ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກທ່ານໝໍ ກ່າວເຖິງສະພາບ ໃນນະຄອນ Aleppo ວ່າ ຮ້າຍແຮງສາຫັດ


UN Aleppo
please wait
Embed

No media source currently available

0:00 0:00:48 0:00

ໃນ​ຂະນະ​ທີ່​ພວກ​ຕໍ່ຕ້ານ​ຢູ່​ຊີ​ເຣຍ ຍັງ​ສືບ​ຕໍ່​ທຳ​ການ​ສູ້​ລົບ ​ເພື່ອ​ຈະ​ທັບ​ມ້າງ​ການ​ປິດ​ລ້ອມ ຂອງລັດຖະບານ​ທ່ານ Assad ທີ່​ນະຄອນ Aleppo ພວກ​ພະນັກງານ​ສາທາລະນະ​ສຸກ​ໄດ້​ບອກ​ກັບ​ບັນດາ​ນັກ​ການ​ທູດ​ຂອງອົງການ​ສະຫະ​ປະຊາ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຊີ​ເຣຍ ໄດ້​ກາຍ​ມາ​ເປັນນະຮົກ​.

ດຣ. Zaher Shaloul ຈາກ​ອົງການສັງຄົມການ​ແພດ​ຂອງ​ຊາວ​ອາ​ເມຣິກັນ​ເຊື້ອ​ສາຍ​ຊີ​ເຣຍ ຫຼື SAMS ທີ່​ມີ​ສຳນັກງານ​ໃນ​ນະຄອນ Chicago ​ໄດ້​ບອກ​ກັບສະມາຊິກ​ຂອງ​ສະພາ​ຄວາມ ໝັ້ນຄົງ​ສະຫະ​ປະຊາ​ຊາດວ່າ “ພວກ​ເດັກນ້ອຍ​ໃນນະຄອນ Aleppo ​ແມ່ນ​ບໍ່​ມີ​ຮອດ​ນົມ​ດື່ມ ​ພວກ​ທ່ານໝໍ​ແມ່ນຂາດ​ແຄນ​ເປັນ​ທີ່​ສຸດໃນພວກ​ຢຸກຢາ ​ເລືອດ ​ເຄື່ອງ​ຫຍິບຄົນ​ເຈັບ ​ແລະ​ລະບົບ​ຖ່າຍ​ເທ​ອາກາດ ​ແລະ ພວກ​ຜູ້​ຄົນ​ບໍ່​ມີ​ເຂົ້າ​ຈີ່ ຊີ້ນແລະແກັສຄົວກິນ.”

ດຣ. Samer Attar ຜຸ້ຊຶ່ງ​ເຮັດ​ວຽກ​ກັບ​ອົງການ SAMS ເຊັ່ນ​ດຽວ​ກັນໄດ້ເອົາ​ຮູບ​ພາບ​ຂອງ​ພວກ​ເດັກນ້ອຍ​ທີ່​ແຂນ​ຂາ​ຂາດ ​ແລະ​ບາດ​ເຈັບ​ທາ​ງສະໝອງ ​ໃຫ້ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງເບິ່ງ. ທ່ານ​ຍັງ​ໄດ້​ກ່າວ​ວ່າ ​ໂຮງໝໍ​ທີ່ນະຄອນ Aleppo ​ເບິ່ງ​ຄື​ກັນ​ກັບຂຸມ​ລົບໄພ ທີ່​ເຕັມ​ໄປ​ດ້ວຍ​ຖົງ​ຊາຍ ​ແລະ​ຖັງ​ນ້ຳມັນ​ເປົ່າ ​ເພື່ອ​ປ້ອງ​ກັນ​ພວກ​ຄົນ​ເຈັບ​ຈາ​ກ
ລະ​ເບີດ​ໃນ​ແຕ່​ລະ​ມື້​. ທ່ານ ​ໄດ້​ກ່າວ​ເພີ້​ມຕື່ມ​ວ່າ ​ໂຮງພະຍາບານ ບ່ອນ​ທີ່​ທ່ານ​ເຮັດ​ວຽກ​ນັ້ນ ພວກ​ຄົນ​ເຈັບ​ແມ່ນ​ໄດ້​ຮັກສາ​ພະຍາບານ​ຢູ່ຫ້ອງໃຕ້ດິນ​ເພາະວ່າ ຊັ້ນ​ສູງ​ກວ່າ​ນັ້ນ ​ແມ່ນ​ເປັນ​ການ​ງ່າຍ​ຕໍ່​ການ​ຖືກ​ໂຈມ​ຕີ​ໄດ້.​

ເດັກຊາຍຜູ້ນຶ່ງ ຢືນໃນສະຖານທີ່ ທີ່ຖືກໂຈມຕີ ທີ່ເມືອງ Old Aleppo, ຊີເຣຍ, 11 ກໍລະກົດ, 2016.
ເດັກຊາຍຜູ້ນຶ່ງ ຢືນໃນສະຖານທີ່ ທີ່ຖືກໂຈມຕີ ທີ່ເມືອງ Old Aleppo, ຊີເຣຍ, 11 ກໍລະກົດ, 2016.

