ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທຣຳ ອ້າງວ່າ ມີການປ່ອນບັດ ທີ່ຜິດ ກົດໝາຍ ຊຶ່ງກຸ່ມກວດສອບຄວາມຈິງ ບໍ່ເຫັນພ້ອມນຳ

ບັນດາຜູ້ມີສິດປ່ອນບັດ ກຳລັງ ລົງຄະແນນສຽງ ໃນບັດເລືອກຕັ້ງຂອງພວກເຂົາເຈົ້າ ຢູ່ທີ່ໂຮງຮຽນປະຖົມຂັ້ນຕົ້ນ ໃນເມືອງ Hinsdale, ວັນທີ 18 ມີນາ 2014.
ບັນດາຜູ້ມີສິດປ່ອນບັດ ກຳລັງ ລົງຄະແນນສຽງ ໃນບັດເລືອກຕັ້ງຂອງພວກເຂົາເຈົ້າ ຢູ່ທີ່ໂຮງຮຽນປະຖົມຂັ້ນຕົ້ນ ໃນເມືອງ Hinsdale, ວັນທີ 18 ມີນາ 2014.

ບັນດາເຈົ້າໜ້າທີ່ ໃນລັດ Michigan ທາງພາກເໜືອ ຂອງສະຫະລັດ ໄດ້ຢັ້ງຢືນໃຫ້
ທ່ານ Donald Trump ຈາກພັກຣີພັບບລີກັນ ເປັນຜູ້ຊະນະ ຄະແນນສຽງ ການ ເລືອກຕັ້ງປະທານາທິບໍດີຂອງລັດຕໍ່ຄູ່ແຂ່ງທ່ານນາງ Hillary Clinton ດ້ວຍຄະແນນ
ສຽງ ທີ່​ລື່ນ​ກັນ ພຽງ 10,704 ຄະແນນ ຈາກເກືອບ 4 ລ້ານບັດ ທີ່ໄດ້ປ່ອນໄປນັ້ນ.

ການປະກາດຢ່າງເປັນທາງການ ໃນວັນຈັນວານນີ້ ເຮັດໃຫ້ປະທານາທິບໍດີ ທີ່ຖືກ ເລືອກໃໝ່ ໄດ້ຮັບ 16 ຄະແນນສຽງ ຜູ້ແທນ ຂອງລັດ Michigan.

ແຕ່ລັດ Michigan ແລະ ອີກສອງລັດ ບ່ອນທີ່ການເລືອກຕັ້ງ ມີ​ຄະ​ແນນສູສີກັນ ຄື
ລັດ Pennsylvania ແລະ Wisconsin ກຳລັງປະເຊີນໜ້າກັບການເປັນໄດ້ວ່າ ຈະມີການນັບຄະແນນຄືນໃໝ່.

ທ່ານນາງ Jill Stein, ຜູ້ສະໝັກເປັນປະທານາທິບໍດີ ຈາກພັກສີຂຽວ ຫຼື Green Party, ກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນ ຫລັງກອງປະຊຸມພັກ. (ພາບຖ່າຍໂດຍ G. Flakus/VOA)
ທ່ານນາງ Jill Stein, ຜູ້ສະໝັກເປັນປະທານາທິບໍດີ ຈາກພັກສີຂຽວ ຫຼື Green Party, ກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນ ຫລັງກອງປະຊຸມພັກ. (ພາບຖ່າຍໂດຍ G. Flakus/VOA)

ຜູ້ສະໝັກຈາກພັກສີຂຽວ ທ່ານນາງ Jill Stein ໄດ້ຍື່ນຄຳຮ້ອງໄປແລ້ວ ໃນລັດ Pennsylvania ແລະ Wisconsin ແລະ ກ່າວວ່າ ທ່ານນາງ ຈະເຮັດເຊັ່ນດຽວກັນ ກັບໃນລັດ Michigan.

ທ່ານນາງ Stein ກ່າວວ່າ ທ່ານບໍ່ໄດ້ພະຍາຍາມທີ່ຈະຕ່າວປີ້ນຜົນປະກາດແຫ່ງຊາດ ແຕ່ຢາກກວດເບິ່ງຄວາມຊື່ສັດ ຂອງການເລືອກຕັ້ງໃນລັດດັ່ງກ່າວ ເປັນຄັ້ງທີສອງ ບ່ອນ ທີ່ມີຜົນການເລືອກຕັ້ງມີ​ຄະ​ແນນໃກ້ຄຽງກັນ.

ທ່ານນາງເວົ້າວ່າ “ຫຼັງຈາກການເລືອກຕັ້ງປະທານາທິບໍດີ ໄດ້ມີຮອຍດ່າງ ໂດຍ ການນຳໃຊ້ພວກເຄື່ອງຈັກ ທີ່ເກົ່າແລ້ວ ແລະ ບໍ່ໜ້າເຊື່ອຖື ແລະ ຖືກກ່າວຫາວ່າ ໃນເລື່ອງທີ່ບໍ່ປົກກະຕິ ແລະ ມີການລັກເຈາະຂໍ້ມູນ, ພວກຄົນທີ່ຊັກຊວນ ໃນດ້ານ ການເມືອງ ທັງຫຼາຍ ກຳລັງຖາມກັນວ່າ ຖ້າຜົນການເລືອກຕັ້ງຂອງພວກເຮົາ ແມ່ນ ບໍ່ໜ້າເຊື່ອຖືໄດ້.”

ສູນກາງ Rockefeller ແລະຕຶກອາຄານ Rockefeller Plaza ຖືກໄຕ້ຂຶ້ນເປັນໄຟສີແດງ ແລະຟ້າ ອັນເປັນຂີດໝາຍ ຂະບວນການ ການເລືອກຕັ້ງ ຂອງທ່ານນາງ Hillary Clinton ແລະ ທ່ານ Donald Trump ແລະແຜນທີ່ ຂອງສະຫະລັດ ໄດ້ຖືກແຍງໃສ່ເດີ່ນນ້ຳກ້ອນ ຫຼິ້ນສະເກັດ, ວັນທີ 7 ພະຈິກ 2016.

ທ່ານນາງ Stein ລະດົມທຶນໄດ້ ຫຼາຍລ້ານໂດລາ ເພື່ອຊ່ອຍຈ່າຍຄ່ານັບຄະແນນສຽງ ຄືນໃໝ່. ແຕ່ບໍ່ມີຫລັກຖານໃດໆ ຂອງການສໍ້ໂກງຄະແນນສຽງ ຫຼື ເຄື່ອງລົງຄະແນນສຽງ ໄດ້ຖືກເຈາະຂໍ້ມູນ ທີ່ກວ້າງຂວາງ ຫຼັງຈາກມີການກ່າວຫາວ່າ ຣັດເຊຍມີສ່ວນພົວພັນ ໃນການບິດເບືອນຜົນການເລືອກຕັ້ງ.

ຖ້າຜົນທັງຫຼາຍ ໃນທັງສາມລັດ ໄດ້ຖືກຕ່າວປີ້ນຄືນ ຄະແນນຜູ້ແທນ 46 ຄະແນນ ຂອງ ທ່ານທຣຳ ຈະສູນເສຍ ຊຶ່ງຈະກາຍເປັນຂອງທ່ານນາງ Clinton ແລະ ຈະເຮັດໃຫ້ທ່ານ ນາງ ເປັນປະທານາທິບໍດີ ທີ່ຖືກເລືອກໃໝ່. ແຕ່ໂອກາດດັ່ງ​ກ່າວ ຈະເກີດຂຶ້ນໄດ້ ​ແມ່ນ​ມີໜ້ອຍທີ່​ສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG