ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດໄຟຕົກລາງໃນ ອິນເດຍ ຢ່າງໜ້ອຍ ເສຍຊີວິດ 96 ຄົນ


ບັນດານັກກູ້ໄພ ແລະ ປະຊາຊົນ ເຕົ້າໂຮມກັນຢູ່ສະຖານ
ທີ່ເກີດເຫດລົດໄຟຕົກລາງ ໃນເມືອງ Kanpur, ລັດ Uttar Pradesh, 20 ພະຈິກ, 2016.
ບັນດານັກກູ້ໄພ ແລະ ປະຊາຊົນ ເຕົ້າໂຮມກັນຢູ່ສະຖານ ທີ່ເກີດເຫດລົດໄຟຕົກລາງ ໃນເມືອງ Kanpur, ລັດ Uttar Pradesh, 20 ພະຈິກ, 2016.

ລົດໄຟຕົກລາງໃນພາກເໜືອຂອງ ອິນເດຍ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດຢ່າງໜ້ອຍ 96 ຄົນ ແລະ ບາດເຈັບຫຼາຍກວ່າ 100 ຄົນ.

ພະນັກງານກູ້ໄພ ແລະ ອາສາສະໝັກຫຼາຍຄົນ ກຳລັງຄົ້ນຫາຜູ້ລອດຊີວິດເພີ່ມເຕີມ ຜ່ານຕູ້ ລົດໄຟທີ່ຖືກເສຍຫາຍ ຈາກການຕົກລາງໃນຕອນເຊົ້າຂອງວັນອາທິດມື້ນີ້ ໃກ້ກັບເມືອງ Kanpur ໃນລັດ Uttar Pradesh.

ລົດໂຮງໝໍຫຼາຍສິບຄັນໄດ້ຖືກສົ່ງໄປສະຖານທີ່ເກິດເຫດ.

ບໍ່ມີຄວາມຊັດເຈນໃນທັນທີທັນໃດເທື່ອວ່າ ເປັນຫຍັງຕູ້ລົດໄຟເຖິງ 14 ຕູ້ຈຶ່ງຕົກອອກຈາກ ລາງຂອງມັນ.

ນັກຮຽນຄົນໜຶ່ງຜູ້ທີ່ລອດຊີວິດໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ ວ່າພາບສົບຂອງຜູ້ຮ່ວມໂດຍ ສານນຳກັນ ຈະຫຼອກຫຼອນລາວເປັນເວລາດົນນານ ແລະ ວ່າລາວ “ຢ້ານສັ່ນໄປທົ່ວຮ່າງ ກາຍ.”

ອິນເດຍ ແມ່ນປະເທດໜຶ່ງທີ່ມີເຄືອຂ່າຍລາງລົດໄຟທີ່ໃຫຍ່ທີ່ສຸດໃນໂລກ. ມັນບໍ່ໄດ້ຮັບເງິນ ທຶນບຸລະນະຢ່າງພຽງພໍ, ແຕ່ແນວໃດກໍຕາມ, ອຸບັດເຫດທີ່ຮ້າຍແຮງແມ່ນມັກເກີດຂຶ້ນເປັນ ປະຈຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG