ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານທຣຳ ປະທານາທິບໍດີ ທີ່ຖືກເລືອກໃໝ່ ຈະໄປຢ້ຽມຢາມ ທຳນຽບຂາວ ຄັ້ງທຳອິດ


ທ່ານ Donald Trump ປະທານາທິບໍດີ ທີ່​ຖືກ​ເລືອກ​ໃໝ່ ຂອງພັກຣີພັບບລີກັນ ພ້ອມດ້ວຍ ພັນລະຍາຂອງທ່ານ ທ່ານນາງ Melania Trump, ທັກທາຍກັບ ຜູ້ຄົນທ່າມກາງຝຸງຄົນ ຫຼັງຈາກການກ່າວຄຳປາໄສ ຮັບເອົາໄຊຊະນະ ຢູ່ທີ່ໂຮງແຮມ New York Hilton Midtown ໃນໃຈກາງເມືອງ New York, ວັນທີ 9 ພະຈິກ 2016.
ທ່ານ Donald Trump ປະທານາທິບໍດີ ທີ່​ຖືກ​ເລືອກ​ໃໝ່ ຂອງພັກຣີພັບບລີກັນ ພ້ອມດ້ວຍ ພັນລະຍາຂອງທ່ານ ທ່ານນາງ Melania Trump, ທັກທາຍກັບ ຜູ້ຄົນທ່າມກາງຝຸງຄົນ ຫຼັງຈາກການກ່າວຄຳປາໄສ ຮັບເອົາໄຊຊະນະ ຢູ່ທີ່ໂຮງແຮມ New York Hilton Midtown ໃນໃຈກາງເມືອງ New York, ວັນທີ 9 ພະຈິກ 2016.

ທ່ານ Donald Trump ປະທານາທິບໍດີ ທີ່​ຖືກ​ເລືອກ​ໃໝ່ຂອງສະຫະລັດ ຈະໄປປາ
ກົດໂຕ ເປັນຄັ້ງທຳອິດ ຢູ່ທີ່ທຳນຽບຂາວ ໃນວັນພະຫັດມື້ນີ້ ຫຼັງຈາກທີ່ທ່ານໄດ້ເອົາ
ຊະນະ ທ່ານນາງ Hillary Clinton ຢ່າງບໍ່ຄາດຝັນ ໃນການເລືອກຕັ້ງປະທານາທິບໍດີ ເມື່ອວັນອັງຄານຜ່ານມານີ້.

ທ່ານທຣຳ ທີ່ສັງກັດພັກຣີພັບບລີກັນ ຈະໄດ້ພົບປະກັບປະທານາທິບໍດີ ບາຣັກ ໂອບາມາ ເພື່ອເລີ່ມຕົ້ນ ການໂອນອຳນາດເທື່ອລະໜ້ອຍ ໃຫ້ທ່ານທຣຳ ກຽມພ້ອມທີ່ຈະສາບານໂຕ ເຂົ້າຮັບຕຳແໜ່ງ ໃນວັນທີ 20 ມັງກອນປີໜ້ານີ້.

Obama Comments on Trump Election Victory
please wait

No media source currently available

0:00 0:09:25 0:00


ທ່ານໂອບາມາ ໄດ້ຊ່ອຍໂຄສະນາຫາສຽງ ການເລືອກຕັ້ງ ຢ່າງໜັກ ໃຫ້ແກ່ທ່ານນາງ Clinton ແລະໄດ້ຮັບຮູ້ ໃນວັນພຸດວານນີ້ ວ່າ ການພ່າຍແພ້ນັ້ນ ແມ່ນໜັກອົກໜັກໃຈ.

ທ່ານເວົ້າວ່າ “ມັນບໍ່ແມ່ນເລື່ອງລັບເລີຍ ທີ່ປະທານາທິບໍດີທີ່ຖືກເລືອກ​ໃໝ່ ແລະ ຂ້າພະເຈົ້າ ມີບາງສິ່ງບາງຢ່າງທີ່ແຕກຕ່າງກັນ ຫຼວງຫຼາຍ. ແຕ່ຈົດຈຳໄວ້ ເມື່ອແປດ ປີກ່ອນ ປະທານາທິບໍດີ Bush ແລະ ຂ້າພະ ເຈົ້າກໍມີບາງສິ່ງບາງຢ່າງທີ່ແຕກຕ່າງກັນ ຫຼວງຫຼາຍ. ແຕ່ທີມງານຂອງປະທານາທິບໍດີ Bush ​ແມ່ນມີຄວາມເປັນມືອາຊີບຫຼາຍ
ຫຼື ມີນ້ຳໃຈຫຼາຍ ໃນການເຮັດໃຫ້ແນ່ໃຈວ່າ ພວກເຮົາໄດ້ເຮັດໃຫ້ການ​ໂອນ​ອຳນາດ ​ເປັນ​ທີ່ຮຽບຮ້ອຍດີ.”

Hillary Clinton on Painful Loss to Trump in Election
please wait

No media source currently available

0:00 0:01:28 0:00


ທ່ານໂອບາມາ ໄດ້ກ່າວວ່າ ທ່ານເອົາໃຈຊ່ອຍ ໃຫ້ທ່ານທຣຳ ປະສົບຜົນສຳເລັດ ແລະ ໄດ້ສັ່ງໃຫ້ທີມງານຂອງທຳນຽບຂາວ “ເຮັດໜ້າທີ່ໜັກເທົ່າກັນກັບທີ່ພວກເຂົາສາມາດ
ເຮັດ ເພື່ອຮັບປະກັນວ່າ ການ​ໂອນ​ອຳ ນາດໃນຄັ້ງນີ້ ຈະ​ເປັນ​ທີ່​ສຳ​ເລັດ ສຳລັບ ປະທາ ນາທິບໍດີ ທີ່ໄດ້​ຮັບເລືອກ​ໃໝ່.”

ທ່ານໂອບາມາ ໄດ້ເອີ້ນການ​ໂອນອຳນາດຢ່າງສັນຕິ ເປັນຂີດໝາຍອັນໜຶ່ງ ທີ່ສະແດງ ໃຫ້ເຫັນເຖິງ ປະຊາທິປະໄຕ ໃນສະຫະລັດ.

ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ໄດ້ເນັ້ນເຖິງຮີດ ຄອງປະເພນີ ຂອງ ການປ່ຽນຜູ້ນຳທີ່ສັນຕິ ໃນຂະນະທີ່ ທ່ານໄດ້ສະແດງຄວາມຍິນດີ ນຳທ່ານທຣຳ ໃນວັນ ພະຫັດມື້ນີ້ ແລະ ໄດ້ອວຍພອນສິ່ງທີ່ດີໆ ໃຫ້ທ່ານ ສຳລັບ “ບັນຫາທ້າທ້າຍ ອັນໃຫຍ່ ຫຼວງທັງຫຼາຍ ທີ່ທ່ານຈະໄດ້ຮັບມື​ນຳ​ນັ້ນ.”

ທ່ານແຄຣີ ໄດ້ກ່າວໃນລະຫວ່າງຢ້ຽມຢາມ ປະເທດ New Zealand ວ່າ “ດ້ວຍການ​
ໂອນ​ອຳນາດ ຄືເຊັ່ນນີ້ ເລື່ອງຕ່າງໆ ທີ່ພວກເຮົາປະເຊີນໜ້າຢູ່ ຈະບໍ່ຫາຍໄປເລີຍ. ຄຸນນະທຳທັງຫຼາຍ ທີ່ພວກເຮົາປະເຊີນໜ້າ ພວກມັນແບບໃດນັ້ນ ກໍຍັງເປັນ ຄຸນນະທຳຢູ່ຄືເກົ່າ ໃນມື້ຫຼັງຈາກການເລືອກຕັ້ງ ຄຸນນະທຳນັ້ນ ກໍມີຢູ່ໃນເໝືອນ
ມື້ກ່ອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG