ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Trump ໂຄສະນາຫາສຽງ ທີ່ນິວຢອກ ຫຼັງຈາກໄດ້ເສຍໄຊ ຢູ່ວິສຄັນຊິນ


ຜູ້ສະໝັກ ທີ່ມີຄະແນນສຽງນຳໜ້າຂອງພັກຣີພັບບລີກັນ ທ່ານ
Donald Trump ຊູປ້າຍທີ່ຜູ້ສະໜັບສະໜຸນຄົນນຶ່ງຍື່ນໃຫ້ທ່ານ.
ຜູ້ສະໝັກ ທີ່ມີຄະແນນສຽງນຳໜ້າຂອງພັກຣີພັບບລີກັນ ທ່ານ Donald Trump ຊູປ້າຍທີ່ຜູ້ສະໜັບສະໜຸນຄົນນຶ່ງຍື່ນໃຫ້ທ່ານ.

ຜູ້​ສະໝັກ​ເປັນ​ປະທານາທິບໍດີ ​ທີ່​ມີ​ຄະ​ແນນ​ນຳ​ໜ້າ ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Donald Trump ບໍ່​ປາກົດ​ວ່າ ມີ​ຄວາມທໍ້​ແທ້​ ໝົດ​ກຳລັງ​ໃຈ​ແຕ່​ຢ່າງ​ໃດ ​ໃນ​ການເສ​ຍ​ໄຊ​ຢ່າງ​ໃຫຍ່ ​ໃຫ້​ແກ່​ທ່ານ Ted Cruz ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນຢູ່​ລັດ​ວິສຄັນ​ຊິນໃນ​ຂະນະ​ທີ່​ທ່ານ​ກ່າວຖະ​ແຫລງຕໍ່​ຝູງ​ຊົນ​ທີ່​ໃຫ້ການ​ສະໜັບສະໜຸນ​ຢ່າງ​ກະຕືລືລົ້ນຢູ່​ນອກ​ນະຄອນ​ນິວຢອກ​ໃນ​ວັນ​ພຸດ​ວານ​ນີ້.

ນິວຢອກ​ເປັນ​ບ້ານ​ເກີດ​ຂອງ​ທ່ານ Trump ​ແລະ​ການ​ຢັ່ງຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງຂັ້ນ ຕົ້ນຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 19 ເມສາ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Trump ມີ​ຄະ​ແນນ​ນຳ​ໜ້າ​ຢ່າງ​ຫລວງຫຼາຍລື່ນ​ທ່ານ Cruz ​ແລະ​ຜູ້​ປົກຄອງ​ລັດໂອ​ຮາ​ຍ​ໂອ ທ່ານ John Kasich.

ທ່ານ Trump ໄດ້​ກ່າວ​ຕະລົກ​ຫຼິ້ນກ່ຽວ​ກັບທ່ານ Cruz ​ໃນ​ລະຫວ່າງ​ການ​ໂຄສະ​ນາ​ຫາ​ສຽງ ທີ່ Long Island ​ໂດຍເວົ້າ​ວ່າ ມີ​ປະມານ 100 ຄົນ​ເທົ່າ​ນັ້ນ ​ໄດ້ໄປຟັງ​ການ​ໂຄສະນາ​ ຂອງ​ທ່ານ Cruz ທີ່ Bronx ​ໃນ​ວັນ​ພຸດ​ວານ​ນີ້​ໃນ​ຂະນະ​ທີ່ 20,000 ຄົນມາ​ຮ່ວມ​ການ​ໂຄສະນາ​ ຂອງ​ທ່ານ Trump. ນອກ​ນັ້ນຍັງ​ມີ​ພວກປະ​ທ້ວງ​ກຸ່ມ​ນຶ່ງໂຮມ​ຊຸມນຸມ​ຢູ່​ນອກ​ບ່ອນ​ໂຄສະນາ​ ຫາ​ສຽງ​ຂອງ​ທ່ານ Trump.

ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ​ກໍໄດ້​ໄປ​ຕ້ອນຮັບ​ທ່ານ Cruz ທີ່​ກ່າວ​ວ່າ ຜູ້​ມີ​ສິດ​ປ່ອນ​ບັດ​ຮູ້ສຶກ​ເບື່ອ​ໜ່າຍ​ຕໍ່​ຄຸນຄ່າ​ຂອງນິວຢອກ. ​ເຖິງ​ແມ່ນທ່ານ Cruz ​ໄດ້​ກ່າວ​ວ່າ ການ​ໃຫ້​ຄວາ​ມ​ເຫັນ​ດັ່ງກ່າວ​ ແມ່ນ​ແນ​ໃສ່​ພວກ​ນັກ​ການ​ເມືອງ​ຫົວ​ເສລີ​ກໍ​ຕາມ ​ແຕ່ຊາວ​ນະຄອນ​ນິວຢອກ​ເຫັນ​ວ່າ ມັນ​ເປັນ​ການ​ໝິ່ນປະໝາ​ດ.

ຫລັງ​ຈາກ​ໄດ້​ຮັບ​ໄຊຊະນະ​ດ້ວຍ​ຄະ​ແນນ​ສຽງ​ຖ້ວມ​ລົ້ນທີ່​ລັດ​ວິສຄັນ​ຊິນໃນຄືນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາແລະ​ໄດ້​ຮັບ​ຜູ້ຕາງໜ້າ​ທີ່​ມີ​ທັງ​ໝົດ 42 ຄົນ​ຂອງລັດດັ່ງກ່າວ ທ່ານ Cruz ​ເອີ້ນວ່າ ມັນ​ເປັນ​ບາດ​ລ້ຽວ ​ໃນ​ການ​ແຂ່ງຂັນ​ຂອງ​ພັກ​ຣີພັບ​ບລີ​ກັນ.

​ແຕ່​ທ່ານ​ຍັງ​ມີ​ຄະ​ແນນ​ຫລຸດ​ທ່ານ Trump ຢູ່​ເມື່ອ​ເວົ້າ​ເຖິງ​ຈຳນວນ​ຜູ້ຕາງໜ້າ​ໂດຍ​ທົ່ວ​ໄປ. ຕໍ່​ໄປ​ນີ້ ທ່ານ Cruz ຈະ​ຕ້ອງ​ຊະນະ ​ດ້ວຍ​ຄະ​ແນນ​ປະມານ 90 ​ເປີ​ເຊັນ​ ຂອງ​ຈຳນວນ​ຜູ້ ຕາງໜ້າ​ທີ່​ຍັງ​ເຫລືອ​ຢູ່​ ຈຶ່ງ​ຈະ​ສາມາດ​ໄດ້​ຮັບ​ການ​ແຕ່ງຕັ້ງ ​ໃຫ້ເປັນ​ຜູ້ລົງ​ສະໝັກ​ແຂ່ງຂັນ​ ຂອງ​ພັກ​ຮີ​ພັບ​ບລີ​ກັນ.

ທ່ານ Trump ​ເອງ​ກໍ​ມີ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍຄື​ຕ້ອງ​ໄດ້​ຮັບ 60 ​ເປີ​ເຊັນ​ຂອງ ຈຳນວນ​ຜູ້ຕາງໜ້າ​ທີ່​ຍັງ​ເຫລືອ​ຢູ່ ຈຶ່ງ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງຈາກ​ພັກ ຊຶ່ງ​ເຮັດ​ໃຫ້ມີ​ທ່າ​ທາງ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ຫຼາຍຂຶ້ນທີ່​ວ່າ ​ກອງ​ປະຊຸມ​ໃຫຍ່ ​ໃນ​ເດືອນ​ກໍລະກົດຂອງ​ພັກຣີພັບ​ບລີ ກັນ ຈະ​ເປັນ​ກອງ​ປະຊຸມ​ທີ່​ເປີດ​ກວ້າງ ຄື​ບໍ່​ມີ​ຜູ້​ສະໝັກ​ຄົນ​ໃດ ​ໄດ້​ຮັບ​ຈຳນວນ​ຜູ້ຕາງໜ້າ​ພຽງພໍ​ເວລາ​ກອງ​ປະຊຸມ​ດັ່ງກ່າວໄຂ​ຂຶ້ນ.

ພັກ​ຣີພັບ​ບລີ​ກັນ ບໍ່​ໄດ້​ມີ​ກອງ​ປະຊຸມ​ໃຫຍ່ ແບບ​ເປີດ​ກວ້າງ​ ມາ​ແຕ່​ປີ 1976 ​ເວລາມື້ລາງ​ປະທານາທິບໍດີ Gerald Ford ​ແລະ​ຜູ້​ທ້າທາຍ​ຕໍ່ທ່ານຄື​ທ່ານ Ronald Reagan ຕ່າງ​ ກໍບໍ່​ມີ​ຈຳນວນ​ຜູ້ຕາງໜ້າ​ພຽງພໍ ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງຈາກພັກ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທຳ​ອິດ.

ສ່ວນ​ພັກ​ເດ​ໂມ​ແຄຣັດນັ້ນ ສະມາຊິກ​ສະພາ​ສູງ​ ຈາກ​ລັດ​ Vermont ທ່ານ Bernie San- ders ​ໄດ້​ຊະນະ ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນ ຢູ່​ທີ່ລັດ​ວິສຄັນ​ຊິນ. ທ່ານ​ໄດ້​ຊະນະ ທ່ານ​ນາງ Clinton ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນ​ແລະ​ການ​ປະຊຸມ​ປ່ອນ​ບັດຢູ່​ໃນ​ຫົກຂອງ​ຈຳ​ນວນທັງ​ໝົດ​ເຈັດ​ລັດ ​ເມື່ອ ໄວໆ​ມານີ້.

US Politics
please wait
Embed

No media source currently available

0:00 0:02:05 0:00

XS
SM
MD
LG