ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ຄັດຄ້ານ ​ລັດຖະບານ​ຄິວ​ບາ ຈະ​ຂອບໃຈ ປ. Obama ທີ່ໄດ້ປັບປຸງ ຊີວິດການເປັນຢູ່ ຂອງຊາວຄິວບາ


ນັກເຄື່ອນໄຫວສັງຄົມ ແລະນັກຂ່າວອິດສະຫຼະ ນາງ Mariam Leiva (ຊ້າຍ)
ນັກເຄື່ອນໄຫວສັງຄົມ ແລະນັກຂ່າວອິດສະຫຼະ ນາງ Mariam Leiva (ຊ້າຍ)

ນາງ Mariam Leiva ນັກ​ຄັດຄ້ານ​ລັດຖະບານ​ຄິວ​ບາ ຈະ​ບອກ​
ປະທາ​ນາທາ​ບໍດີສະຫະລັດ​ ທ່ານ Barack Obama ວ່າ ນາງ
​ຂອບ​ໃ​ຈທີ່​ສຸດ​ຕໍ່ນະ​ໂຍບາຍ​ຂອງ​ທ່ານ ​ໄປ​ສູ່​ປະ​ເທດ​ເກາະດອນ
ດັ່ງກ່າວ ​ທີ່​ຈະ “ປັບ​ປຸງຊີວິດຊາວ​ຄິວ​ບາ” ໃນວິທີ​ທີ່​ຊາວ​ຄິວ​ບາ​
ເບິ່ງ​ໄປ​ສູ່​ໂລກ.”

ນາງ Leiva ຊຶ່ງ​ເປັນຜູ້ຮ່ວມກໍ່​ຕັ້ງ ສະຕີ​ໃນ​ຊຸດ​ຂາວ​ ທີ່​ເປັນ​ກຸ່ມ
ຄັດຄ້ານລັດຖະບານ ອາດ​ຈະ​ໄດ້ມີ​ໂອກາດ​ພົບປະ​ກັບປະທານາ
ທິບໍດີ Obama​. ສະຖານທູດ​ສະຫະລັດ​ໃນ​ຄິວ​ບາ ​ໄດ້​ເຊິ​ນນາງ​
ໃຫ້​ໄປ​ຮ່ວມ ​ໃນອັນ​ທີ່​ນາງ​ຖືກ​ບອກ​ວ່າ ​“ເປັນ ການ​ພົບ​ປະ​ລະດັບ​
ສູງ” ຢູ່​ທີ່​ສະຖານ​ທູດ ​ໃນນະຄອນ​ Havana.

Cuban Dissident Would Thank Obama for 'Improving Cubans' Lives
please wait

No media source currently available

0:00 0:00:37 0:00

ກ້ານ​ເຊິ​ນບໍ່​ໄດ້​ກ່າວ​ເຖິງປະທານາທິບໍດີ Obama ​ແຕ່​ການ​ພົບ​ປະ​ດັ່ງກ່າວຈະ​ມີ ​ຂື້ນ​ໃນ
ລະຫວ່າງ​ການ​ຢ້ຽມຢາມ ໃນ​ຕອນ​ເຊົ້າ​ວັນ​ອັງຄານຈະ​ມານີ້.

ນາງ Leiva ​ຊຶ່ງ​ນອກ​ນັ້ນຍັງ​ເປັນ​ນັກ​ຂ່າວ​ອິດສະຫຼະ​ ກ່າວ​ຕໍ່ ວີ​ໂອ​ເອວ່າ ຖ້າ​ຫາກ​ການ​ພົບ​
ປະ​ມີ​ຂື້ນ​ກັບປະທານາທິບໍດີ Obama ນາງຫວັງ​ວ່າ​ຈະ “ຟັງ​ໂດຍ​ກົງ​ກ່ຽວ​ກັບ​ແນວ​ຄິດ​ຂອງ​
ທ່ານ ​ແລະ​ສະ​ແດງ​ແນວ​ຄິດ​ຂອງ​ນາງ​ໃຫ້​ທ່ານ​ຮູ້.”

ລົດຖີບສາມລໍ້ທີ່ຕົກແຕ່ງດ້ວຍທຸງ ສະຫະລັດ ແລະທຸງຄິວບາ
ລົດຖີບສາມລໍ້ທີ່ຕົກແຕ່ງດ້ວຍທຸງ ສະຫະລັດ ແລະທຸງຄິວບາ

ທຳນຽບຂາວ​ ​ໄດ້ກ່າວ​ຢໍ້າ​ໃນ​ວັນ​ສຸກ​ວາ​ນນີ້ວ່າ ຈະ​ບໍ່​ມີ​ການ​ເຈລະຈາ​ກັບ​ລັດຖະ ບານ​ຄິວ​
ບາ ກ່ຽວກັບຜູ້​ຄົນທີ່ປະທານາທິບໍດີ Obama ​ເລືອກ​ທີ່​ຈະ​ພົບ​ປະ ລະ​ຫວ່າງ​ການ​ຢ້ຽມຢາມ
​ປະ​ເທດຄອມ​ມິ​ວນິສດັ່ງ​ກ່າວ.

Obama Historic Cuba Visit
please wait

No media source currently available

0:00 0:02:34 0:00

XS
SM
MD
LG