ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນຫາ ຄວາມແຕກແຍກ ປະເຊີນໜ້າ ກັບສານ​ສູງ​ສຸດ ສະຫະລັດ


ປະຊາຊົນ ຢືນເຂົ້າແຖວ ເພື່ອຫວັງຈະເຂົ້າໄປ ໃນສານສູງສຸດ ທີ່ນະຄອນຫຼວງວໍຊິງຕັນ. 26 ມິຖຸນາ, 2015.
ປະຊາຊົນ ຢືນເຂົ້າແຖວ ເພື່ອຫວັງຈະເຂົ້າໄປ ໃນສານສູງສຸດ ທີ່ນະຄອນຫຼວງວໍຊິງຕັນ. 26 ມິຖຸນາ, 2015.

​ສະ​ໄໝການເລີ້ມ​ວຽກ​ງານ​ໃໝ່​ຂອງ ສານ​ສູງ​ສຸດ ສະຫະລັດ ແມ່ນມີ​ກຳນົດ​ຂຶ້ນ​ໃນ​ສັບປະດາ​ນີ້​ ຫຼັງ​ຈາກ​ການ​ຢຸດ​ເຮັດ​ວຽກ​ຊົ່ວຄາວມາ​ໄດ້ 3 ​ເດືອນ ພາຍຫຼັງ​ການ​ຕັດສິນ​ກ່ຽວ​ກັບ​ການ​ແຕ່ງງານ​ຄົນເພດ​ດຽວ​ກັນ ​ແລະ ກົດໝາຍການ​ຮັກສາ​ສຸຂະພາບ​ທີ່​ມີ​ລາຄາ​ພໍ​ຈ່າຍ​ໄດ້ໃນ​ເດືອນ​ມິຖຸນາ​ຜ່ານ​ມາ.

ບັນດາ​ນຜູ້​ຊ່ຽວຊານ​ກ່າວ​ວ່າ ຜູ້​ພິພາກ​ສາ 9 ທ່ານ, ​ເຊິ່ງ 5 ທ່ານ​ແມ່ນ​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ປະທານ​ຂອງ​ພັກ Republican ​ແລະ 4 ທ່ານໂດຍ​ພັກ ​ເດ​ໂມແຄຣັດ, ຈະ​ເລີ່​ມພິຈາລະ​ນາຄະ​ດີ​ຕ່າງໆໃນ​ວັນ​ຈັນ​ມື້​ນີ້, ​ແຕ່​ໃນ​ການ​ຕັດສິນ​ທີ່​ໂນ້ມອຽງ​ໄປ​ທາງ​ເສລີ​ນິຍົມ​ເມື່ອ​ບໍ່​ດົນ​ມາ​ນີ້ ຈະ​ບໍ່​ສາມາດ​ເປັນ​ສິ່ງ​ສະທ້ອນໃຫ້​ເຫັນ​ດັ່ງ​ທີ່​ໄດ້ຄາດ ກັນ​ວ່າ​ຈະ​ເກິ​ດຂຶ້ນ​ໃນສະໄໝ​ນີ້.

ຕໍ່​ໄປ​ນີ້​ແມ່ນ​ບັນດາ​ກໍລະ​ນີທີ່​ມີ​ແລ້ວ ຫຼື ​ເບິ່ງ​ຄື​ວ່າ​ຈະ​ປະກົດ​ຢູ່​ໃນ​ວາລະ​ສະ​ໄໝ​ນີ້ຂອງ​ສານ​ສູງ​ສຸດ ສະຫະລັດ​ເຊິ່ງ​ຈະ​ສິ້ນ​ສຸດ​ລົງ​ໃນ​ເດືອ​ນ ມິຖຸນາ​ປີໜ້າ:

ກ່ຽວ​ກັບສະຫະພັນ​ສາທາລະນະ

ຄະດີ​ຄວາມ​ລະຫວ່າງ Freidrichs ກັບ ສະມາຄົມ​ບັນດາ​ຄູ​ອາຈານ ລັດ ຄາ​ລີ​ຟໍ​ເນຍ ຈະ​ທ້າ​ທາຍ​ວ່າ ສະຫະພັນ​ແຮງ​ງານ ​ໃນ​ພາກສ່ວນ​ສາ​ທາ​ລະນະ ສາມາດ​ກຳນົດ​ໃຫ້​ບັນດາ​ພະນັກ ງານ​ເພື່ອ​ຈ່າຍ​ຄ່າ​ເຈ​ລະຈາໄດ້​ຫຼື​ບໍ່ ​ເຖິງ​ແມ່ນ​ວ່າພວກ​ເຂົາ​ເຈົ້າ​ຈະ​ບໍ່​ເປີດ​ເຜີຍ ທັດສະນະ​ຂອງ​ສະຫະພັນກໍ​ຕາມ.

ກ່ຽວ​ກັບ​ກົດໝາຍ​ມາດຕາ​ທີ່​ເອີ້ນ​ວ່າ Affirmative Action

ຄະດີ​ຄວາມ​ລະຫວ່າງ Fisher ກັບ ມະຫາວິທະຍາ​ໄລ Texas ທີ່​ນະຄອນ Austin ຕັ້ງ​ຄຳ​ຖາມຂຶ້ນກ່ຽວ​ກັບ​ວ່າ​ຈະ​ສອດ​ຄ່ອງ​ກັບ​ລັດຖະທຳ​ມະນູນຫຼື​ບໍ່ ຖ້າ​ໃຊ້​ເຊື້​ອຊາດ​ໃຫ້​ເປັນ​ໜຶ່ງ​ໃນ​ຫຼາຍ​ອົງ​ປະກອບຂອງ​ການ​ດຳ​ເນີນ​ຮັບ​ເອົາ​ນັກ​ຮຽນ​ເຂົ້າ​ມະຫາວິທະຍາ​ໄລ. ບົດແກ້​ໄຂ​ລັດຖະທຳ​ມະນູນ ສະບັບ​ທີ 14 ​ໄດ້ສະ​ເໜີ​ໃຫ້​ມີ “ການ​ປົກ​ປ້ອງ​ທີ່ເທົ່າ​ທຽມ​ກັນ” ຕໍ່​ປະຊາຊົນ​ໝົດ​ທຸກ​ຄົນ, ​ແລະ ກໍລະນີ​ນີ້​ໄດ້​ທ້າ​ທາຍ ການ​ໃຊ້​ເຊື້ອ​ຊາດໃນ​ການ​ຮັບ​ເອົາ​ນັກ​ຮຽນ​ເຂົ້າ​ມະຫາວິທະຍາ​ໄລ​ ເພື່ອ​ສ້າງກຸ່ມ​ນັກຮຽນ​ທີ່​ຫຼາກ​ຫຼາຍ ​ໃຫ້ໄດ້​ປຽບ​ໃນ​ຄວາມ​ບໍ່​ເທົ່​າ​ທຽ​ມກັນ ຕໍ່​ຄົນ​ຂອງ​ບາງ​ເຊື້ອ​ຊາດ.

ກ່ຽວກັບການ​ເລືອກ​ຕັ້ງ​/ຈັດ​ແບ່ງ​ເປັນ​ພື້ນ​ທີ່

ຄະ​ດີ​ຄວາມ​ລະຫວ່າງ Evenwel ກັບ​ Abbott ​ໄດ້​ຖາມ​ວ່າຄວາມ​ຄິ​ດ​ເຫັນຂອງ​ປະຊາຊົນ​ເຊື້ອ​ຊາດ ສະ​ເປ​ນ ​ແມ່ນ​ມີ​ຄວາມ​ນິຍົມ​ຊົມ​ຊອບ​ຢ່າງ​ບໍ່​ເປັນ​ທຳ ​ໃນ​ເມື່ອ​ໃຫ້​ບັນດາຜູ້​ລົງ​ຄະແນນ ສຽງ​ອະນຸລັກນິຍົມ​ມີສຽງ​ທີ່​ໜ້ອຍ​ກວ່າ ຍ້ອນ​ວ່າ​ວິທີ​ຂອງເມືອງ​ທີ່​ໃຫ້ການ​ລົງ​ຄະ​ແນນ​ສຽງ​ແມ່ນ​ໄດ້​ຖືກ​ແບ່ງ​ແຍກ. ການ​ແກ້​ໄຂ​ຄັ້ງ​ທີ 14 ກ່ຽວ​ກັບ “ການ​ປົກ​ປ້ອງ​ຢ່າງ​ເທົ່າ​ທຽມ​ກັນ” ຂອງ​ປະຊາຊົນ​ຈະ​ຮັບປະກັນ​ນະ​ໂຍບາຍ “ໜຶ່ງ​ຄົນ, ໜຶ່ງຄະ​ແນນ​ສຽງ,” ​ແລະ ສານ​ກໍ​ຈະ​ພິຈາ ລະນາ​ເມືອງ​ທີ່​ຖືກ​ແບ່ງ​ແຍ​ກການເລືອກ​ຕັ້ງ​ໃນ​ປະຈຸ​ບັນ ​ແມ່ນ​ໄດ້ເຂົ້າ​ຂ້າງ​ປະຊາຊົນ​ບາງ​ຈຳນວນຢ່າງ​ບໍ່​ເປັນ​ທຳ​ໃນ​ເວລາ​ຂອງ​ການ​ລົງ​ຄະ​ແນນ​ສຽງ.

ກ່ຽວ​ກັບການແທ້ງລູກມີ​ຫຼາຍຄຳ​ຖາມ​ກ່ຽວ​ກັບ​ວ່າ ​ກົ​ດໝາຍລັດ Texas ທີ່​ຈຳກັດການ​ເຂົ້າ​ເຖິງ​ຜູ້​ບໍລິການແທ້ງລູກ​ ​ເປັນ​ການ​ປ້ອງ​ກັນ​ບັນດາ​ແມ່ຍິງ​ຈາກ​ການ​ຊອກ​ຫາ​ການແທ້ງ​ລູກທີ່​ປອດ​ໄພ. ສິ່ງ​ທ້າ​ທາຍດັ່ງກ່າວ​ຕໍ່​ກົດໝາຍ​ນີ້​ໄດ້​ກ່າວ​ວ່າ ຍັງ​ຈະມີ​ການເພັ່ງ​ເລັງ​ໃສ່​ການ​ປິດ​ບັນດາ​ໂຮງ​ໝໍ ​ແລະ ຈະ​ມີ​ການ​ເພັ່ງ​ເລັງ​ທີ່​ໜ້ອຍ​ກວ່າ​ໃນ​ການ​ຮັບປະກັນ​ ປົກ​ປ້ອງ​ສຸຂະພາບ​ຂອງ​ແມ່ຍິງ.

XS
SM
MD
LG