ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກໝາ ຮັບການເຝິກແອບ ໃຫ້ດົມກິ່ນ ຫາໂຣກມະເຮັງ ໃນຕ່ອມນ້ຳກາມ


ຜູ້​ຊ່ຽວຊານ​ດ້ານ​ລະບົບ​ປັດ​ສະວະ ຫຼາຍທ່ານ ​ເຫັນ​ດີ​ນຳ​ກັນ​ວ່າ ການ​ກວດສອບ​ຫາໂຣກມະ​ເຮັງ ​ໃນ​ຕ່ອມ​ນ້ຳກາມ ຫຼື ​ໂປຣສ​ເຕດ ​ທີ່​ເອີ້ນກັນ​ວ່າ ການກວດ​ສອບ PSA ໃນ​ປັດຈຸບັນ​ນີ້ ​ສ່ວນ​ໃຫຍ່ ​ແລ້ວ ແມ່ນບໍ່​ໜ້າເຊື່ອ​ຖື ​ແຕ່​ມັນ​ຍັງ​ຄົງ​ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ ເພາະວ່າ ຍັງບໍ່ມີການກວດ​ສອບ​ປະເພດ​ອື່ນ​ໃດ​ເລີຍ. ບັນດາ​ນັກ ຄົ້ນຄວ້າ ​ໃນ​ອັງກິດ​ກ່າວ​ວ່າ ໃນ​ໄວໆ​ນີ້ ວິທີ​ການກວດ​ສອບ​ ດັ່ງກ່າວ ອາດຈະຖືກ ປ່ຽນໄປໃຊ້ພວກໝາ ​ທີ່ໄດ້ຮັບການເຝິກ ແອບໃຫ້ດົມເອົາກິ່ນ ຂອງ​ໂຣກມະ​ເຮັງ ທີ່​ມີ​ຜົນ​ກະທົບ ຕໍ່​ພວກ ຜູ້ຊາຍ ໜຶ່ງໃນທຸກໆເຈັດຄົນໃດ ອີງຕາມສະມາຄົມ​ໂຣກມະ​ເຮັງ ​ອາ​ເມຣິກາ. ຜູ້​ສື່​ຂ່າວ​ວີ​ໂອ​ເອ George Putic ມີລາຍ​ງານ ກ່ຽວກັບເລື້ອງນີ້ ​ເຊິ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ​

XS
SM
MD
LG