ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກເດໂມແຄຣັດ ສະຫະລັດ ເລືອກທ່ານ Perez ເປັນປະທານພັກ


ອະດີດລັດຖະມົນຕີກະຊວງ ແຮງງານ ທ່ານ Tom Perez, ຖືກເລືອກໃຫ້ເປັນປະທານຄະນະກຳມາທິການພັກປະຊາທິປະໄຕແຫ່ງຊາດ ກ່າວໃນລະຫວ່າງ ກອງປະຊຸມທົ່ວໄປຂອງກອງ
ປະຊຸມລະດູໜາວພັກເດໂມແຄຣັດ ໃນນະຄອນແອັດແລນຕາ ລັດ ຈໍເຈຍ. 25 ກຸມພາ, 2017.
ອະດີດລັດຖະມົນຕີກະຊວງ ແຮງງານ ທ່ານ Tom Perez, ຖືກເລືອກໃຫ້ເປັນປະທານຄະນະກຳມາທິການພັກປະຊາທິປະໄຕແຫ່ງຊາດ ກ່າວໃນລະຫວ່າງ ກອງປະຊຸມທົ່ວໄປຂອງກອງ ປະຊຸມລະດູໜາວພັກເດໂມແຄຣັດ ໃນນະຄອນແອັດແລນຕາ ລັດ ຈໍເຈຍ. 25 ກຸມພາ, 2017.

ທ່ານ Tom Perez ອະດີດ ລັດຖະມົນຕີກະຊວງແຮງານ ໄດ້ຖືກເລືອກເປັນຫົວໜ້າຄະ ນະກຳມາທິການແຫ່ງຊາດຂອງພັກເດໂມແຄຣັດ ຫຼື DNC ໃນວັນເສົາວານນີ້.

ທ່ານ ເພເຣສ ທີ່ໄດ້ຮັບໃຊ້ ໃນລັດຖະບານຂອງປະທານາທິບໍດີ ບາຣັກ ໂອບາມາ ກັບ ຜູ້ແທນ ສະພາຕໍ່າ ທ່ານ Keith Ellison ຈາກລັດ Minnesotaໄດ້ເປັນຜູ້ນຳໜ້າໃນການ ແຂ່ງຂັນດັ່ງກ່າວ.

ທ່ານ ເພເຣສ ເຊື້ອສາຍລາຕິນອະເມຣິກາ ຄົນທຳອິດ ໄດ້ຮັບຄະແນນ 235 ສຽງ ຕໍ່ 200 ຍາດໄດ້ໄຊຊະນະຈາກທ່ານນາງ ຮິນເລິຣີ ຄລິນຕັນ ຜູ້ສະໝັກແຂ່ງຂັນເປັນປະທານາ ທິບໍດີຈາກພັກເດໂມແຄຣັດ ແລະ ທ່ານ ເບີນີ ແຊນເດີ ຄູ່ແຂ່ງຄົນສຳຄັນໃນການແຂ່ງ ຂັນເປັນປະທານາທິບໍດີຄັ້ງນັ້ນ.

ໃນທັນທີທັນໃດ ຫຼັງຈາກການນັບຄະແນນສຽງແລ້ວ ທ່ານ ເພເຣສ ກໍໄດ້ແຕ່ງຕັ້ງທ່ານ ແອລລິຊັນ ເປັນຜູ້ຮອງຫົວໜ້າພັກ ແລະ ສະມາຊິກຂອງພັກເດໂມແຄຣັດ ຫຼື DNC ກໍພາກັນໃຫ້ສັດຕະຍາບັນ.

ໃນການຮຽກຮ້ອງ ໃຫ້ຕໍ່ສູ້ກັບອັນທີ່ທ່ານ ເພເຣສ ເອີ້ນວ່າ “ປະທານາທິບໍດີຜູ້ທີ່ຂີ້ຮ້າຍ ທີ່ສຸດໃນປະຫວັດສາດ ສະຫະລັດ ນັ້ນ ທ່ານ ເພເຣສ ກ່າວວ່າ “ພວກເຮົາຈະຢູ່ຮ່ວມ ນຳກັນຢູ່ທີ່ນີ້ທັງໝົດ”.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG