ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະນຸດກົບ ມຸດຫາຫຼັກຖານ ໃນການຍິງສັງຫານ ຢູ່ທີ່ໜອງນ້ຳ ໃນລັດຄາລີຟໍເນຍ


ສະມາຊິກຄອບຄົວ ຫາມຫີບສົບ ນາງ Yvette Velasco ຜູ້ເຄາະຮ້າຍຄົນນຶ່ງ ໃນການຍິງສັງຫານ ຢູ່ທີ່ເມືອງ​ San Bernardino. (10 ທັນວາ 2015)​
ສະມາຊິກຄອບຄົວ ຫາມຫີບສົບ ນາງ Yvette Velasco ຜູ້ເຄາະຮ້າຍຄົນນຶ່ງ ໃນການຍິງສັງຫານ ຢູ່ທີ່ເມືອງ​ San Bernardino. (10 ທັນວາ 2015)​

ມະນຸດ​ກົບມຸດ​ລົງ​ໄປ​ພື້ນໜອງ​ແຫ່ງ​ນຶ່ງ​ທີ່​ເມືອງ San Bernadino
ລັດ​ກາລີ​ຟໍ​ເນຍບ່ອນ​ທີ່​ສອງຜົວ​ເມຍ​ໄດ້​ຍິງ​ສັງຫານ​ 14 ຄົນ​ໃນ​ສັບ
ປະດາ​ແລ້ວນີ້ ຊຶ່ງມີ​ລາຍ​ງານ​ວ່າ ມີ​ຄົນ​ເຫັນ​ເຂົາ​ເຈົ້າ ພາກັນ​ໄປ​ ທີ່​
ໜອງ​ດັ່ງກ່າວ.

ທ່ານ David Bowdich ຮອງ​ຫົວໜ້າ​ ອົງການສັນຕິບານກາງສະ
ຫະລັດຫຼື FBI ​ໃນ​ເຂດ​ນະຄອນ Los Angeles ບໍ່​ຍອມ​ເປີດ​ເຜີຍ
​ໃຫ້​ຊາບ ກ່ຽວ​ກັບ​ຫຼັກຖານ​ທີ່​ສະ​ເພາະ​ເຈາະ​ຈົງ ທີ່​ພວກ​ມະນຸດ​ກົບ
​ຊອກ​ຫາ​ໃນ​ວັນ​ພະຫັດ​ວານ​ນີ້. ​ແຕ່ມີ​ອົງການ​ຂ່າວ​ນຶ່ງ​ລາຍ​ງານ​ວ່າ
ອາດ​ຈະ​ເປັນ​ເຄື່ອງ​ເກັບ​ຂໍ້​ມູນ ​ຫຼື hard drive ຂອງຄອມ​ພິວ​ເຕີ້ ຢູ່​
ໃນ​ໜອງ​ດັ່ງກ່າວ​ກໍ​ເປັນ​ໄດ້.

ທ່ານ Bowdich ​ເວົ້າວ່າ ການຄົ້ນຫາ​ຢູ່​ທີ່​ໜອງ​ນ້ຳ​ດັ່ງກ່າວ ອາດ​ຈະ​ໃຊ້​ເວລາ ຫລາຍໆ​ມື້.​
ທ່ານ​ກ່າວ​ວ່າ ອົງການ FBI ອາດ​ຈະ​ປະໝາດ​ຈົນ​ເກີນ​ໄປ​ ທີ່​ບໍ່​ໄດ້ຕິດຕາມ​ເບິ່ງ​ທຸກໆ​ຫລັກ​
ຖານ​ຂໍ້​ມູນກ່ຽວ​ກັບ​ການ​ຍິງ​ສັງຫານ​ໃນ​ຄັ້ງນີ້.

ນອກ​ນັ້ນ ທ່ານ Bowdich ຍັງ​ກ່າວ​ວ່າ ຈຳນວນ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ ໃນ​ການ​ຍິງ​ສັງ
ຫານ​ ​ໄດ້​ເພີ້ມຂຶ້ນ​ເປັນ 22 ຄົນ ​ໃນ​ວັນ​ພະຫັດ​ວານ​ນີ້​ ​ເວລາ​ຜູ້​ເຄາະ​ຮ້າຍຄົນ​ນຶ່ງພົບເຫັນ​
ບາດແຜ​ທີ່​ພົວພັນ​ກັບ​ອາ​ຊະ​ຍາ​ກຳ​ດັ່ງກ່າວ.​ ທ່ານ​ບໍ່​ໄດ້​ໃຫ້​ລາຍລະອຽດ​ໃດໆ.

ທ່ານ​ກ່າວ​ວ່າ ຄະນະ​ສືບສວນ​ ຂອງອົງການ FBI ​ໄດ້ພົບ​ພໍ້​ກັບ​ບັນດາ​ຄອບຄົວ ​ແລະ​ຜູ້​
ເຄາະ​ຮ້າຍ ​ໂດຍ​ກ່າວ​ວ່າ ຫລາຍ​ຄົນ​ອາດ​ຈະ​ບໍ່​ສາມາດ​ຟື້ນ​ໂຕ​ຄືນ​ມາ​ໄດ້ຈາກ​ບາດ​ແຜ​
ທາງ​ດ້ານ​ຮ່າງກາຍ​ ແລະ​ຈິດ​ໃຈ​ໄດ້. ທ່ານ​ເວົ້າວ່າ ອົງການ FBI ບໍ່​ຕ້ອງການ​ຢາກ​ໃຫ້​ມີ​
ການ​ພົບ​ພໍ້​ແບບ​ນີ້ອີກ.

California Shooting
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG