ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນ ໄປປ່ອນບັດ ເລືອກຕັ້ງ ສະພາ ຢູ່ Djibouti


ແຜນທີ່ Djibouti
ແຜນທີ່ Djibouti
ບັນດາຜູ້ມີສິດປ່ອນບັດ ພວມພາກັນ ໄປລົງຄະແນນສຽງ ໃນປະ
ເທດ Djibouti ຊຶ່ງຕັ້ງຢູ່ໃນເຂດອາຟຣິກາຕາເວັນອອກ ບ່ອນທີ່ ຜູ້ສະໝັກພັກຝ່າຍຄ້ານ ໄດ້ເຂົ້າຮ່ວມການເລືອກຕັ້ງສະພາແຫ່ງ
ຊາດເປັນເທື່ອທໍາອິດ ໃນຮອບ 10 ປີ.

ບໍ່ເຄີຍມີສະມາຊິກພັກຝ່າຍຄ້ານ ໄດ້ຖືກເລືອກມາກ່ອນໃນ Dji-
bouti ຊຶ່ງເປັນປະເທດນ້ອຍໆທີ່ຕັ້ງຢູ່ໃນເຂດແຫຼມ Horn ຂອງ
ອາຟຣິກາ ນັບຕັ້ງແຕ່ໄດ້ຮັບເອກກະລາດຈາກຝຣັ່ງໃນປີ 1977
ເປັນຕົ້ນມາ. ສະພາບການດັ່ງກ່າວ ອາດມີການປ່ຽນແປງຍ້ອນ ການປ່ອນບັດໃນວັນສຸກມື້ນີ້ຊຶ່ງຈະມີຜູ້ສະໝັກຈາກ 3 ພັກການ
ເມືອງເຂົ້າຮ່ວມແຂ່ງຂັນເອົາບ່ອນນັ່ງ 65 ບ່ອນຢູ່ໃນສະພາ.

ຜູ້ມີສິດປ່ອນບັດປະມານ 200,000 ຄົນພາກັນໄປໃຊ້ສິດໃຊ້ສຽງ
ຢູ່ຕາມໜ່ວຍປ່ອນບັດຕ່າງໆ 480 ບ່ອນໃນທົ່ວປະເທດ. ທ່ານ Abdi Ismael Hirsi ຫົວໜ້າ ຄະນະກຳມະການເລືອກຕັ້ງ ຂອງ Djibouti ແຈ້ງໃຫ້ວີໂອເວຊາບວ່າ ມີຜູ້ສັງເກດການນາໆ ຊາດ 60 ຄົນ ເຂົ້າໄປຕິດຕາມເບິ່ງ ການເລືອກຕັ້ງໃນຄັ້ງນີ້. ການລາຍງານຂ່າວຂອງສື່ມວນ ຊົນຕ່າງປະເທດ ແມ່ນໄດ້ມີການຄວບຄຸມ ຢ່າງເຄັ່ງຄັດ.

ໃນຕົ້ນອາທິດນີ້ປະທານາທິບໍດີ Djibouti ທ່ານ Ismael Omar Geulleh ໄດ້ກ່າວຫາບັນດາ ພັກຝ່າຍຄ້ານວ່າເປັນພວກສ້າງຄວາມເສຍຫາຍທີ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງປະເທດ. ທ່ານ Geulleh ໄດ້ເຂົ້າກຳຕຳແໜ່ງເປັນຜູ້ນຳຂອງປະເທດ ຕໍ່ຈາກລຸງຂອງທ່ານ ໃນປີ 1999.

ກ່ຽວຂ້ອງກັນ

XS
SM
MD
LG