ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຍັງມີຄວາມຫວັງ ໄປໃນແງ່ດີ ເຖິງແມ່ນ ແຜນທີ່ ​ຄະ​ແນນ​ສຽງ​ ຜູ້ຕາງໜ້າ ຫຼຸດນ້ອຍລົງ


ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump ໄປຮອດບ່ອນໂຄສະນາຫາສຽງທີ່ເມຶອງ Johnstown ລັດ Pennsylvania.
ຜູ້ສະໝັກປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump ໄປຮອດບ່ອນໂຄສະນາຫາສຽງທີ່ເມຶອງ Johnstown ລັດ Pennsylvania.

ທ່າມກາງ​ການປະ​ເຊີນ​ໜ້າ​ກັບ​ຄວາມ​ຜິດ​ຫວັງກ່ຽວ​ກັບ​ການ​ຢັ່ງ​ສຽ​ງ ​ແລະ​ຍັງ​ເຫຼືອເວລາ​ບໍ່​ຮອດ​ສາມ​ອາທິດ ​ທີ່​ຈະແກ້​ໄຂ​ຊ່ອງ​ຫວ່າງນັ້ນ ທ່ານ Donald Trump ​ໃນ​ວັນ​ສຸກວານ​ນີ້ ​ແນວ​ໃດ​ກໍ​ຕາມ ແມ່ນ​ຍັງ​ມີ​ຄວາມ​ຕຶ່​ນ​ເຕັ້ນ ​ໃນ​ຂະນະ​ທີ່​ທ່ານ​ໂຄສະນາ​ຫາ​ສຽງຢູ່​ສອງ​ລັດ​ ທີ່ສຳຄັນ.

ຜູ້​ສະໝັກ​ປະທານາທິບໍດີ​ ສັງກັດ​ພັກ​ຣີພັບ​ບລິ​ກັນ ກ່າວ​ຕໍ່​ການໂຮມຊຸມນຸມ​ຫາ​ສຽງ ຢູ່​ໃນ​ລັດ North Carolina ກ່ອນ​ເດີນທາງ ​ໄປ​ສູ່​ລັດ Pennsylvania ​ທີ່​ຍັງ​ມີ​ການ​ຕໍ່ສູ້​ຍາດ​ແຍ່ງ​ຄະ​ແນນ​ສຽງ​ຢ່າງດຸ​ເດືອດນັ້ນວ່າ “ທີ່​ຈິງ​ແລ້ວ ​ຂ້ອຍ​ເຊື່ອ​ວ່າ ​ພວກ​ເຮົາ​ຈະ​ເປັນ​ຜູ້ຊະ ນະ.”

ທ່ານ Trump ​ໄດ້​ກ່າວ​ເນັ້ນ​ເຖິງ​ການ​ຢັ່ງ​ຫາງ​ສຽງ​ຫວ່າ​ງມໍ່ໆ​ມາ​ນີ້​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານມີ​ຄະ​ແນນ​ນຳ​ໜ້າ​ຄູ່​ແຂ່ງ​ຂອງ​ທ່ານ ຜູ້​ສະໝັກ​ປະທານາທິບໍດີ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ທີ່​ໄດ້ໂຄສະນາ​ຫາ​ສຽງ​ໃນ​ວັນ​ສຸກ​ວານ​ນີ້ ​ຢູ່ທີ່​ລັດ​ Ohio ທີ່ມີ​ການ​ຍາດ​ແຍ່ງ​ຄະ​ແນນ​ສຽງ​ກັນ​ຢ່າງ​ຝົດ​ເດືອດຢູ່​ນັ້ນ.

​ແຕ່​ໃນ​ຂະນະ​ທີ່​ການ​ແຂ່ງຂັນພວມ​ມກ້າວເຂົ້າ​ສູ່​ບັ້ນ​ສຸດ​ທ້າຍ ຄວາມ​ຈິງ​ແລ້ວ​ທ່ານ Trump ​ແມ່ນກຳລັງ​ທີ່​ຈະ​ນຳໃຫ້​ທັນ.

ທ່ານ​ນາງ Clinton ນຳ​ໜ້າ​ທ່ານ Trump 6 ​ເປີ​ເຊັ​ນ ​ຢູ່​ໃນ​ທົ່ວ​ປະ​ເທດ ອີງ​ຕາມ​ການສະ​ເລ່ຍຂອງການ​ຢັ່ງ​ສຽງ​ທີ່​ໜ້າເຊື່ອຖື​ຫລາຍ​ອົງການ ຫຼັງ​ຈາກທ່ານ​ນາງ​ໄດ້​ສະ​ແດງຄວາມ​ເຂັ້ມ​ແຂງ​ ໃນ​ການໂຕ້ວາ​ທີ ເທື່ອ​ຫລ້າ​ສຸດ​ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ຂອງ​ການ​ໂຄສະນາ​ຫາ​ສຽງ. ທ່ານ​ນາງ​ຍັງໄດ້​ປຽບ​ ທີ່ມີ​ເງິນ​ສົດລື່ນ​ຄູ່​ແຂ່ງຫລາຍສົມຄວນ ອີງ​ຕາມ​ໂຕ​ເລກການເຜີຍ​ແຜ່​ໃນ​ອາທິດ​ນີ້.

ຜູ້ສະໝັກເປັນປະທານາທິບໍດີພັກຣີພັບບລິກັນ ທ່ານ Donald Trump ຟັງຜູ້ສະໝັກ ປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ລະຫວ່າງການໂຕ້ວາທີ ຄັ້ງທີສາມ.
ຜູ້ສະໝັກເປັນປະທານາທິບໍດີພັກຣີພັບບລິກັນ ທ່ານ Donald Trump ຟັງຜູ້ສະໝັກ ປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ລະຫວ່າງການໂຕ້ວາທີ ຄັ້ງທີສາມ.

ການ​ໄດ້​ປຽບ​ທີ່ສຳຄັນ​ສຸດ ​ຂອງ​ທ່ານ​ນາງ Clinton ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ ​ເວລາ​ທ່ານ​ເບິ່ງແຜນ​ທີ່ການ​ເລືອກ​ຕັ້ງ​ໃນແຕ່​ລະ​ລັດ. ອີງ​ຕາມເວັບ​ໄຊ​ FiveThirtyEight ​ແລ້ວ ມີ​ການ​ທຳນາຍ​ວ່າທ່ານ​ນາງ Clinton ຈະ​ຊະນະ 341 ຂອງ​ຄະ​ແນນ​ສຽງ​ຜູ້ຕາງໜ້າ ປຽບທຽບ ໃສ່ກັບທ່ານ Trump ທີ່​ຈະ​ໄດ້​ຮັບ ​ແຕ່​ພຽງ 196 ​ເທົ່າ​ນັ້ນ.

ຊຶ່ງ​ເກືອບທັງ​ໝົດ​ນັ້ນ ແມ່ນເປັນຍ້ອນການມີຄະແນນນຳໜ້າແຕ່ພຽງເລັກນ້ອຍ ແຕ່ກໍສຳ ຄັນ ​ຂອງ​ທ່ານ​ນາງ Clinton ​ຢູ່ໃນສອງສາມລັດ ຊຶ່ງຕາມປະ​ເພນີ​ແລ້ວເປັນ​ລັດ​ທີ່​ອຽງ​ໄປ ມາຊຶ່ງຈະເປັນຜູ້ຕັດສິນ​ຊີ້ຂາດ ໃນການ​ເລືອກ​ຕັ້ງ​ປະທານາທິບໍດີ.

ໃນ​ໄລຍະຫລາຍໆ​ປີຜ່ານມາ ບັນດາ​ລັດ​ເຫຼົ່ານັ້ນແມ່ນຮວມທັງ Florida, Ohio, Penn- sylvania, Iowa, New Hampshire ​ແລະ​ອີກ​ຈຳນວນ​ນຶ່ງ. ​ແຕ່​ວ່າ​ປີ​ນີ້ ບັນດາ​ລັດ​ທີ່​ອຽງ​ໄປມາ ​ໄດ້ປາກົດໂຕຂຶ້ນມາເກືອບ​ຢູ່ທຸ​ກໆບ່ອນ.

ການຢັ່ງຫາງສຽງເມື່ອໄວໆມານີ້ ສະແດງໃຫ້ເຫັນວ່າ ພວມມີການແຂ່ງຂັນດ້ວຍຄະແນນ ທີ່ໃກ້ຄຽງກັນຢູ່ໃນບັນດາລັດອັນເປັນທີ່ໝັ້ນຂອງພັກຣີພັບບລີກັນມາເປັນເວລາດົນນານ ເຊັ່ນຈໍເຈຍ, ອາຣິໂຊນາ, ຢູທາ ແລະແມ່ນກະທັງເທັກຊັສ.

ອ່ານຂ່າວນີ້ເພີ້ມປັນພາສາອັງ

XS
SM
MD
LG