ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ກ່າວວ່າ ທ່ານບໍ່ໄດ້ຮັບຫຍັງໝົດ ເທົ່າທີ່ຜ່ານມາ ຈາກປະທານປະເທດ Xi


ປະທານາທິບໍດີ ທ່ານ ດໍໂນ ທຣຳ ແລະ ປະທານປະເທດຈີນ ທ່ານ Xi Jinping ລະຫວ່າງການຮັບປະທານອາຫານຄໍ່າທີ່ ບ້ານພັກ ຕາກອາກາດ Mar-a-Lago ວັນທີ 6 ເມສາ 2017.
ປະທານາທິບໍດີ ທ່ານ ດໍໂນ ທຣຳ ແລະ ປະທານປະເທດຈີນ ທ່ານ Xi Jinping ລະຫວ່າງການຮັບປະທານອາຫານຄໍ່າທີ່ ບ້ານພັກ ຕາກອາກາດ Mar-a-Lago ວັນທີ 6 ເມສາ 2017.

ປະທານາທິບໍດີ Donald Trump ​ໄດ້​ກ່າວ​ພ້ອມ​ກັບມີ​ການ​ຫົວ​ນ້ອຍ​ນຶ່ງ​ຢູ່​ພິທີ​ຮັບ​ປະ
ທານ​ອາຫານ​ຄ່ຳໃນແລງ​ວັນ​ພະຫັດວານ​ນີ້ ທີ່​ທ່ານ​ໄດ້​ເປັນ​ເຈົ້​າພາບ​ຈັດ ຂຶ້ນຕ້ອນຮັບ
ປະທານ​ປະ​ເທດ ທ່ານ Xi Jinping ຫລັງ​ຈາກ​ໄດ້​ມີ​ການ​ສົນທະ ນາ​ກັນ​ຢ່າງ​ຍືດຍາວ
ວ່າ “ຂ້າພະ​ເຈົ້າ​ບໍ່ໄດ້​ຫຍັງ​ໝົດ ​ແນ່ນອນ ​ບໍ່​ໄດ້​ຫຍັງ​ໝົດ” ຈາກ​ແຂກ​ຂອງ​ທ່ານ​. ​ແຕ່​
ທ່ານ Trump ​ໄດ້​ກ່າວ​ເພີ້​ມວ່າ ​ຜູ້ນຳທັງ​ສອງ​ທີ່​ໄດ້ ​ໂອ້​ລົມ​ກັນ​ ກ່ອນ​ໜ້ານັ້ນ ​ຢູ່​ທີ່ບ້ານ
​ພັກ​ຕາກ​ອາກາດ​ຂອງ​ປະທານ​າທິບໍດີ ຢູ່​ລັດ Florida ​ນັ້ນ ໄດ້​ກາຍ​ມາ​ເປັນ “ການ​ລຶ້ງ
​ເຄີຍ​ແບບ​ມີ​ມິດຕະພາບ" ຢ່າງ​ໄວວາ ​ແລະທ່ານ​ໄດ້​ທຳນາຍ​ວ່າ “​ໃນໄລຍະ​ຍາວ​ແລ້ວ
​ພວກ​ເຮົາ​ຈະ​ມີຄວາມສຳພັນ​ອັນ​ຍິ່ງ​ໃຫຍ່ ​ແລະ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ເຫັນ​ສິ່ງ​ນັ້ນ.”

ປະ​ທານ​ປະ​ເທດ​ຈີນ ທ່ານ Xi ບໍ່​ໄດ້ໃຫ້​ຄວາມ​ເຫັນໃດໆ​ໃນ​ຂະນະ​ທີ່​ບັນດາ​ນັກ​ຂ່າວ​ຢູ່​
ໃນ​ຫ້ອງ​ຮັບ​ປະທານ​ອາຫານ ​ທີ່ Mar-a-Lago ​ແລະ​ປະທານາທິບໍດີ Trump ກໍບໍ່​ໄດ້​
ຕອບ​ຄຳ​ຖາມ​ໃດໆ​ກ່ຽວ​ກັບ ຊີ​ເຣຍ ຫລື​ເກົາຫລີ​ເໜືອ ທີ່​ໄດ້​ຖາມ​ທ່ານ​ໂດຍ​ກົງ​ຈາກ​
ພວກ​ນັກ​ຂ່າວ.

​ກ່ອນ​ໜ້ານີ້ປະທານາທິບໍດີ Trump ​ແລະ​ບັນດາ​ສະ​ມາ​ຊິກໃນຄະນະ​ລັດຖະບານ​ຂອງ
ທ່ານ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ້ງ​ວ່າ ພວກ​ທ່ານ​ຫວັງ​ວ່າ​ຈະ​ກົດ​ດັນ​ປັກ​ກິ່ງ​ໃຫ້​ດຳ​ເນີນ
​ການ​ເພີ້່ມຕື່ມ ​ເພື່ອ​ຄວບ​ຄຸມ​ການ​ພັດທະນາ​ອາວຸດ​ນິວ​ເຄລຍຂອງ​ເກົາ ຫລີ​ເໜືອ​.

​ໃນ​ການໃຫ້​ຄວາມ​ເຫັນ​ຕໍ່​ບັນດາ​ນັກ​ຂ່າວ ​ຢູ່​ເທິງ​ເຮືອບິນປະຈຳ​ຕຳ​ແໜ່​ງ Air Force
One ນັ້ນ ປະທານາທິບໍດີ Trump ກ່າວວ່າ ການ​ຂາດ​ດຸນ​ການ​ຄ້າ ປະມານ 310 ພັນ
​ລ້ານ​ໂດ​ລາຂອງ​ສະຫະລັດ​ກັບ​ຈີນ ເປັນ​ຫົວ​ຂໍ້​ສຳຄັນຢູ່​ໃນ​ລາຍການ​ປະຊຸມ.

ປະທານປະເທດຈີນ ທ່ານ Xi Jinping ແລະສະຕີໝາຍເລກນຶ່ງ ທ່ານນາງ Peng Liyuan ຮ່ວມຮັບປະທານອາຫານຄໍ່າ ເປັນເຈົ້າພາບໂດຍ ປະທານທິບໍດີສະຫະລັດ ທ່ານ ດໍໂນ ທຣຳ ທີ່ບ້ານພັກຕາກອາກາດ Mar-a-Lago ໃນເມືອງ West Palm Beach ລັດ Florida ທີ 6 ເມສາ 2017.
ປະທານປະເທດຈີນ ທ່ານ Xi Jinping ແລະສະຕີໝາຍເລກນຶ່ງ ທ່ານນາງ Peng Liyuan ຮ່ວມຮັບປະທານອາຫານຄໍ່າ ເປັນເຈົ້າພາບໂດຍ ປະທານທິບໍດີສະຫະລັດ ທ່ານ ດໍໂນ ທຣຳ ທີ່ບ້ານພັກຕາກອາກາດ Mar-a-Lago ໃນເມືອງ West Palm Beach ລັດ Florida ທີ 6 ເມສາ 2017.

“ພວກ​ເຮົາ​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ຢ່າງ​ບໍ່ເປັນ​ທຳ ​ແລະ​ໄດ້​ເຮັດ​ຂໍ້​ຕົກລົງ​ການ​ຄ້າ​ທີ່​ຂີ້
ຮ້າຍກັບ​ຈີນ​ ເປັນ​ເວລາ​ຫລາຍໆ​ປີ​ທີ່​ຜ່າ​ນມາ. ແລະ​ນັ້ນແມ່ນ​ສິ່ງ​ນຶ່ງ​ທີ່​ພວກ​ເຮົາ​ຈະ​
ສົນທະນາ​ກັນ.”

ແຕ່​ທ່ານ​ປາກົດ​ວ່າ ​ໄດ້​ເຊື່ອມໂຍງ​ບັນຫາ​ດັ່ງກ່າ​ວ ​ໃສ່ຄວາມ​ເປັນ​ຫ່ວງ​ຂອງ​ສະຫະລັດ
​ກັບ​ໂຄງການ​ອາວຸດ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US China Summit
please wait
Embed

No media source currently available

0:00 0:01:59 0:00

XS
SM
MD
LG