ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ເປີດເຜີຍ 'ການຕັດພາສີ ທີ່ໃຫຍ່ທີ່ສຸດ' ໃນປະຫວັດສາດ ຂອງສະຫະລັດ


ທ່ານປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ຢູ່ທີ່ ກະຊວງການເງິນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 21 ເມສາ 2017.
ທ່ານປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ຢູ່ທີ່ ກະຊວງການເງິນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 21 ເມສາ 2017.

ໃນວັນພຸດວານນີ້ ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ຮຽກຮ້ອງໃຫ້ຕັດພາສີ ຂອງ
ບໍລິສັດ ຂະໜາດໃຫຍ່ ເພື່ອຈະສົ່ງເສີມໃຫ້ມີ​ການ​ຂະຫຍາຍວຽກ​ເຮັດງານທຳ ຢູ່ໃນ
ເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ ແລະ ທຳ​ການປະຕິຮູບຂະໜາດໃຫຍ່ ກ່ຽວ​ກັບ
ກົດລະບຽບພາສີຂອງປະເທດ ທີ່ສະລັບສັບຊ້ອນ ຊຶ່ງອາດຈະສົ່ງຜົນກະທົບ ຕໍ່ຊາວ
ອາເມຣິກັນ ຜູ້ເສຍພາສີ ຫຼາຍໆລ້ານຄົນ.

ທ່ານທຣຳ ໄດ້ສະເໜີ ໃຫ້ຕັດອັດຕາການເສຍພາສີ ຂອງບໍລິສັດຕ່າງໆ ຊຶ່ງຖືວ່າ ສູງ
ທີ່ສຸດ ໃນບັນດາປະເທດອຸດສາຫະກຳ ຂອງໂລກ ຈາກ 35 ເປີເຊັນ ລົງ​ມາເປັນ 15
ເປີເຊັນ. ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາບໍລິສັດທີ່ດຳເນີນກິດຈະການຢູ່ຕ່າງ ປະເທດ ສາມາດນຳເອົາເງິນກຳໄລທີ່ໄດ້ຮັບ ກັບຄືນເຂົ້າມາໃນປະເທດໄດ້ ນຶ່ງຄັ້ງ ຊຶ່ງເປັນ
ມາດຕະການ ທີ່ລັດຖະມົນຕີ ກະຊວງການເງິນ ທ່ານ Steven Mnuchin ໄດ້ກ່າວ
ວ່າ ຈະນຳ​ເງິນ “ຫຼາຍພັນຕື້ໂດລາ” ກັບ​ຄືນ​ມາສູ່ສະຫະລັດ ຊຶ່ງອາດນຳໄປລົງທຶນ
ໃນການຂະຫຍາຍທຸລະກິດ ພາຍໃນປະເທດໄດ້.

ລັດຖະມົນຕີ ກະຊວງການເງິນ ທ່ານ Steven Mnuchin, ກາງຮູບ, ຮ່ວມກັບ ຜູ້ອຳນວຍການ ດ້ານເສດຖະກິດແຫ່ງຊາດ ທ່ານ Gary Cohn, ຢືນຢູ່ກາງ, ແລະ ໂຄສົກ ທຳນຽບຂາວ ທ່ານ Sean Spicer, ກ່າວ ໃນຫ້ອງກອງປະຊຸມຖະແຫລງຂ່າວ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 26 ເມສາ 2017.
ລັດຖະມົນຕີ ກະຊວງການເງິນ ທ່ານ Steven Mnuchin, ກາງຮູບ, ຮ່ວມກັບ ຜູ້ອຳນວຍການ ດ້ານເສດຖະກິດແຫ່ງຊາດ ທ່ານ Gary Cohn, ຢືນຢູ່ກາງ, ແລະ ໂຄສົກ ທຳນຽບຂາວ ທ່ານ Sean Spicer, ກ່າວ ໃນຫ້ອງກອງປະຊຸມຖະແຫລງຂ່າວ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 26 ເມສາ 2017.

“ການສ້າງວຽກເຮັດງານທຳ ແລະ ການຂະຫຍາຍໂຕຂອງເສດຖະກິດ ແມ່ນບູລິ
ມະສິດ ອັນດັບນຶ່ງ”
ນັ້ນແມ່ນຄຳເວົ້າຂອງ ຫົວໜ້າທີ່ປຶກສາດ້ານເສດຖະກິດຂອງ
ທຳນຽບຂາວ ທ່ານ Gary Cohn ຜູ້ທີ່ເຄີຍເປັນນັກບໍລິຫານດ້ານການເງິນ ຢູ່ຕະຫຼາດ
ຮຸ້ນ Wall Street. ທ່ານກ່າວຕື່ມວ່າ “ຫລັກການພື້ນຖານຂອງພວກເຮົາຢູ່ທີ່ນີ້ ກໍແມ່ນ
ວ່າ ເຮັດໃຫ້ລະບົບພາສີ ງ່າຍຂຶ້ນ ຫລຸດອັດຕາພາສີລົງຕື່ມ ແລະ ເຮັດໃຫ້ມັນງ່າຍໆ.
ພວກເຮົາບໍ່ຢາກ ປັບ​ໃໝປະຊາຊົນ. ພວກເຮົາຢາກຈະເຮັດໃຫ້ເປັນລະບົບທີ່ຍຸຕິທຳ
ຫຼາຍຂຶ້ນ. ພວກເຮົາພະຍາຍາມ ຈະກະຕຸ້ນການລົງທຶນໃນພາກສ່ວນທຸລະກິດ.”

ໃນເວລານັ້ນ ທ່ານ Gary Cohn ເປັນຫົວໜ້າບໍລິຫານງານ ຂອງບໍລິສັດ Goldman Sachs ກຳລັງອອກມາຈາກ ຕຶກ Trump Tower ໃນນະຄອນ New York, ວັນທີ 13 ທັນວາ 2016.
ໃນເວລານັ້ນ ທ່ານ Gary Cohn ເປັນຫົວໜ້າບໍລິຫານງານ ຂອງບໍລິສັດ Goldman Sachs ກຳລັງອອກມາຈາກ ຕຶກ Trump Tower ໃນນະຄອນ New York, ວັນທີ 13 ທັນວາ 2016.

ທ່ານ Mnuchin ໄດ້ເອີ້ນຂໍ້ສະເໜີນີ້ ວ່າ “ການຕັດພາສີ ໃຫຍ່ທີ່ສຸດ” ໃນປະຫວັດສາດ
ຂອງສະຫະລັດ.

ເຖິງຢ່າງໃດກໍຕາມ ທ່ານທຣຳ ບໍ່ໄດ້ນຳສະເໜີແຜນການອັນໃດອັນນຶ່ງເລີຍເພື່ອ ທີ່ຈະ
​ຊົດ​ເຊີຍ ສຳລັບການຕັດພາສີຕ່າງໆນັ້ນ ຊຶ່ງບັນດານັກວິເຄາະດ້ານເສດຖະກິດ ທີ່ເປັນ
ອິດສະຫລະ ບາງສ່ວນ ກ່າວວ່າ ຕະຫຼອດໄລຍະທົດສະວັດໜ້າ ມັນອາດຈະ​ເພີ່ມໜີ້ສິນ
ໄລຍະຍາວຂອງສະຫະລັດ ຕື່ມ​ອີກ 2 ພັນຕື້ໂດລາ ​ໃສ່​ກັບໜີ້ສິນ​ທີ່ສະສົມມາແລ້ວ
ເກືອບ 20 ພັນຕື້ໂດລາ.

ທ່ານ Mnuchin ໄດ້ກ່າວວ່າ ຄວາມຄາດໝາຍ ກໍແມ່ນວ່າ ການຕັດພາສີຂອງບໍລິສັດ
ແລະ ສ່ວນບຸກຄົນ ຈະສົ່ງເສີມໃຫ້ ເສດຖະກິດການຂະຫຍາຍຕື່ມ 3 ເປີເຊັນ ໃນແຕ່
ລະປີ ຊຶ່ງຈະເປັນການເພີ່ມຂຶ້ນ ຈາກປີກ່ອນ 1.6 ເປີເຊັນ. ແຕ່ ເສດຖະກິດຂອງ
ສະຫະລັດ ບໍ່ໄດ້ຂະຫຍາຍໂຕ 3 ເປີເຊັນ ນັບຕັ້ງແຕ່ ປີ 2005 ເປັນຕົ້ນມາ.

ທ່ານ Mnuchin ໄດ້ກ່າວວ່າ “ອັນນີ້ ຈະເປັນການຈ່າຍ​ໃຫ້​ແກ່ໂຕມັນເອງ ດ້ວຍ ການຂະຫຍາຍໂຕ ແລະ ດ້ວຍການຫລຸດລົງຂອງພາສີ ຈາກການຫັກພາສີຕ່າງໆ
ແລະ ການປິດຊ່ອງໂວ່ຂອງກົດລະບຽບ”
ຊຶ່ງທ່ານບໍ່ຫົວຊານຳ ການປະເມີນຜົນ ທີ່
ວ່າ ການຕັດພາສີຕ່າງໆ ນັ້ນ ຈະເພີ່ມໃສ່ ໜີ້ສິນຂອງສະຫະລັດ ທີ່ສະສົມມາ ແລະ
ມັນບໍ່ແມ່ນການຫລຸດລົງເລີຍ.

Trump Tax Plan
please wait
Embed

No media source currently available

0:00 0:02:13 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG