ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານ ສຫລ ຄົນນຶ່ງ ໄດ້ຮັບການ ຜ່າຕັດຕໍ່ແຂນ ທັງ 2 ຂ້າງ (ວີດິໂອ)


ທ່ານ Brendan Morroco (ຊ້າຍ) ທະຫານສະຫະລັດ ທີ່ໄດ້ຮັບການຜ່າຕັດ ຕໍ່ແຂນທັງສອງເບື້ອງ ດ້ວຍຄວາມສຳເລັດ
ທ່ານ Brendan Morroco (ຊ້າຍ) ທະຫານສະຫະລັດ ທີ່ໄດ້ຮັບການຜ່າຕັດ ຕໍ່ແຂນທັງສອງເບື້ອງ ດ້ວຍຄວາມສຳເລັດ
ທະຫານ​ອາ​ເມຣິກັນຄົນ​ນຶ່ງ ​ທີ່​ເສຍ​ແຂນແລະ​ຂາ​ ຢູ່​ໃນອີຣັກ ​ໄດ້
​ຮັບ​ອະນຸຍາດ ​ໃຫ້​ອອກ​ຈາກ​ໂຮງພະຍາບານ John Hopkins
ທີ່​ເມືອງ Baltimore ລັດ Maryland ​ໃກ້​ໆກັບ​ນະຄອນຫລວງ
ວໍ​ຊິງ​ຕັນ ​ໃນ​ວັນ​ອັງຄານ​ວານ​ນີ້ ຫລັງ​ຈາກ​ໄດ້ຮັບ​ການຜ່າຕັດ​ຕໍ່
​ແຂນ​ທັງສອງ​ເບື້ອງ​ ທີ່​ບໍ່ຄ່ອຍມີກັນນັ້ນ.

ທ່ານ Brendan Marroco ອາຍຸ 26 ປີ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ມັນ​ເປັນ​ “ໜ້າອັດ​ສະ​ຈັນ” ​ທີ່​ໄດ້​ມີ​ແຂນ​ໃໝ່​ອີກ ຫລັງ​ຈາກໄດ້​ສູນ​ເສຍ ​ແຂນ​ທັງ​ສອງ​ຂ້າງຍ້ອນ​ລ​ະ​ເບີດແຄມ​ທາງ ​ໃນ​ປີ 2009. ລາວ​ເປັນ​ທະຫານສະຫະລັດຄົນ​ທໍາ​ອິດທີ່​ລອດ​ຊີວິດມາ​ໄດ້ ຫຼັງຈາກໄດ້​ສູນເສຍ​ແຂນ​ສອງ​ເບື້ອງ ​ແລະ​ຂາ​ສອງ​ເບື້ອງ ຢູ່​ໃນສົງຄາມ​ ອີຣັກ ​ແລະ​ອັຟາກ​ານິສຖານ.

ທ່ານ Marrocco ​ໄດ້​ໃຊ້​ເວລາ​ຜ່າຕັດ 13 ຊົ່ວ​ໂມງ​ໃນ​ວັນ​ທີ 18 ທັນ​ວາຜ່ານ​ມາ ​ເພື່ອ​ຕໍ່​ແຂນໃໝ່​ໃສ່ທັງສອງ​ຂ້າງ​ ​ແລະ​ລາວໄດ້​ເລີ້ມຫາຍ​ດີ​ແຕ່ນັ້ນ​ມາ. ລາວໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ລາວ​ບໍ່​ມີ​ຄວາມ​ເປັນ​ຫ່ວງ​ໃນ​ການ​ໃຊ້​ຂາ​ທຽມ ​ແຕ່​ວ່າ​ຄິດ​ຮອດ​ການ​ໃຊ້​ມື​ແທ້​ຂອງ​ລາວ.

ທ່ານ Morroco ຄາດ​ວ່າ ​ຕ້ອງ​ໄດ້​ຜ່ານ​ການ​ຝຶກ​ຫັດ​ ໃນ​ສອງ​ສາມ​ປີ​ຕໍ່ໜ້າ ເພື່ອ​ພະຍາຍາມ​
ປັບ​ປຸ​ງການ​ໃຊ້​ແຂນ​ໃໝ່​ຂອງ​ລາວ.

Transplant Recipient Describes Arms as 'Amazing'
please wait

No media source currently available

0:00 0:01:22 0:00
ລິງໂດຍກົງ
XS
SM
MD
LG