“​ພວກ​ທ່ານໃຊ້​ຊີວິດ​ຂອງ​ທ່ານ​ໃນ​ທີ່​ນີ້ ​ໃນ​ແຕ່​ລະ​ຄັ້ງ​ຂອງ​ການ​ເຂັ່ນຂ້າ ຂອງ​ການ​ສັງຫານໝູ່ໃນ​ແຕ່ລະ​ເທື່ອ,” ຊຶ່ງ​ທ່ານ ດຣ. Attar ​ໄດ້​ກ່າວ​ໄວ້. ທ່ານ​ໄດ້​ຮ້ອງ​ໃສ່ພວກ​ສະມາຊິກ​ສະພາ ຄວາມ​ໝັ້ນຄົງ ທີ່​ຂາດການເອົາບາດກ້າວ ​ແລະ​ຮຽກຮ້ອງ​ໃຫ້​ດຳເນີນ​ການ ຫຼາຍ​ໄປກວ່າ​ນີ້. “ສະພາ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ຢ່າງແບບນີ້​ຍຸຕິ​ລົງ​ໄດ້. ສະພາ​ດັ່ງກ່າວ​ຍັງ​ມີ​ອຳນາດ​ທີ່​ຈະ​ຊ່ອຍຮັກສາ​ຊີວິດ​ຂອງ​ຜູ້​ຄົນ ​ແລະ​ແຂນ​ຂາ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ ​ໃນ​ລະດັບ​ທີ່​ພວກ​ທ່ານໝໍ​ບໍ່​ສາມາດ​ເຮັດ​ໄດ້,” ຊຶ່ງ​ທ່ານໄດ້​ກ່າວ​ມ້ວນທ້າຍ​ເຊັ່ນ​ນັ້ນ.

ຜູ້​ແທນ​ຂອງ​ກອງ​ກຳລັງພົນລະ​ເຮືອນ​ຊີ​ເຣຍຫຼືໝວກຂາວ ​ໄດ້​ປະກອບສ່ວນ​ໃນ​ການ​ອັດ​ພາບ​ວີ​ດີ​ໂອ​ໄວ້ກ່ອນ ​ໃນ​ຂະນະ​ທີ່ ​ໄດ້​ມີ​ການ​ໂຈມ​ຕີ​ຕ່າງໆ ທັງ​ຫຼົບ​ລີ້​ການ​ຍິງ​ກັນ​ຢູ່​ທາງ​ເບື້ອງ​ຫຼັງ​ນັ້ນນຳ. ທ່ານ Khaled Harah ​ໄດ້​ກ່າວ​ເຖິງ 250 ຄົນ ທີ່​ໄດ້ເສັຍ​ຊີວິດ​ໃນ​ເດືອນ​ແລ້ວ​ນີ້ ​ໃນ​ນະ​ຄອນ Aleppo ແລະແນເປົ້າໝາຍໃສ່ພວກໝວກ​ຂາວ ໃນຂະນະທີ່ພວກເຂົາເຈົ້າພະ ຍາຍາມທີ່ຈະຊ່ອຍເຫຼືອພວກທີ່ໄດ້ຮັບບາດເຈັບ. ທ່ານຍັງໄດ້ກ່າວວ່າ ການມິດງຽບຂອງປະ ຊາຄົມນາໆຊາດກ່ຽວກັບການຕໍ່ສູ້ກັນໃນນະ​ຄອນ Aleppo ນັ້ນແມ່ນເປັນ “ໜ້າອັບອາຍ.”

ທ່ານ Attar ຍັງໄດ້ກ່າວອີກວ່າ ຍັງມີບາງເຂດໃນນະ​ຄອນ Aleppo ບໍ່ຕ່າງຫຍັງກັບກອງ ຂີ້ເຫຍື້ອທີ່​ເຕັມ​ໄປ​ດ້ວຍ​ເສດ​ຊາກ​ຫັກ​ພັງ​ທັງຫຼາຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG