ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານທຣໍາ ປະຕິເສດ ຕໍ່ລາຍງານ ການສ້າງ ກຳແພງຊາຍແດນຈະໃຊ້ເງິນພາສີປະຊາຊົນ


ຄົນສົ່ງໜັງສືຜູ້ນຶ່ງ ກຳລັງສົ່ງຈົດໝາຍຢູ່ຕາມເສັ້ນທາງເຂດຊາຍ ແດນກຳແພງ ທີ່ເມືອງ Brownsville ລັດ Texas.
ຄົນສົ່ງໜັງສືຜູ້ນຶ່ງ ກຳລັງສົ່ງຈົດໝາຍຢູ່ຕາມເສັ້ນທາງເຂດຊາຍ ແດນກຳແພງ ທີ່ເມືອງ Brownsville ລັດ Texas.

ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່ ທ່ານ Donald Trump ​ໃນ​ວັນ​ສຸກ​ວານ​ນີ້​ໄດ້ ປະຕິ​ເສດ​ຕໍ່​ການກ່າວ​ອ້າງທີ່​ວ່າ ຊາວ​ອາ​ເມຣິກັນ​ຜູ້​ເສຍ​ພາສີ ຈະ​ເປັນ​ຜູ້​ຈ່າຍ​ຄ່າ​ ​ກໍ່ສ້າງ​ກຳ​ແພງຊາຍ​ແດນ ​ກັບປະ​ເທດ Mexico.

​ໃນ​ການຖ​ະ​ແຫຼງ​ຕໍ່​ໜັງສືພິມ New York Time ທ່ານ Trump ກ່າວ​ວ່າ ກຳ​ແພງນີ້ ​ໃນ​ຂັ້ນ ຕົ້ນຈະໄດ້​ຮັບທຶນຜ່ານ​ທາງ​ສະພາ ​ແຕ່​ວ່າ​ໃນ​ທີ່​ສຸດ ​ເງິນດັ່ງກ່າວ​ຈະຈ່າຍ​ຄືນໃຫ້​ໂດຍ Mexico.

ທ່ານ Trump ກ່າວ​ວ່າ “ພວກ​ເຮົາ​ຈະ​ໄດ້​ຮັບ​ເງິນຄືນ. ແຕ່​ວ່າຂ້າພະ​ເຈົ້າ​ບໍ່ຢາກ​ ລໍຖ້າດົນ​ນານ​ເກີນ​ໄປ. ​ແຕ່​ເຮົາຈະ​ເລີ້ມລົງມື​ເລີຍ ​ແລະ​ຫລັງ​ຈາກ​ນັ້ນ​ເຮົາ​ກໍຈະໄດ້​ຮັບເງິນ​ຄືນ.”

ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ Trump ​ໄດ້ມີຂຶ້ນ ​ຫລັງ​ຈາກ​ມີລາຍ​ງານ ໃນວັນ​ສຸກວານ​ນີ້ ທີ່​ກ່າວອ້າງ​ວ່າ ສະມາຊິກສະພາ​ຕໍ່າ​ພັກຣິພັບ​ບລິ​ກັນ ທີ່​ກ່າວ​ວ່າ ຄະນະ​ໂອນ​ອຳນາດຂອງ
ທ່ານ Trump ຕ້ອງການໃຫ້ເລີ້ມ​ລົງມື​ກໍ່​ສ້າງ​ກຳ​ແພງໂດຍ ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ແລະ​ຈະ​ຊອກ​ຫາ​ທຶນ​ຜ່ານຂັ້ນຕອນ​ໃນ​ການຈັດ​ສັນ​ງົບປະມານ ​ໃຫ້​ໂດຍ​ສະ​ເພາະ.

ໃນ​ໄລຍະຜ່ານ​ມາ​ທ່ານ Trump ​ໄດ້​ສະ​ເໜີແນະວ່າ Mexico ຈະ​ຈ່າຍ​ເງິນ​ຄືນໃຫ້ແກ່​ສະຫະລັດ ​ສຳລັບ​ຄ່າ​ກໍ່​ສ້າງກຳ​ແພງ. ທ່ານ​ໄດ້ສົ່ງ​ຂໍ້ຄວາມ ​ຜ່ານ​ທາງTwitter ໂດຍຮ້ອງ​ລາຍ​ງານ​ນີ້​ວ່າ “ບໍ່ເປັນທີ່ເຊື່ອ​ຖື.”

ທ່ານ​ກ່າວ​ວ່າ “ສື່ມວນຊົນບໍ່​ເປັນ​ທີ່​ເຊື່ອ​ຖື ບໍ່​ໄດ້​ລາຍ​ງານໃຫ້​ຮູ້ ກ່ຽວ​ກັບເງິນ​ທີ່​ໄດ້​ໃຊ້​ຈ່າຍ​ໃດໆ​ຕໍ່ການ​ສ້າງ​ກຳ​ແພງໃຫຍ່ (ເພື່ອ​ເຫັນ​ແກ່​ຄວາມ​ວ່ອງ​ໄວ​ນັ້ນ) ຈະ​ຖືກ ​ໃຊ້ຄືນ​ໃຫ້​ຕາມ ພາຍຫລັງ​ໂດຍ Mexico.

ຕຳຫລວດຊາຍແດນຄົນນຶ່ງ ກຳລັງຊອກຫາຜູ້ຕ້ອງສົງໄສ ຜ່ານເຂດເມືອງ Hidalgo ລັດ Texas.
ຕຳຫລວດຊາຍແດນຄົນນຶ່ງ ກຳລັງຊອກຫາຜູ້ຕ້ອງສົງໄສ ຜ່ານເຂດເມືອງ Hidalgo ລັດ Texas.

​ບັດ​ນີ້ ສະມາຊິກສະພາ​ຕໍ່າ​ພັກຣິພັບ​ບລິ​ກັນ ກຳລັງ​ພິຈາລະນາ​ແນວ​ຄິດ​ທັງ​ສອງ ​ໃນການ​ສ້າງ​ກຳ​ແພງດັ່ງກ່າວ.

​ແຜ​ນການ​ນີ້ ​ແມ່ນ​ວິວັດຫ້ອມ​ລ້ອມ​ກົດ​ໝາຍສະບັບ​ນຶ່ງ​ທີ່​ບໍ່​ຄ່ອຍ​ຮູ້​ກັນ ຊຶ່ງ​ໄດ້​ມີ ການ​ຮັບຜ່ານ​ໃນ​ປີ 2006 ທີ່​ໄດ້​ສັ່ງ​ໃຫ້​ກໍ່ສ້າງ​ກຳ​ແພງຍາວ 700 ​ໄມ​ລ໌ຢູ່​ຕາມ ຊາຍ​ແດນ​ພາກ​ໃຕ້​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG