ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ ດຣ. Jill Biden ສືບຕໍ່ການຢ້ຽມຢາມ ສປປ ລາວ ເປັນມື້ທີສອງ


ດຣ. Jill Biden ເຂົ້າຮ່ວມພິທີບາສີສູ່ຂວັນ ຢູ່ສະຖາທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ. (ຮູບຈາກເຟສບຸກ ສະຖານທູດ ສຫລ)
ດຣ. Jill Biden ເຂົ້າຮ່ວມພິທີບາສີສູ່ຂວັນ ຢູ່ສະຖາທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ. (ຮູບຈາກເຟສບຸກ ສະຖານທູດ ສຫລ)

ທ່ານນາງ ດຣ. Jill Biden ພັນລະຍາຂອງຮອງປະທານາທິບໍດີ
ສະຫະລັດ ທ່ານ Joe Biden ສືບຕໍ່ການຢ້ຽມຢາມ ສປປ ລາວ
ເປັນມື້ທີສອງໃນວັນພຸດ ມື້ນີ້ ຊຶ່ງທ່ານ​ນາງ ໄດ້ພົບ​ປະ​ກັບລັດຖະ-
ມົນຕີກະຊວງສຶກສາແລະ​ກິລາຂອງລາວ ດຣ. ພານ​ຄຳ ວິພາ​ວັນ
​ເພື່ອ​ສົນທະນາກ່ຽວກັບວ່າ ສະຫະລັດ ແລະ ສປປ ລາວ ກຳລັງ
ປະ​ຕິ​ບັດ​ງານ​ຮ່ວມກັນແບບໃດ ​ເພື່ອ​ເສີມຂະຫຍາຍ​ລະບົບ​ການ​
ສຶກສາ​ຂອງລາວ ອີງຕາມຖະແຫຼງຂ່າວຂອງທຳນຽບຂາວ.

Dr. Jill Biden ກ່າວຖະແຫລງ ໃນງານລ້ຽງ ແມ່ຍິງຜູ້ທີ່ມີບົດບາດສຳຄັນ ໃນສັງຄົມລາວ ທີ່ໄດ້ຈັດຂຶ້ນຢູ່ທີ່ ສະຖານທູດສະຫະລັດອາເມຣິກາ ປະຈຳສປປ ລາວ.
Dr. Jill Biden ກ່າວຖະແຫລງ ໃນງານລ້ຽງ ແມ່ຍິງຜູ້ທີ່ມີບົດບາດສຳຄັນ ໃນສັງຄົມລາວ ທີ່ໄດ້ຈັດຂຶ້ນຢູ່ທີ່ ສະຖານທູດສະຫະລັດອາເມຣິກາ ປະຈຳສປປ ລາວ.

ດຣ. ​Jill Biden ໄດ້​ເນັ້ນຢ້ຳເຖິງຄວາມ​ສຳຄັນ​ຂອງ​ໂອກາດການ​
ສຶກສາ​ ແກ່​ບັນດາແມ່ຍິງ ແລະ​ເດັກນ້ອຍ​ຜູ້ຍິງ ​ໃນປະ​ເທດລາວ
ແລະ ຢູ່ໃນ​ທົ່ວ​ໂລກ.

​ທ່ານ​ນາງ ດຣ. ​Jill Biden ຍັງໄດ້ໄປຢ້ຽມຢາມ ​ສະຫະພັນ​
ຊາວໜຸ່ມ ສປປ ລາວ ບ່ອນ​ທີ່​ທ່າ​ນນາງໄດ້​ຖ​ະ​ແຫຼ​ງເຖິງຄວາມ
ສຳຄັນກ່ຽວກັບຄວາມສຳພັນ ລະຫວ່າງສະຫະລັດ ກັບລາວ
ແລະ ​ບົດບາດຂອງ​ຄົນຮຸ້ນຕໍ່ໄປ​ ທີ່ຈະ​ດຳເນີນ​ໃນ​ກາ​ນສ້າງ​ສ​າ
ການເປັນພາຄີ ຢ່າງ​ແຂງ​ຂັນ ລະຫວ່າງປະ​ເທດ​ພວກ​ເຮົາ​ທັງ​ສອງ.
ທ່ານນາງ ດຣ. ​Jill Biden ຫລັງຈາກນັ້ນ ກໍໄດ້ອອກ​ເດີນທາງ​ໄປ
ຢ້ຽມຢາມ ນະຄອນຫລວງ​ພະ​ບາງ.

ທ່ານນາງ ດຣ. Biden ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເພື່ອສົ່ງເສີມຄວາມ
ເຂັ້ມແຂງທາງດ້ານເສດຖະກິດ ແລະ ໂອກາດທາງດ້ານການສຶກສາ ໃຫ້ແກ່ແມ່ຍິງ ແລະ
ເດັກນ້ອຍຜູ້ຍິງ.

ບັນດາແມ່ຍິງຜູ້ທີມີບົດບາດສຳຄັນ ໃນສັງຄົມລາວ ເຂົ້າຮ່ວມ ງານລ້ຽງ ຢູ່ທີ່ສະຖານທູດສະຫະລັດອາເມຣິກາ ປະຈຳສປປ ລາວ.
ບັນດາແມ່ຍິງຜູ້ທີມີບົດບາດສຳຄັນ ໃນສັງຄົມລາວ ເຂົ້າຮ່ວມ ງານລ້ຽງ ຢູ່ທີ່ສະຖານທູດສະຫະລັດອາເມຣິກາ ປະຈຳສປປ ລາວ.

ຫລັງຈາກເດີນທາງມາເຖິງລາວໃນມື້ວານນີ້ແລ້ວ ທ່ານນາງ
ດຣ. Jill Biden ກໍໄດ້ໄປຢ້ຽມຢາມ ສູນພັດທະນາ ແມ່ຍິງພິການ
ລາວ ເປັນບ່ອນທຳອິດ ເພື່ອພົບປະກັບທ່ານນາງຈັນເພັງ ສີວິລາ
ຜູ້ອຳນວຍການ ສູນພັດທະນາດັ່ງກ່າວ.

ທ່ານນາງ ດຣ. Jill Biden ໄດ້ຮຽນຮູ້ ກ່ຽວກັບ ເອກະລັກຄວາມ
ເປັນລາວ ເມື່ອເພິ່ນໄດ້ເຂົ້າ ຮ່ວມພິທີບາສີສູ່ຂວັນຢູ່ທີ່ສະຖານທູດ
ສະຫະລັດອາເມຣິກາ ປະຈຳສປປ ລາວ ແລະ ເພິ່ນຍັງໄດ້ພົບປະ
ກັບພະນັກງານຜູ້ທີ່ເຮັດວຽກຢູ່ໃນສະຖານທູດເພື່ອຮັດແໜ້ນການ
ຮ່ວມມືລະຫວ່າງສະຫະລັດ ແລະ ລາວ.

ນອກນັ້ນ ທ່ານນາງ Jill Biden ຍັງໄດ້ເຂົ້າຮ່ວມງານລ້ຽງ ແມ່ຍິງຜູ້ທີມີບົດບາດສຳຄັນ ໃນ
ສັງຄົມລາວ ເຊິ່ງເພິ່ນໄດ້ມີຄວາມປິຕິຍິນດີຫລາຍ ທີ່ໄດ້ພົບປະ ກັບພວກແມ່ຍິງ ຜູ້ທີ່ມີບົດ
ບາດສຳຄັນໃນສັງຄົມລາວ.

XS
SM
MD
LG