ກອງທັບ​ເຮືອລີ​ເບຍ ກ່າວ​ວ່າ ​ຕົນໄດ້​ຊ່ອຍ​ເຫຼືອ 52 ຄົນ
ທີ່​ມີ ສັນຊາດ​ຕ່າງໆ ​ໃນ​ຂະ​ນະ​ທີ່ 40 ຄົນ ຍັງຫາຍ​ສາບ​ສູນຢູ່. ​
ໂຄສົກ​ຂອງ ກອງທັບ​ເຮືອ ກ່າວ​ວ່າ ພື້ນ​ເຮືອດັ່ງກ່າວ​ໄດ້​ຫຍຸບ​ລົງ ​
ບໍ່​ດົນຫຼັງຈາກເຮືອ ໄດ້ອອກ​ຈາກຝັ່ງມາ ຊຶ່ງ​ເຮັດ​ໃຫ້​ເຮືອ​ຈົມ​ລົງ.
ພວກ​ລອດ​ຊີວິດ​ກ່າວ​ວ່າ ​ ມີ​ປະມານ 130 ຄົນຢູ່​ໃນ​ເຮືອລຳ​ນັ້ນ.

​ໃນ​ວັນ​ເສົາ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ລີ​ເບຍ​ໄດ້​ຂູ່​ວ່າ​ ປະ​ເທດ​ຂອງ​ທ່ານ​ຈະ​ຊ່ອຍ
​ ເຫຼືອຊາວ​ແຮງ​ງານ ​ໃຫ້ເດີນທາງໄປ​ຮອດຢູ່​ໂຣບ ຖ້າ​ຫາກ​ວ່າ ສະຫະພາບ​ຢູ່​ໂຣບບໍ່ເຮັດ​ຫລາຍກວ່າ​ນີ້ ​ເພື່ອ​ຊ່ອຍ​ເຫຼືອປະ​ເທດ​ຂອງ​ທ່ານ ຮັບ​ມື​ກັບ​ບັນຫາ​ນີ້.

ແຮງ​ງານອາ​ຟຣິກາຫຼາຍໆຄົນ ທີ່​ຢາກຈະ​ໄປ​ຊອກ​ວຽກ​ເຮັດ​ ຢູ່​ຢູ​ໂຣບ ​ແມ່ນ​ໄປຈາກເມືອງ​ຕ່າງໆ ຕາມ​ຊາຍ​ຝັ່ງທະ​ເລ 1,600 ກິ​ໂລ​ແມັດ ຂອງ​ລີ​ເບຍ ໂດຍຫວັງວ່າຈະ​ເດີນທາງ​ໄປຮອດ ​ເກາະ​ມອລຕ້າ ຫຼື ​ເກາະ ລຳ​ເປ​ດູ​ສາ (Lampedusa) ຂອງອີຕາ​ລີ.
XS
SM
MD
LG