ພູໄຟໜ່ວຍນຶ່ງ ທີ່ເກາະເໜືອຂອງນີວຊີແລນ ໄດ້ລະເບີດຂື້ນເປັນຄັ້ງທໍາອິດໃນລະຍະ
115 ປີເຮັດໃຫ້ມີເຝື້ອໜາທີ່ແອອັດໄປດ້ວຍຂີ້ເຖົ່າພູໄຟລົບກວນການເດີນທາງໄປມາ
ແລະເຮັດໃຫ້ປະຊາຊົນໃນເຂດໃກ້ຄຽງຕ້ອງໄດ້ຢູ່ແຕ່ໃນເຮືອນ ໃນວັນອັງຄານນີ້.
ຫລັງຈາກທີ່ໄດ້ນອນງຽບສະຫງົບມາ ຕັ້ງແຕ່ປີ 1897 ພູ Tangariro ກໍໄດ້ລະເບີດ
ຂຶ້ນຢ່າງບໍ່ຄາດຝັນໃນຕອນແລງຂອງວັນຈັນວານນີ້ເຮັດໃຫ້ຂີ້ເຖົ່າພູໄຟພຸ່ງຂຶ້ນສູ່ທ້ອງ
ຟ້າສູງເຖິງ 6000 ແມັດ ແລະອາກາດມີກິ່ນເໝັນຂີວແຮງຄືກັນກັບໝື້.
ການລະເບີດທີ່ວ່ານີ້ໄດ້ເຮັດໃຫ້ຊາວບ້ານຕື່ນຕົກໃຈ ແຕ່ວ່າບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື
ສ້າງຄວາມເສຍຫາຍໃດໆແກ່ເຂດພາກກາງຂອງເກາະເໜືອທີ່ມີປະຊາຊົນອາ ໄສຢູ່ບໍ່
ໜາແໜ້ນປານໃດ ຊຶ່ງເປັນເຂດປ່າສະຫງວນແຫ່ງຊາດ. ການລະເບີດ ຂອງພູໄຟດັ່ງ
ກ່າວ ໄດ້ພາໃຫ້ມີການຍົກເລີກຖ້ຽວບິນທ້ອງຖິ່ນຈໍານວນນຶ່ງ ແຕ່ວ່າສາຍຖ້ຽວບິນ
ນາໆຊາດບໍ່ໄດ້ຮັບຜົນກະທົບໃດໆ.
ເຈົ້າໜ້າທີ່ນີວຊີແລນ ໄດ້ສັງເກດເຫັນວ່າມີການເໜັງຕີງຂອງແຜ່ນດິນຫຼາຍຂຶ້ນ ຢູ່ທີ່ພູ
ໄຟດັ່ງກ່າວໃນອາທິດຜ່ານມານີ້ ແຕ່ບໍ່ໄດ້ຄາດຄະເນວ່າ ພູໄຟຈະລະເບີດ. ບັດນີ້ ເຂົາ
ເຈົ້າກ່າວວ່າ ອາດຈະມີການລະເບີດເພີ່ມຕື່ມ ໂດຍຈະກາດໃຫ້ຊາບ ລ່ວງໜ້າເປັນເວລາ
ສັ້ນໆຫຼືບໍ່ມີເລີຍກໍເປັນໄດ້.
ລົບກວນການເດີນທາງໄປມາ ແລະເຮັດໃຫ້ປະຊາຊົນໃນເຂດໃກ້ຄຽງຕ້ອງໄດ້ຢູ່ແຕ່ໃນ
ເຮືອນ ໃນວັນອັງຄານນີ້.
ຫລັງຈາກທີ່ໄດ້ນອນງຽບສະຫງົບມາຕັ້ງແຕ່ປີ 1897 ພູ Tangariro ກໍໄດ້ລະເບີດຂຶ້ນ
ຢ່າງບໍ່ຄາດຝັນ ໃນຕອນແລງຂອງວັນຈັນວານນີ້ ເຮັດໃຫ້ຂີ້ເຖົ່າພູໄຟພຸ່ງຂຶ້ນສູ່ທ້ອງຟ້າ
ສູງເຖິງ 6000 ແມັດ ແລະອາກາດກິ່ນເໝັນຂີວແຮງຄືກັນກັບໝື້.
ການລະເບີດທີ່ວ່ານີ້ໄດ້ເຮັດໃຫ້ຊາວບ້ານຕື່ນຕົກໃຈ ແຕ່ວ່າບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື
ສ້າງຄວາມເສຍຫາຍໃດໆແກ່ເຂດພາກກາງຂອງເກາະເໜືອທີ່ມີປະຊາຊົນອາ ໄສຢູ່ບໍ່
ໜາແໜ້ນປານໃດ ຊຶ່ງເປັນເຂດປ່າສະຫງວນແຫ່ງຊາດ. ການລະເບີດ ຂອງພູໄຟດັ່ງກ່າວ
ໄດ້ພາໃຫ້ມີການຍົກເລີກຖ້ຽວບິນທ້ອງຖິ່ນຈໍານວນນຶ່ງ ແຕ່ວ່າສາຍຖ້ຽວບິນນາໆຊາດ
ບໍ່ໄດ້ຮັບຜົນກະທົບໃດໆ.
ເຈົ້າໜ້າທີ່ນີວຊີແລນ ໄດ້ສັງເກດເຫັນວ່າມີການເໜັງຕີງຂອງແຜ່ນດິນຫຼາຍຂຶ້ນ ຢູ່ທີ່ພູໄຟ
ດັ່ງກ່າວໃນອາທິດຜ່ານມານີ້ ແຕ່ບໍ່ໄດ້ຄາດຄະເນວ່າ ພູໄຟຈະລະເບີດ. ບັດນີ້ ເຂົາເຈົ້າ
ກ່າວວ່າ ອາດຈະມີການລະເບີດເພີ່ມຕື່ມ ໂດຍຈະກາດໃຫ້ຊາບ ລ່ວງໜ້າເປັນເວລາສັ້ນໆ
ຫຼືບໍ່ມີເລີຍກໍເປັນໄດ້.