ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ສະໝັກ ເປັນປະທານາທິບໍດີ ໂຕ້ວາທີກັນ ເລື້ອງ ເສດຖະກິດ ແລະ ກຸ່ມລັດອິສລາມ


Democrats Debate IS and Attack Trump
please wait

No media source currently available

0:00 0:02:50 0:00

ເຊີນຊົມ ວີດີໂອ ລາຍງານນີ້

ບັນດາຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດ
ພັກເດໂມແຄຣັດ ໄດ້ກ່າວໃນການໂຕ້ວາທີ ຄັ້ງສຸດທ້າຍປະຈຳປີ
2015 ໃນວັນເສົາວານນີ້ ວ່າ ພວກເພິ່ນໄດ້ເພັ່ງເລັງ ໃສ່ເລື້ອງ
ເສດຖະກິດສະຫະລັດ ແລະ ການຜາບແພ້ກຸ່ມລັດອິສລາມ ທີ່
ເປັນເລື້ອງບຸລິມະສິດຂອງພວກເພິ່ນ.

ທ່ານ Bernie Sanders ສະມາຊິກສະພາສູງ ຈາກລັດ Vermont
ໄດ້ກ່າວວ່າ ສະຫະລັດ ບໍ່ສາມາດ ເປັນຕຳຫຼວດຂອງໂລກໄດ້ ແລະ
ວ່າ ການຕໍ່ສູ້ຕ້ານຢັນກັບລັດອິສລາມ ແມ່ນຕ້ອງເປັນຂອງກຸ່ມແນວ
ໂຮມ ທີ່ລວມທັງຣັດເຊຍ ແລະ ບັນດາທະຫານມຸສລິມ ຈາກພາກພື້ນ.

Democratic Presidential Candidates Debate Syria Strategy
please wait

No media source currently available

0:00 0:01:15 0:00

ທ່ານເວົ້າວ່າ “ແຜນຂອງຂ້າພະເຈົ້າ ແມ່ນຈະເຮັດໃຫ້ມັນໄດ້ ໂດຍການບອກ ຊາອຸດີ
ອາຣາເບຍ ວ່າ ແທນທີ່ຈະເຮັດສົງຄາມໃນປະເທດເຢເມັນ ພວກເຂົາເຈົ້າ ຊຶ່ງເປັນ
ປະເທດນຶ່ງ ທີ່ຮັ່ງມີທີ່ສຸດຂອງໂລກ ແມ່ນຕ້ອງເຮັດສົງຄາມຕໍ່ຕ້ານກຸ່ມ ISIS. ແລະ ບອກ
ປະເທດກາຕ້າ ວ່າ ແທນທີ່ຈະໃຊ້ຈ່າຍ 200 ຕື້ໂດລາ ໃສ່ ມະຫະກຳກິລາບານໂລກ ຫຼື
World Cup ບາງທີ ພວກເຂົາເຈົ້າຄວນເອົາໃຈໃສ່ ຕໍ່ກຸ່ມ ISIS ຊຶ່ງຢູ່ໃກ້ຄຽງ ປະເທດ
ຂອງພວກເຂົາເຈົ້າ”
ນັ້ນ.

ທ່ານນາງ Hillary Clinton, ຂວາ, ລົມກັບທ່ານ Bernie Sanders ໃນລະຫວ່າງການພັກຊົ່ວຄາວ ຢູ່ທີ່ການໂຕ້ວາທີ ໃນເບື້ອງຕົ້ນຜູ້ສະໝັກ ເປັນປະທານາທິບໍດີ ພັກເດໂມແຄຣັດ, ໃນ ວິທະຍາໄລ Saint Anselm ໃນນະຄອນ Manchester ຂອງລັດ New Hampshire, ວັນທີ 19 ທັນວາ 2015.
ທ່ານນາງ Hillary Clinton, ຂວາ, ລົມກັບທ່ານ Bernie Sanders ໃນລະຫວ່າງການພັກຊົ່ວຄາວ ຢູ່ທີ່ການໂຕ້ວາທີ ໃນເບື້ອງຕົ້ນຜູ້ສະໝັກ ເປັນປະທານາທິບໍດີ ພັກເດໂມແຄຣັດ, ໃນ ວິທະຍາໄລ Saint Anselm ໃນນະຄອນ Manchester ຂອງລັດ New Hampshire, ວັນທີ 19 ທັນວາ 2015.

ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton ຍັງໄດ້ສະໜັບສະໜູນ
ຄວາມພະຍາຍາມ ຂອງກຸ່ມແນວໂຮມ ແລະ ກ່າວວ່າ ມັນມີຄວາມຈຳເປັນ ສຳລັບ ການ
ສະໜັບສະໜູນ ຈາກ ກອງກຳລັງຂອງຊົນເຜົ່າຊູນີ ແລະ ຊົນເຜົ່າເຄີດ. ທ່ານນາງໄດ້ກ່າວ
ຕື່ມວ່າ ມັນຈະເປັນ ຍຸດທະສາດທີ່ຜິດພາດ ຖ້າສົງທະຫານລາບ ຂອງສະຫະລັດ ກັບຄືນ
ໄປຍັງຄົງເຂດ ຊຶ່ງເປັນ “ອັນທີ່ພວກຫົວຮຸນແຮງ ຕ້ອງການຢາກເຫັນ ຢ່າງແທ້ຈິງ” ນັ້ນ.

ຜູ້ສະໝັກລົງແຂ່ງຂັນ ຄົນທີສາມ ອະດີດຜູ້ປົກຄອງລັດ Maryland ທ່ານ Martin O’Malley
ໄດ້ຍົກໃຫ້ເຫັນ ຄວາມຈຳເປັນທີ່ຈະຕ້ອງໄດ້ຈັດຕັ້ງກຸ່ມພັນທະມິດໃໝ່ ເພື່ອຮັບມືກັບການ
ຂົ່ມຂູ່ທີ່ທັນສະໄໝ ແລະ ໄດ້ຊີ້ໃຫ້ເຫັນ ເຖິງວຽກງານ ທີ່ສະຫະພາບ ອາຟຣິກາ ໄດ້ຈັດຕັ້ງ
ປະຕິບັດ ໃນປະເທດໂຊມາເລຍ.

US President Debate
please wait
Embed

No media source currently available

0:00 0:02:15 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG