ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຕ່າວ​ປີ້ນ ນະໂຍບາຍການຕ່າງ ປະເທດ ເພື່ອໃຫ້ການຕ້ອນຮັບ ປ. el-Sissi


ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ພົບປະກັບ ປະທານາທິບໍດີ​ອີ​ຈິບ ທ່ານ Abdel Fattah el-Sissi ທີ່ຫ້ອງ Oval Office ໃນທຳນຽບຂາວ ທີ່ວໍຊີງຕັນ, 3 ເມສາ, 2017.
ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ພົບປະກັບ ປະທານາທິບໍດີ​ອີ​ຈິບ ທ່ານ Abdel Fattah el-Sissi ທີ່ຫ້ອງ Oval Office ໃນທຳນຽບຂາວ ທີ່ວໍຊີງຕັນ, 3 ເມສາ, 2017.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ຕ່າວ​ປີ້ນສາຍ​ພົວພັນອັນ​ເຢັນ​ຊາ
ມາເປັນ​ເວລາ​ຫຼາຍໆ​ປີ ກັບປະ​ເທດ​ອາຣັບທີ່​ໃຫຍ່​ທີ່​ສຸດໃນ​ໂລກ ​ໂດຍ​ໃຫ້ການຕ້ອນຮັບ
ຢ່າງ​ອົບ​ອຸ່ນ​ແກ່ປະທານາທິບໍດີ​ອີ​ຈິບ ທ່ານ Abdel Fattah el-Sissi ທີ່ທຳນຽບຂາວ ​
ແລະ​ສັນຍາ​ວ່າ ​ຈະ​ຮ່ວມມື​ກັບ​ອີ​ຈິບ ​ໃນ​ການ​ຕໍ່ສູ້ ​ຕ້ານ​ພວກ​ກໍ່​ການ​ຮ້າຍມຸສລິ​ມ ຫົວ​ຮຸນ​
ແຮງ​ຈັດ​ນັ້ນ.

ນີ້​ແມ່ນ​ການ​ມາ​ຢ້ຽມຢາມ​ທຳນຽບຂາວ ​ຄັ້ງ​ທຳ​ອິດ​ຂອງຜູ້ນຳອີ​ຈິບ ນັບ​ຕັ້ງ​ແຕ່​ອະດີດ​
ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ຕ້ອນຮັບ​ທ່ານ Hosni Mubarak ​ໃນ​ປີ 2009
ກ່ອນ​ທີ່​ທ່ານ​ຈະ​ເກີດ​ຄວາມ​ວຸ້ນວາຍ ​ທີ່​ໄດ້​ໂຄ່ນ​ລົ້ມທ່ານ ​ Mubarak ແລະ​ເກີດ​ວິ​ກິດ​ການ
ທາງ​ການ​ເມືອງ ທີ່ໄດ້ພາ​ໃຫ້ຈອມຜະ​ດັດ​ການ ອະດີດ​ນາຍ​ພົນ ທ່ານ Sissi ຂຶ້ນກຳ
ອຳນາດ.

ເຊີນຊົມ: ສະຫະລັດ 'ຢູ່ເບື້ອງຫຼັງ' ອີຈິບ, ຊຶ່ງ ທ່ານ Trump ກ່າວໄວ້

Trump: 'Very Much Behind' Egypt, President Sissi
please wait

No media source currently available

0:00 0:01:06 0:00

ທ່ານ Trump ​ໄດ້​ກ່າວ​ວ່າ “ພວກ​ເຮົາສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຢູ່​ເບື້ອງ​ຫຼັງອີ​ຈິບ ​ແລະ​
ປະຊາຊົນ​ຊາວ​ອີ​ຈິບ,
” ​ໃນ​ຂະນະ​ທີ່​ຜູ້ນຳທັງ​ສອງນັ່ງສົນທະນາ​ກັນ​ທີ່​ຫ້ອງການ Oval
ຢູ່ທຳນຽບຂາວ ​ແລະ​ທ່ານ​ຍັງ​ໄດ້ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ແມ່ນ​ຟື້ນ​ຟູ ເຮັດ​ໃຫ້​ກອງທັບ
ຂອງ​ພວກ​ເຮົາກະຕືລືລົ້ນ​ຢູ່​ໃນ​ລະດັບ​ທີ່​ສູງ​ສຸດ ​ແລະ​ຂ້າພະ​ເຈົ້າ​ຢາກ​ຈະ​ບອກ​ທ່ານ​
ວ່າ ທ່ານ​ປະທານາທິບໍດີທ່ານ​ມີ​ເພື່ອນ​ທີ່​ຍິ່ງ​ໃຫຍ່​ແລະ​ພັນທະ​ມິດຢູ່​ໃນ​ສະຫະລັດ ​
ແລະ​ຢູ່​ໃນ​ຂ້າພະ​ເຈົ້າ​ນຳ.”

​ໃນ​ທາງ​ກັບ​ກັນ ທ່ານ Sissi ​ໄດ້​ສະ​ແດງ​ອອກ ​ເຖິງ​ຄວາມ​ຊື່ນ​ຊົມ​ຢ່າງເລິກຊຶ້ງ ຕໍ່​ທ່າ​ທີ
​ອັນແຂງ​ຂັນ​ຂອງ​ທ່ານ Trump ຕໍ່​ການຕໍ່​ຕ້ານພວກ​ຫົວ​ຮຸນ​ແຮງມຸສລິ​ມກໍ່​ການ​ຮ້າຍ
ຊຶ່ງທ່ານ Sissi​ ​ໄດ້​ເນັ້ນ​ເຖິງ ນັບ​ຕັ້ງ​ແຕ່​ທ່ານ​ໄດ້ເຂົ້າກຳ​ອຳນາດ​ໃນ​ປີ 2013 ນັ້ນ.

ເຊີນຊົມ: ທ່ານ Sissi ຍົກຍ້ອງ ບົດບາດແລະຈຸດຢືນຂອງ ທ່ານ Trump ຕໍ່ຕ້ານກຸ່ມກໍ່ການຮ້າຍ

Sissi: ‘You’re Standing Very Strong in Counter Terrorism Field’
please wait

No media source currently available

0:00 0:00:43 0:00

ທ່ານ Sissi ​ໄດ້​ກ່າວ​ວ່າ “ທ່ານ​ໄດ້​ຢືນ​ຢັດ​ຢ່າງ​ແຂງ​ຂັນ​ໃນ​ການ​ຕໍ່​ສູ້ຕ້ານ​ພວກ​ກໍ່​ການ
​ຮ້າຍ ຕໍ່ຕ້ານອຸດົມ​ການ​ຜີ​ມານທີ່​ຮ້າຍ​ກາດນີ້ ທີ່ໄດ້​ເອົາ​ຊີວິດ​ພວກ​ທີ່​ບໍລິ​ສຸດໄປ ທີ່ໄດ້​

ສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ​ໃຫ້​ແກ່​ປະຊາ​ຄົມ​ທັງຫຼາຍ ​ແລະ​ປະ​ເທດຕ່າງໆ ​ແລະ​
ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່ຜູ້ທີ່​ບໍລິ​ສຸດ.”
ທ່ານ Sissi ໄດ້​ບອກ​ກັບ​ທ່ານ Trump ວ່າ ສະຫະລັດ ສາມາດ​ເຊື່ອ​ໄດ້​ວ່າ ອີ​ຈິບ​ຈະ​ຢູ່​ຄຽງ​ບ່າ​ຄຽງ​ໄຫຼ່ ​ໃນ​ການ​ນຳ​ມາຊຶ່ງ “ຍຸດ​ທະ​ສາດ​
ທີ່​ມີ​ປະ​ສິດທິ​ຜົນ​ໃນ​ຄວາມ​ພະຍາຍາມ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍນີ້.​”

ພວກ​ນັກ​ຊ່ຽວຊານປະ​ຈຳ​ຂົງ​ເຂດ ກ່າວ​ວ່າ ການສ້າງ​ຄວາມ​ກ້ຳ​ເກິ່ງ​ຕໍ່ສາຍ​ພົວພັນ​ກັບ​ຜູ້ນຳ
ອີ​ຈິບ ຍັງຈະເປັ​ນບັນຫາ​ທ້າ​ທາຍ​ໃນ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ສຳ​ລັບ​
ທ່ານ Trump ກໍ​ຄື​ກັນ​ກັບ​ທ່ານ​ໂອ​ບາ​ມາໃນ​ໄລຍະ​ຜ່ານ​ມາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ໂຄສົກທຳນຽບຂາວ ທ່ານ Sean Spicer ຂຶ້ນກ່າວໃນກອງປະຊຸມຖະແຫຼງຂ່າວ ໃນທຳນຽບຂາວ, ວໍຊີງຕັນ, 3 ເມສາ, 2017.
ໂຄສົກທຳນຽບຂາວ ທ່ານ Sean Spicer ຂຶ້ນກ່າວໃນກອງປະຊຸມຖະແຫຼງຂ່າວ ໃນທຳນຽບຂາວ, ວໍຊີງຕັນ, 3 ເມສາ, 2017.

XS
SM
MD
LG