ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຄື່ອງບັນທຶກຂໍ້ມູນ ຂອງສາຍການບິນ AirAsia ໄດ້ນຳຂຶ້ນມາ ຈາກທະເລຈາວາ ແລ້ວ


ຊາກຊິ້ນສ່ວນ ໂສກນາດຕະກຳ ຂອງ ສາຍການບິນ AirAsia ຖ້ຽວບິນ 8501 ທີ່ຕົກລົງໃນທະເລຈາວາ ແມ່ນປົກຄຸມດ້ວຍຜ້າຢາງຢູ່ທີ່ເມືອງທ່າ Kumai ໃນ Pangkalan Bun ປະເທດອິນໂດເນເຊຍ, ວັນທີ 12 ມັງກອນ 2015.
ຊາກຊິ້ນສ່ວນ ໂສກນາດຕະກຳ ຂອງ ສາຍການບິນ AirAsia ຖ້ຽວບິນ 8501 ທີ່ຕົກລົງໃນທະເລຈາວາ ແມ່ນປົກຄຸມດ້ວຍຜ້າຢາງຢູ່ທີ່ເມືອງທ່າ Kumai ໃນ Pangkalan Bun ປະເທດອິນໂດເນເຊຍ, ວັນທີ 12 ມັງກອນ 2015.

ບັນດາ​ເຈົ້າໜ້າ​ທີ່ ​ໃນ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ພວກ​ນັກ​ດຳ​ນ້ຳ ​
ໄດ້​ນຳ​ເອົາ​ເຄື່ອງ​ບັນ​ທຶກຂໍ້​ມູນ​ການບິນ ຂຶ້ນມາ​ໄດ້ ​ຈາກ​ເຮືອ​ບິນ
​ໂດຍສານ AirAsia ຖ້ຽວ​ບິນ 8501 ທີ່​ຕົກນັ້ນ ​ແລະ ​ໄດ້​ກວດ​ພົບ​
ສະຖານທີ່​ ຂອງ​ເຄື່ອງ​ບັນ​ທຶກ​ສຽງຫ້ອງ​ຄວບ​ຄຸມ​ເຮືອບິນ​ອີກ​ດ້ວຍ.

ຫຼາຍໆ​ຊົ່ວ​ໂມງ​ຕໍ່​ມາ ພວກ​ນັກ​ດຳນ້ຳ ໄດ້​ພົບເຫັນ​ສະຖານທີ່​ຂອງ
​ເຄືອງ​ບັນ​ທຶກ​ສຽງຫ້ອງ​ຄວບ​ຄຸມ​ເຮືອບິນ ​ແຕ່​ບໍ່​ສາມາດ​ນຳ​ເອົາ​ມັນ
​ຂຶ້ນມາ​ໄດ້​ ໃນ​ທັນທີ​ເທື່ອ ​ຍ້ອນ​ວ່າ​ມັນຄາ​ຢູ່​ພາຍ​ໃຕ້ຊາກ​ຫັກ​ພັງ
​ຂອງ​ເຮືອບິນທີ່​ໜັກຫຼາຍ.

ການ​ນຳ​ຂຶ້ນມາ​ໄດ້​ເຄື່ອງ​ບັນ​ທຶກ​ຕ່າງໆ ​ແມ່ນ​ແນ່ນອນ​ວ່າ​ມີ​ຄວາມ
​ສຳຄັນ ​ໃນ​ການ​ຮຽນ​ຮູ້ ເຖິງສາ​ເຫດ​ທີ່ເຮືອບິນຕົກ ​ເມື່ອ​ວັນ​ທີ 28 ທັນວາ ທີ່​ເຮັດ​ໃຫ້​ຜູ້​
ໂດຍສານ​ ພ້ອມ​ດ້ວຍພະນັກງານ​ການບິນ​ທັງ​ໝົດ 162 ຄົນຢູ່​ໃນເຮືອ​ບິນເສຍຊີວິດ.

​ເຮືອ​ບິນ​ໂດຍສານ​ລຸ່ນ Airbus 320 ​ໄດ້​ຫາຍ​ສາບ​ສູນ​ໄປ​ຈາກ​ຈໍ​ເຣດ້າ ​ເທິງ​ນານ​ຟ້າ ທາງ​
ພາກ​ເໜືອ​ຂອງ​ທະ​ເ​ລຈາ​ວາ ຫຼັງຈາກ​ທີ່​ບິນ​ຂຶ້ນ​ໄປ​ໄດ້​ພຽງ​ຕ່ຳ​ກວ່າ​ເຄິ່ງທາງ ຂອງຖ້ຽວບິນ
ທີ່ໃຊ້ເວລາສອງຊົ່ວໂມງ ຈາກເມືອງສຸຣາບາຢາ ຊຶ່ງເປັນຫົວເມືອງໃຫຍ່ອັນດັບສອງ ຂອງ
ອິນໂດເນເຊຍ ໄປຫາສິງກະໂປ.

INDONESIA PLANE VIDEO
please wait
Embed

No media source currently available

0:00 0:01:44 0:00

Authorities in Indonesia say divers have retrieved the flight data recorder from downed AirAsia Flight 8501 and have located the cockpit voice recorder.

Hours later, divers located the cockpit voice recorder, but it could not be immediately recovered because it was wedged under heavy wreckage.

The recovery of the flight recorders is likely to be critical in learning why the aircraft went down on December 28, killing all 162 people onboard.

The Airbus 320 vanished from radar screens over the northern Java Sea less than halfway into a two-hour flight from Indonesia's second-biggest city of Surabaya to Singapore.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG