ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຸກດາວັນ ສັນຕິພອນ ແລະ ບຸນເກີດ ໜູຫ່ວງ ຄ້ວາລາງວັນ ດວງຈຳປາ ແຫ່ງປີ 2014 ໃນ ສປປ ລາວ


ມຸກດາວັນ ສັນຕິພອນ ແລະ ບຸນເກີດ ໜູຫ່ວງ ຮັບລາງວັນດວງຈຳປາ
ມຸກດາວັນ ສັນຕິພອນ ແລະ ບຸນເກີດ ໜູຫ່ວງ ຮັບລາງວັນດວງຈຳປາ


ເພງ “ຕັກບາດ​ສະຫວັນ” ນີ້​ແມ່ນ​ນຶ່ງໃນ​ຫຼາຍໆ​ເພງທີ່​ໄດ້ຮັບ
​ລາງວັນ​ເພງ​ບ້ານ​ນາ ​ໃນ​ການ​ປະກາດລາງ​ວັນດວງ​ຈຳປາ
ທີ່​ຫາ​ກໍ​ຜ່າ​ນພົ້ນ​ໄປ​ໃນ​ຫວ່າງ​ມໍ່ໆນີ້ ທີ່​ນະຄອນຫຼວງ​ວຽງ​ຈັນ
​ສປປ ລາວ​ພຸ້ນ​ ​ເປັນຜົນງານ​ເພງ​ຂອງ ​ບຸນ​ເກີດ ໜູ​ຫ່ວງ
ສິນລະປິນໜຸ່ມທີ່​ໄດ້​ຮັບ​ລາງວັນ​ດວງ​ຈຳປາ ເພງ​ບ້ານ​ນາຊາຍ
​ດີ​ເດັ່ນ ຊຶ່ງກໍ​ໄດ້​ຫຼາຍໆ​ເພງ​ທີ່​ສົ່ງ​ຊື່ເຂົ້າປະ​ກວດ ມື້​ນີ້​ວັນນະ
​ສອນ​ໄດ້​ໂອ້​ລົມ​ກັບ ​ບຸນ​ເກີດ​ ​ແລະບຸນ​ເກີດ ​ກໍ​ໄດ້​ເລົ່າ​ເຖິງ
​ເບື້ອງ​ຫຼັງຄວາມ​ເປັນ​ມາ​ໃຫ້​ຟັງ ກ່ອນ​ທີ່​ຈະ​ກາຍ​ມາ​ເປັນ​
ນັກ​ຮ້ອງ​ບ້ານ​ນາ​ທີ່​ໂດ່​ງດັງ​ຢູ່​ໃນ​ຂະນະ​ນີ້ ກໍ​ບໍ່​ທຳມະ​ດາ
ຊຶ່ງ​ບຸນ​ເກີດ​ໄດ້​ອະທິ​ບາຍ ​ໃນ​ການ​ສຳພາດ​ຕອນ​ນຶ່ງ​ວ່າ:


ບຸນເກີດ ໜູຫ່ວງ ຮັບລາງວັນດວງຈໍາປາ
ບຸນເກີດ ໜູຫ່ວງ ຮັບລາງວັນດວງຈໍາປາ

​ນອກຈາກສິນລະປິນ​ໜຸ່ມ​ແລ້ວ ວັນນະ​ສອນ​ກໍ​ໄດ້​ສໍພາດ​ກັບ
ມຸກດາ​ວັນ​ ສັນຕິ​ພອນ ​ຜ່ານ​ທາງ​ໂທລະສັບ ຈາກ​ທາດ
​ອິງ​ຮັງ ປະ​ເທດລາວ​ ​ຊຶ່ງ​ມຸກດາ​ວັນ ​ກໍ​ໄດ້​ອະທິບາຍ​ເຖິງ
​ຄວາມ​ຮູ້ສຶກ​ຂອງ​ນາງໃຫ້ຟັງ​ວ່າ ຕື່ນ​ເຕັ້ນ​ດີ​ໃຈທີ່​ວ່າ ຂໍ​ພຽງ
​ແຕ່​ໄດ້​ສົ່ງສະ​ເໜີ​ຊື່​ເຂົ້າ​ໄປ​ຮ່ວມ​ກັບ​ສິນລະປິນ​ທ່ານ​ອື່ນໆ
​ນັ້ນ ກໍ​ຖື​ວ່າ ພູ​ມໃຈ​ແລະ​ກໍ​ຊະນະ​ແລ້ວ​ ​ເຖິງ​ແມ່ນ​ວ່າຈະ​ບໍ່
​ໄດ້​ຮັບລາງວັນ​ກໍ​ຕາມ ​ຊຶ່ງ​ມຸກດາ​ວັນ​ໃຫ້​ສຳພາດ ​ໃນ​ຕອນ
​ນຶ່ງ​ວ່າ:



ມຸກດາວັນ-ສັນຕິພອນ ຮັບລາງວັນດວງຈໍາປາ
ມຸກດາວັນ-ສັນຕິພອນ ຮັບລາງວັນດວງຈໍາປາ

ມຸກດາ​ວັນ ສັນຕິ​ພອນ ​ເປັນ​ນັກ​ຮ້ອງບ້ານ​ນາ ທີ່​ເຂົ້າ​ສູ່​ວົງ
ການ​ຕັ້ງ​ແຕ່​ອາຍຸ ຍັງ​ນ້ອຍໆ​ພຸ້ນ ຮ້ອງ​ເພງເດີນ​ສາຍກັບພໍ່
​ແຕ່​ມາ​ໂດ່​ງດັງ ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້ ມີ​ຜົນງານ​ເພງ​ເປັນ​ຂອງ
​ຕົວ​ເອງຢູ່​ພໍ​ສົມຄວນ​ແລະ​ເພງ​ທີ່​ສ້າງ​ຊື່​ສຽງໃຫ້ມຸກດາ​ວັນ
ກໍ​ແມ່ນ​ເພງ “ເອີ້ນ​ອ້າຍໃສ່ໝໍ້ໜຶ້ງ” ​ແລະ​ເພງ “ສຽງ​ແຄນ​
ແທນ​ໃຈ”
ທີ່​ມຸກດາ​ວັນ​ໄດ້​ຮ້ອງ​ໂຊ​ໃນ​ງານ​ຄ່ຳຄືນ​ນັ້ນ​ດ້ວຍ​.
​ສ່ວນເພງທີ່​ໄດ້​ຮັບ​ລາງວັນ​ດວງ​ຈຳປາ ເພງ​ບ້ານ​ນາຍິງ
ດີ​ເດັ່ນ ​ແມ່ນ​ເພງ“​ເອີ້ນອ້າຍ​ໃສ່​ໝໍ້ໜຶ້ງ” ນີ້​ເປັນ​ຜົນງານ
​ເພງຂອງມຸກດາ​ວັນ ສັນຕິ​ພອນ ​ແລະກໍ​ເປັນ​ອີກ​ເພງ​ນຶ່ງ​
ຊຶ່ງ​ມຸກດາ​ວັນ​ໄດ້​ຂຶ້ນ​ກ່າວ​ໃນຂອບ​ໃຈແຟນ​ເພງ​ໃນ​ພິທີ
ມອບລາງວັນ​ດວງ​ຈຳປາ ​ໃນ​ຄືນ​ນັ້ນ​ວ່າ:

ທັງ​ບຸນ​ເກີດ ​ແລະ​ມຸກດາ​ວັນ ຖື​ວ່າ​ເປັນ​ສິນລະປິນຊາຍ-ຍິງ​ ດີ​ເດັ່ນ ທີ່ມີ​ນ້ຳ​ສຽງ​ທີ່​ເປັນ
​ເອກ​ກະ​ລັກຂ​ອງຕົວ​ເອງທີ່​ຜູ້​ຟັງ​ທ່ານໃດ ໄດ້ຟັງ​ນ້ຳ​ສຽງ​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ
​ແມ່ນ​ປະ​ທັບ​ໃຈ​ເປັນ​ທີ່​ສຸດ​. ທັງ​ສອງ​ໄດ້​ສ້າງ​ຜົນງານ​ດີໆສືບ​ສານຕຳນານ​ເພງ​ລາວ​
ບ້ານ​ນາ ​ໃຫ້​ຊາວ​ລາວ​ຮຸ້ນ​ໃໝ່​ໄດ້​ຮັບຟັງ​ກັນ ຊຶ່ງ​ທັງ​ສອງ​ໄດ້​ກ່າວ​ເຖິງ​ຄວາມ​ບາກ​ບັ່ນ
ພະຍາຍາມ​ແລະ​ຄວາມພູມ​ໃຈ ທີ່​ໄດ້​ເປັນ​ຝຶກ​ຝົນ ອົດທົນສ້າງ​ເນື້ອ​ສ້າງ​ຕົວຈົນ​ເທົ່າ
​ເຖິງ​ປະຈຸ​ບັນ​ນີ້ ດັ່ງ​ບົດ​ສຳພາດ​ຕໍ່​ໄປ​ນີ້:​ ​



ທາງ​ເຮົາ​ກໍ​ໄດ້​ຕິດ​ຕໍ່​ສິນລະປິນ​ທ່ານ​ອື່ນ​ເຊັ່ນ ນັກຮ້ອງປ໊ອບ ຜົນງານ​ເພງດີເດັ່ນເຊັ່ນ
Alexandra ທິດາວັນ ບຸນຊ່ວຍ ແຕ່ກໍບໍ່ໄດ້ຮັບຄຳຕອບກັບ​. ແຕ່ເຖິງຢ່າງໃດກໍຕາມ
ວົງການເພງໃນສປປ ລາວ ກໍຖືວ່າຄຶກຄັກ ໄດ້ຟື້ນຟູ ແລະພັດທະນາ ມາຕະຫຼອດ
ສ້າງນັກນ້ອງ ນັກສິນລະປິນໃໝ່ເລື້ອຍໆ ພໍໆກັນກັບວົງການເພງລາວໃນຕ່າງແດນ
ຈຸດປະສົງຫຼັກ ກໍຄົງແມ່ນແບບດຽວກັນທີ່ວ່າ …ເພື່ອຄົງໄວ້ໃນຄວາມມີພາສາ ແລະ
ວັດທະນະທຳ ຜ່ານທາງການດົນຕີ​ ໃຫ້ຊາວລາວທົ່ວໂລກ ໄດ້ຮັບຟັງ ແລະຮຽນຮູ້
ເຖິງທີ່ມາ​ຮີດຄອງປະເພນີຕ່າງໆ​ຈາກຄວາມໝາຍ ແລະສຳນຽງຂອງເພງ​ ແລະກ່ອນ
ຈົບການສຳພາດ ທັງສອງສິນລະປິນ ກໍໄດ້ຝາກເຖິງຜົນງານເພງຂອງທັງຄູ່ ໄວ້ກັບ
ຊາວລາວທຸກໆທ່ານໃຫ້ຊ່ອຍພາກັນອູ້ຊູ ສະໜັບສະໜູນ ຊຶ່ງທັງສອງກ່າວສະຫຼຸບວ່າ:


ລາງວັນ​ດວງ​ຈຳປາ ປີ 2014 ຄັ້ງ​ນີ້ ​ແມ່ນ​ເປັນ​ປີ ທີ 4 ທີ່​ທາງ​ບໍລິສັດ ​ແສງ​ດາຣາ com-
munication ​ເປັນ​ຜູ້​ຈັດ​ສະ​ເໜີ ຊຶ່ງ​ມີ​ການ​ມອບ​ລາງວັນ​ທັງໝົດ 19 ລາງວັນ​ດ້ວຍ​ກັນ
​ ອັນ​ມີ​ລາງວັນຜົນງານ​ເພງ​ດີ​ເດັ່ນ ຊາຍ ຍິງ: ​ເພງ​ປ໊ອບ ເພງຣ໊ອກ hip-hop ຕ່າງໆ​ນາໆ
​ພ້ອມ​ທັງ​ນັກ​ປະພັນ​ເພງ​ນຳດ້ວຍ. ທາງ VOA ຂໍ​ສົ່ງ​ແຮງ​ໃຈ​ແລະ​ຂໍໃຫ້ສິນລະປິນ​ທຸກໆ​
ຂະ​ແໜງ​ໄດ້ສືບ​ຕໍ່​ສ້າງຜົນງານ​ດີໆ ​ເພື່ອ​ໃຫ້​ເພງ​ລາວ​ຢູ່​ຄູ່​ກັບ​ລູກ​ຫຼານ​ລາວ ຕໍ່ໆ​ໄປ…



XS
SM
MD
LG