ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ​ແລະ ພັກຣີພັບບລີກັນ ຊອກຫາ ຄະແນນສຽງ ເພື່ອຈະຍົກ​ເລີກ ​​ປະກັນ​ໄພ​ ສຸຂະພາບ ​ແຫ່ງ​ຊາດ


ປະທານສະພາຕ່ຳ ທ່ານ Paul Ryan ຈາກລັດ Wis., ສັງກັດພັກ Republican (ກາງ), ຢືນຄຽງຂ້າງກັບທ່ານ Greg Walden, ຈາກພັກ Republican ລັດ Ore., (ຂວາ),ແລະ ຜູ້ນຳສຽງສ່ວນຫຼາຍ ທ່ານ Kevin McCarthy, ຈາກລັດ Calif., ໃນກອງປະຊຸມດ້ານກົດໝາຍປະກັນສຸຂະບ, 7 ມີນາ, 2017.
ປະທານສະພາຕ່ຳ ທ່ານ Paul Ryan ຈາກລັດ Wis., ສັງກັດພັກ Republican (ກາງ), ຢືນຄຽງຂ້າງກັບທ່ານ Greg Walden, ຈາກພັກ Republican ລັດ Ore., (ຂວາ),ແລະ ຜູ້ນຳສຽງສ່ວນຫຼາຍ ທ່ານ Kevin McCarthy, ຈາກລັດ Calif., ໃນກອງປະຊຸມດ້ານກົດໝາຍປະກັນສຸຂະບ, 7 ມີນາ, 2017.

ປະທານາທິບໍດີ​ສະຫະລັດທ່ານ Donald Trump ​ແລະບັນດາ​ຜູ້ນຳລັດຖະສະພາ​ຂອງ​ພັກ Republican ​ກຳລັງ​ດີ້ນຮົນ​ເພື່ອ​ຊອກ​ຫາ​ຄະ​ແນນ​ສຽງ​ໃຫ້​ພຽງພໍສຳລັບ ຍົກ​ເລີກ​ການ​ປະຕິ​ຮູບ​ປະກັນ​ໄພ​ສຸຂະພາບແຫ່ງ​ຊາດ ​ທີ່ອະດີດ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ຖື​ວ່າ​ເປັນ​ລາຍ​ເຊັນ ໃນໄຊຊະນະ​ທາງດ້ານ​ນິຕິບັນຍັດ​ຂອງ​ທ່ານ​.

ກະ​ແຈ​ສຳຄັນ ​ໃນ​ການ​ລົງ​ຄະ​ແນນ​ສຽງ​ເພື່ອ​ຍົກ​ເລີກກົດໝາຍ​ປະກັນ​ໄພ​ສຸຂະພາບ
​ລາຄາ​ຍ່ອມ​ເຍົາທີ່​ຮູ້​ກັນ​ໃນ​ຊື່ Obamacare ນັ້ນຈະ​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້.

​ແຕ່​ເຖິງ​ແມ່ນ​ວ່າ ພັກ Republican ກຳ​ສຽງ​ສ່ວນ​ຫຼາຍ ​ໃນ​ທັງສອງສະພາກໍ​ຕາມ ການ​ຮັບ​ຜ່ານ​ຮ່າງ​ກົ​ດໝາຍ​ສະບັບ​ນີ້ ​ແມ່ນຍັງ​ໄກຄວາມ​ເປັນ​ຈິງຢູ່ ​ເພາະວ່າ ​ໄດ້​ມີການຄັດຄ້ານ ​ຈາກ​ພວກນິຍົມ​ແນວທາງ​ເດີມ​ ທີ່ກ່າວ​ວ່າ ມັນ​ຍັງ​ບໍ່​ໄດ້​ໄປ​ໄກ​ພຽງພໍ​ແລະ​ພວກ​ທີ່ນິຍົມ​ແນວທາງ​ປານກາ​ງ​ໃນ​ພັກ ຢ້ານວ່າ ຊາວ​ອາ​ເມຣິກັນຈຳນວນ​ຫຼາຍ ຈະ​ສູນ​ເສຍປະກັນ​ໄພ​ສຸຂະພາບ.

ທ່ານ Trump ​ໄດ້​ພົບ​ປະ​ກັບສະມາຊິກ​ພັກ Republican ທີ່​ຍັງ​ຄັດຄ້ານ ທັງ​ຢູ່​ທີ່ລັດຖະສະພາ ​ແລະ​ທຳນຽບຂາວ ເພື່ອ​ຊັກ​ຊວນ​ໃຫ້​ພວກ​ເຂົາ​ເຈົ້າ​ສະໜັບສະໜຸນ​ການລົງ​ຄະ​ແນນ​ສຽງຍົກ​ເລີກດັ່ງກ່າວນີ້.

ທ່ານ Trump ​ໄດ້ຂຽນລົງ​ໃນ Twitter ຂອງ​ທ່ານ ​ໃນ​ວັນພຸດ​ວານ​ນີ້​ວ່າ “ຈະ​ເປັນ​ມື້​ຍິ່ງ​ໃຫຍ່ ​ສຳລັບ​ປະກັນ​ໄພ​ສຸຂະພາບ ​ຈົ່ງ​ເຮັດວຽກ​ຢ່າງ​ແຂງ​ຂັນ.”

ປະທານາທິບໍດີ ມີ​ໝາຍ​ກຳໜົດ ​ທີ່​ຈະ​ພົບ​ປະ​ໃນ​ວັນ​ພະຫັດ​ມື້ນີ້ ​ກັບ​ບັນດາ​ສະມາຊິກ ​ຂອງ​ກຸ່ມອິດສະຫຼະພາບ ຫຼື Freedom Caucus ຊຶ່ງ​ສ່ວນ​ໃຫຍ່​ເປັນ​ສະມາຊິກ​ສະພາ​ນິຍົມ​ແນ​ວທາງ​ເດີມ.

​ໃນ​ຕົ້ນ​ສັບປະດາ​ນີ້ ທ່ານ Trump ​ໄດ້ສັນຍາ​ວ່າ ຈະ​ແກ້​ແຄ້ນທາງ​ການ​ເມືອງ ຕໍ່ບັນດາ​
ສະມາຊິກ​ສະພາ​ຕ່ຳ ທີ່ບໍ່​ໄດ້​ອອກສຽງ​ ຍົກ​ເລີກກົດໝາຍ ​ປະກັນ​ໄພ​ສຸຂະພາບ ​ແລະ​ສົ່ງ​ຮ່າງ​ກົດໝາຍ​ດັ່ງກ່າວ ໄປ​ຍັງ​ສະພາ​ສູງ ບ່ອນ​ທີ່​ຊະ​ຕາ​ກຳ​ແມ່ນ​ຍັງ​ບໍ່​ແນ່​ນອນ​ເທື່ອ​ນັ້ນ. ທ່ານ​ຍັງ​ໄດ້​ກ່າວ​ວ່າ ການ​ທີ່​ບໍ່​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ບໍ່​ຍົກ​ເລີກ ​ກົດໝາຍ Obamacare ອາດຈະເຮັດ​ໃຫ້ພວກປ່ອນ​ບັດ​ໃນ​ເຂດ​ເລືອກ ຕັ້ງ​ຂອງ​ທ່ານ​ໂກດແຄ້ນ ​ແລະ​ອາດ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ເສຍ​ບ່ອນ​ນັ່ງ ​ໃນການ​ເລືອກ​ຕັ້ງ​ສະມາຊິກ​ສະພາ ​ປີ 2018 ທີ່​ຈະ​ມາ​ເຖິງ​ນີ້.

FILE - President Donald Trump and Health and Human Services Secretary Tom Price are seen on Capitol Hill in Washington, March 21, 2017.
FILE - President Donald Trump and Health and Human Services Secretary Tom Price are seen on Capitol Hill in Washington, March 21, 2017.

“ຂ້າພະ​ເຈົ້າ​ຈະ​ມາ​ຈັດການ​ກັບ​ພວກ​ທ່ານ ​ແຕ່​ຂ້າພະ​ເຈົ້າ​ຮູ້​ດີ ວ່າ ມັນ​ບໍ່​ຈຳ​ເປັນ​ດອກ ​ເພາະວ່າຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ ພວກ​ທ່ານ​ຈະ​ລົງຄະ​ແນນ​ສຽງ​ວ່າ ​ເຫັນ​ພ້ອມນຳ,” ຊຶ່ງ​ທ່ານ
Trump ໄດ້​ບອກ​ກັບ ຝ່າຍ​ຄ້ານ​ທ່ານ​ນຶ່ງ ກໍ​ຄື ທ່ານ Mark Meadows ຜູ້​ນຳ​ຂອງ​ກຸ່ມ
Freedom Caucus ວ່າ “ການ​ເສຍໄຊໃນ​ຄັ້ງນີ້​ແມ່ນ​ເປັນ​ການ​ຮັບເອົາບໍ່​ໄດ້​ເດີ ທ່ານ.​”

ໂຄສົກຂອງທຳນຽບຂາວ ທ່ານ Sean Spicer ​ໄດ້ສະ​ແດງຄວາມ​ເຫັນ ​ໄປ​ໃນທາງ​ບວກ​ ​ໃນ​ວັນ​ພຸດ​ວານ​ນີ້ ​ໂດຍ​ບອກ​ພວກ​ນັກ​ຂ່າວ​ວ່າ ທ່ານ Trump ​ແມ່ນ​ສາມາດ​ທີ່​ຈະ​ຊັກ​ຊວນ​ສະມາຊິກ​ສະພາ​ບາງ​ທ່ານ ​ໃຫ້​ລົງ​ຄະ​ແນນ​ສຽງ​ຮັບ​ຜ່ານ​ການ​ຍົກ​ເລີກດັ່ງກ່າວ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Trump Congress Health
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG