ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫລາຍສິບຄົນ ໃນບັງກລາແດັສ ເສຍຊີວິດ ຍ້ອນຟ້າຜ່າ


ແຜນທີ ບັງກລາແດັສ.
ແຜນທີ ບັງກລາແດັສ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ​ບັງ​ກລາ​ແດັສ ກ່າວ​ວ່າ 56 ​ຄົນ ໄດ້ເສຍ​ຊີວິດ​ຍ້ອ​ນ ຟ້າຜ່າ ຢູ່​ຫລາຍ​ແຫ່ງ​ໃນໄລຍະສອງ​ມື້​ທີ່​ຜ່ານ​ມານີ້ ​ເຮັດ​ໃຫ້​ເກີດຄວາມ​ຢ້ານ​ກົວ ຢູ່​ໃນ​ໝູ່​ປະຊາຊົນ​ຈຳນວນ​ນຶ່ງ.

ຫລັງ​ຈາກ​ມີ​ອາກາດ​ຮ້ອນ​ເອົ້າ​ຢູ່​ປະມານ​ນຶ່ງ​ອາທິດ​ ໃນບັງ​ກລາ​ແດັສ​ແລ້ວ ​ກໍໄດ້ເກີດ​ມີ​ຝົນ​ຕົກ​ຟ້າຮ້ອງຖະຫລົ່ມ 14 ​ເຂດ​ຂອງ​ປະ​ເທດ ​ໃນ​ວັນ​ພະຫັດທີ່​ຜ່ານ​ມາ ນີ້ພ້ອມ​ດ້ວຍ​ຟ້າຜ່າ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 33 ຄົນ. ຫລັງ​ຈາກ​ນັ້ນກໍ​ໄດ້​ເກີດ​ມີ​ຟ້າຜ່າອີກ​ຮອບ​ນຶ່ງ​ ຢູ່​ໃນ​ປະ​ເທດດັ່ງກ່າວ​ໃນ​ວັນ​ສຸກ​ວານ​ນີ້ ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 23 ຄົນ​. ນອກ​ນັ້ນ ຍັງ​ມີ​ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ຍ້ອນຟ້າຜ່າ ​ໃນໄລຍະສອງ​ມື້​ທີ່​ຜ່າ​ນມານີ້.

ອີງ​ຈາກ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ແລ້ວ ຄົນ​ສ່ວນ​ໃຫຍ່​ທີ່ເສຍ​ຊີວິດຫລື​ໄດ້​ຮັບ​ບາດ​ເຈັບ​ຢູ່​ທົ່ວ​ປະ​ເທດ ​ແມ່ນ​ພາກັນເຮັດ​ວຽກຢູ່​ຕາມ​ທົ່ງ​ນາຫລື​ພາກັນ​ຢູ່​ບ່ອນ​ທີ່ແປນ​ໃນ​ເວ ລາທີ່​ມີຟ້າຜ່າ.

ທ່ານ Abul Hossain ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ຄົນ​ນຶ່ງ​ໃນ​ເມືອງ Pabna ກ່າວ​ຕໍ່ ວີ​ໂອ​ເອ ວ່າ “​ໃນ​ໄລຍະ​ສອງ​ມື້ຜ່ານ​ມານີ້ ຟ້າຜ່າໄດ້​ເອົາ​ຊີວິດ​ຄົນ​ໄປ​ຢ່າງ​ໜ້ອຍ​ແປດ​ຄົນ ພຽງ​ແຕ່ຢູ່​ໃນ​ເຂດ​ເມືອງ Pabna ​ເທົ່າ​ນັ້ນ. ມີ​ຜູ້​ເສຍ​ຊີວິດ​ຫລາຍ​ເຖິງ​ 56 ຄົນຢູ່​ໃນທົ່ວ​ປະ​ເທດພາຍ ໃນ​ໄລຍະ​ພຽງສອງ​ມື້ ​ທີ່ເຮັດ​ໃຫ້​ຫລາຍ​ຄົນ​ພາກັນ​ຢ້ານ​ກົວ.”

ຢູ່​ໃນ​ບັງກລາ​ແດັສ ລະຫວ່າງ​ທີ່​ເກີດຝົນຕົກຟ້າຮ້ອງ ກ່ອນ​ລະດູ​ລົມ​ມໍ​ລະ​ສຸມ​ນັ້ນ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ຈະມີ​ຂຶ້ນ​ລະຫວ່າງ​ເ​ດືອນມີນາ ຫາ​ພຶຶດສະພານັ້ນ ຟ້າຜ່າ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ຄົນ ສ່ວນ​ຫລາຍ​ຢູ່ໃນເຂດ​ຊົນນະບົດ. ປີ​ກາຍ​ນີ້​ມີຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ຟ້າຜ່າມີ​ຢູ່ 51 ຄົນ. ​ແຕ່​ວ່າ​ໃນ​ປີ​ນີ້ ນັບ​ແຕ່່​ເດືອນ​ມີນາ​ເປັນ​ຕົ້ນ​ມາ ຈຳນວນ​ຜູ້​ເສຍ​ຊີວິດ​ໄດ້​ກາຍ​ 90 ຄົນ​ແລ້ວ ຮວມທັງ 56 ຄົນ​ທີ່​ໄດ້​ເສຍ​ຊີວິດ​ໃນ​ໄລຍະ​ສອງ​ມື້​ທີ່​ຜ່່ານມານີ້.

ທ່ານ Mohammad Riaz ​ຫົວໜ້າ​ຫ້ອງການ​ຄຸ້ມ​ຄອງ​ໄພພິບັດ​ຂອງບັງ​ກລາ​ແດັສກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ຈຳນວນຜູ້​ເສ​ຍ ຊີວິດທີ່​ສູງ​ຂຶ້ນຜິດ​ປົກກະຕິຍ້ອນ​ຟ້າ ​ໃນ​ປີ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG