ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດຄວາມ​ສັບສົນ ​ແລະ ຄວາມ​ໂກດ​ແຄ້ນ ກ່ຽວກັບ ການຖິ້ມ ລະເບີດ ໃສ່ໂຮງໝໍ ໃນ Kunduz


Afghanistan Kunduz
please wait
Embed

No media source currently available

0:00 0:00:39 0:00

ຊົມວີດີໂອ ລາຍງານນີ້

ຄວາມ​ສັບສົນ ​ແລະ ຄວາມ​ໂກດ​ແຄນ ​ຍັງ​ຄົງມີ​ຢູ່​ຕໍ່​ມາ​ໃນ​ວັນ​
ອາທິດ​ມື້​ນີ້ ຊຶ່ງ​ເປັນມື້​ນຶ່ງຫຼັງການ​ໂຈມ​ຕີ​ທາງ​ອາກາດ ​ຢູ່​ທາງ​
ພາກ​ເໜືອ​ຂອງ​ອັຟກາ​ນິສຖານ ​ທີ່ໄດ້​ສັງຫານ ຢ່າງ​ໜ້ອຍ 19
ຄົນ ​ລວມທັງ ​ເດັກນ້ອຍ 3 ຄົນ ຢູ່​ໂຮງໝໍ ​ບໍລິຫານ​ໂດຍ ອົງການ
​ແພດ​ບໍ່​ມີ​ພົມ​ແດນ ຊຶ່ງຮູ້ຈັກ​ກັນ​ຄື MSF ທີ່​ຫຍໍ້​ມາ​ຈາກ​ພາສາ​ຝຣັ່ງ.

ສະມາ​ຊິກພະນັກງານ 12 ຄົນ ຂອງ​ກຸ່ມ​ນາຍ​ແພດດັ່ງກ່າວ ​ແມ່ນ
​ລວມຢູ່​ໃນຈຳນວນ​ຜູ້​ທີ່​ເສຍ​ຊີວິດ ຢູ່​ທີ່​ໂຮງໝໍ​ໃນ​ເມືອງ Kunduz
ຫຼັງຈາກ​ ອັນທີ່ກຸ່ມ​ນາຍ​ແພດ​ດັ່ງກ່າວ ​ໄດ້ບັນ​ລະຍາຍ ວ່າ
“ການຖິ້ມລະ​ເບີດ​ຢ່າງສືບ​ເນື່ອງ” ທີ່​ມີ​ຕໍ່ໆ​ກັນ​ເປັນ​ເວລາ​ຫຼາຍ
ກວ່າ “30 ນາທີ ຫຼັງຈາກ​ບັນດາເຈົ້າໜ້າ​ທີ່ ທະຫານ​ຂອງ​
ອາ​ເມຣິກາ ​ແລະອັຟກາ​ນິສຖານ ​ໃນ Kabul ​ແລະ Washington ​ໄດ້​ຖືກແຈ້ງໃຫ້​
ຊາບ​ຄັ້ງ​ທຳ​ອິດ”
ກ່ຽວ​ກັບ​ການ​ໂຈມ​ຕີນັ້ນ.

ທ່ານນາງ Meinie Nicolai ປະທານ ອົງການ MSF ​ໄດ້​ບັນ​ລະ​ຍາຍ ການ​ໂຈມ​ຕີ​ດັ່ງກ່າວ ​
ວ່າ “​ເປັນຕາ​ລັງ​ກຽດ ​ແລະ ​ເປັນ​ການລະ​ເມີດ​ຕໍ່​ກົດໝາຍ​ມະນຸດສະທຳ​ສາກົນ ຢ່າງ​
ຮ້າຍ​ແຮງ”
​ ແລະ ​ໄດ້​ຮຽກຮ້ອງ​ໃຫ້ມີ “ຄວາມ​ໂປ່​ງ​ໃສ​ທັງ​ໝົດ” ຈາກ​ກອງ​ກຳລັງ​ປະສົມ.

ທ່ານ​ນາງ​ໄດ້​ກ່າວ​ອີກ​ວ່າ “ພວກ​ເຮົາ​ບໍ່​ສາມາດ​ຮັບ​ໄດ້ ການ​ເສຍ​ຊີວິດ​ອັນ​ໂຫດຮ້າຍ​ນີ້
ທີ່​ຈະ​ເປັນ​ການ​ຍົກ​ເລີກ​ໄປຢ່າງ​ງ່າຍດາຍ ວ່າ​ເປັນ ‘ຄວາມ​ເສຍ​ຫາຍ​ຢ່າງ​ອື່ນ.’”

ໃນພາບຖ່າຍທີ່ບໍ່ລະບຸວັນເວລານີ້ ທີ່ເຜີຍແຜ່ໂດຍ ອົງການແພດບໍ່ມີພົມແດນ ຫຼື Doctors Without Borders (MSF) ເມື່ອວັນທີ 3 ຕຸລາ 2015, ພະນັກງານແພດ ຊາວອັຟການິສຖານ ຂອງ MSF ຮັກສາປິ່ນປົວ ພວກພົນລະເຮືອນ ທີ່ໄດ້ຮັບບາດເຈັບ ຫຼັງຈາກການບຸກໂຈມຕີ ຕໍ່ຕ້ານພວກຫົວຮຸນແຮງ ຕາລີບານ ໂດຍກອງກຳລັງ ອັຟການິສຖານ ແລະ ກອງກຳລັງປະສົມ ຢູ່ທີ່ໂຮງໝໍຂອງ MSF ໃນ Kunduz.
ໃນພາບຖ່າຍທີ່ບໍ່ລະບຸວັນເວລານີ້ ທີ່ເຜີຍແຜ່ໂດຍ ອົງການແພດບໍ່ມີພົມແດນ ຫຼື Doctors Without Borders (MSF) ເມື່ອວັນທີ 3 ຕຸລາ 2015, ພະນັກງານແພດ ຊາວອັຟການິສຖານ ຂອງ MSF ຮັກສາປິ່ນປົວ ພວກພົນລະເຮືອນ ທີ່ໄດ້ຮັບບາດເຈັບ ຫຼັງຈາກການບຸກໂຈມຕີ ຕໍ່ຕ້ານພວກຫົວຮຸນແຮງ ຕາລີບານ ໂດຍກອງກຳລັງ ອັຟການິສຖານ ແລະ ກອງກຳລັງປະສົມ ຢູ່ທີ່ໂຮງໝໍຂອງ MSF ໃນ Kunduz.

ກອງທັບ​ສະຫະລັດ ​ໄດ້ຍອມ​ຮັບ​ ວ່າ ຕົນ​ໄດ້ປະຕິບັດ​ການ ການ​ໂຈມ​ຕີ​ທາງ​ອາກາດ​ກ່ອນ​ແຈ້ງ ​
ໃນ​ບໍລິ​ເວນ ​ໂຮງໝໍ​ຂອງ MSF. ​ໂຄສົກ​ຂອງ​ກອງ​ກຳລັງ​ອາ​ເມຣິກາ ​ໃນ​ອັຟກາ​ນິສຖານ ​ໄດ້​
ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ “ອາດໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ ຄວາມ​ເສຍ​ຫາຍ​ຢ່າງ​ອື່ນ ​ໃນບໍລິ​ເວນ​ໃກ້ໆ​ ໂຮງໝໍ.”

ອົງການ MSF ​ໄດ້​ກ່າວ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ​ວ່າ ​ໂຮງໝໍ​ຮັກສາ​ຄົນ​ບາດ​ເຈັບ​ໃນ​
ເມືອງ Kunduz ​ໄດ້​ຖືກ​ຈູ່ໂຈມທາງ​ອາກາດດ້ວຍ​ລະ​ເບີດ​ຫຼາຍບັ້ນລຽນຕິດ ​ໃນຊ່ວງ​ເວລາ​
ໄລຍະ ​ຫ່າງ​ກັນ​ປະມານ 15 ນາທີ ຈາກ 2 ​ໂມງ 8 ນາທີ ຈົນ​ເຖິງ 3 ​ໂມງ 15 ນາທີ ຕອນເຊົ້າ ຕາມເວລາ​ທ້ອງ​ຖິ່ນ ຂອງ​ວັນ​ເສົາ​ວານ​ນີ້. ອົງການ MSF ​ໄດ້​ກ່າວ​ອີກ​ວ່າ ອາຄານ “ຖືກ​ໂຈມ​ຕີ​ຢ່າງ​ແມ່ນ​ຢຳ​ໃນ​ລະຫວ່າງ​ ການ​ຈູ່​ໂຈມ​ທາງ​ອາກາດ​ແຕ່ລະຄັ້ງ ​ໃນ​ຂະນະ​ທີ່ ອາຄານ​ຕ່າງໆໃນ​ອ້ອມ​ແອ້ມ ​ແມ່ນ​ບໍ່​ໄດ້​ຖືກ​ແຕະຕ້ອງ​ເລີຍ.”

ຫົວໜ້າ​ ໂຄງການ ​ໃນ​ອັຟກາ​ນິສຖານ ຂອງອົງການ MSF ທ່ານ Heman Nagarathman ​ເວົ້າວ່າ “ລະ ​ເບີດ​ຕົກ​ໃສ່ ​ແລະ ຕໍ່​ມາ​ພວກ​ເຮົາ​ໄດ້​ຍິນ​ສຽງເຮືອບິນ​ບິນ​ອ້ອມ​ໄປ​ອ້ອມ​ມາ. ມັນໄດ້​ເກີດ​ຂຶ້ນຊ້ຳ​ແລ້ວ​ຊ້ຳອີກ ອາຄານ​ໃຫຍ່​ຂອງ​ໂຮງໝໍ ​ອ້ອມ​ລ້ອມ​ໄປ​ດ້ວຍ​ແປວ​ໄຟ​ ພວກ​ຄົນ​ປ່ວຍ ຜູ້​ທີ່​ບໍ່​ສາມາດ​ໜີ​ອອກ​ໄປ​ໄດ້ ກໍ​ຖືກໄຟ​ເຜົາ​ຕາຍ ​ໃນ​ຂະນະ​ທີ່​ພວກ​ເຂົາ​ນອນ​ຄາ​ຢູ່​ຕຽງ​ພວກ​ເຂົາ.”​

Doctors Without Borders Staff Killed in Afghanistan
please wait

No media source currently available

0:00 0:00:41 0:00

Confusion and anger remain Sunday, a day after an airstrike in northern Afghanistan killed at least 19 people, including three children at a hospital run by Doctors Without Borders, known by its French acronymMSF.

Twelve staff members of the medical group were among the dead at the hospital in Kunduz after what the medical group described as "sustained bombing" that continued for more than "30 minutes after American and Afghan military officials in Kabul and Washington were first informed" of the airstrikes.

Meinie Nicolai, MSF president, described the attack as "abhorrent and a grave violation of international humanitarian law"and demanded "total transparency" from coalition forces.She said "We cannot accept that this horrific loss of life will simply be dismissed as 'collateral damage.'"

The U.S. military acknowledged it conducted a pre-dawn airstrike in the vicinity of a MSF medical facility. A spokesman for American forces in Afghanistan said a U.S. airstrike "may have resulted in collateral damage to a nearby medical facility.''

MSF said in a statement that its trauma hospital in Kunduz was hit by a series of aerial bombing raids at approximately 15 minute intervals from 2:08 a.m. until 3:15 a.m., local time Saturday.MSF said the building "was repeatedly hit very precisely during each aerial raid, while surrounding buildings were left mostly untouched."

"The bombs hit and then we heard the plane circle round," said Heman Nagarathman, MSF head of programs in northern Afghanistan. "This happened again and again . . .the main hospital building was engulfed in flames . . . patients who were unable to escape burned to death as they lay in their beds."

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG