ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິກິດການດ້ານການທູດ ຮຸນແຮງຂຶ້ນ ກ່ຽວກັບຖ້ຽວບິນ MH17 ຕົກ (ສະໄລດ໌/ວີດີໂອ)


Diplomatic Crisis Grows Over MH17 Plane Crash
please wait

No media source currently available

0:00 0:02:44 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ເຮືອບິນຂອງສາຍການບິນມາເລເຊຍ ທີ່ຕົກ ຢູ່ໃນພາກຕາເວັນ
ອອກຂອງຢູເຄຣນ ກຳລັງດຶງດູດປະຕິກິລິຍາຈາກບັນດາຜູ້ນຳ
ໃນທົ່ວໂລກ. ພ້ອມໆກັບຄວາມສົງໄສທີ່ທະວີຄູນຂຶ້ນ ທີ່ວ່າເຮືອ
ບິນຖືກລູກສອນໄຟຂີປະນາວຸດຍິງຕົກນັ້ນ ຄວາມເຄ່ງຕຶງກໍທະວີ
ຄູນຂຶ້ນນັບ​ມື້ເຊັ່ນກັນ ຢູ່ໃນປະຊາຄົນນາໆຊາດ ກ່ຽວກັບວ່າຜູ້ໃດ
ເປັນຜູ້ກະທຳຜິດໃນເລື້ອງນີ້. Henry Ridgwell ຜູ້​ສີ່​ຂ່າວ​ວີ​ໂອ
​ເອ ມີ​ລາຍ​ງານ​ຈາກລອນ​ດອນ ຊຶ່ງ​ດາຣາຈະ​ນຳມາສະ​ເໜີ​ທ່ານ.

ຢາຍຊະຊາຍຢູ່ທົ່ວເຂດຂັດແຍ້ງ ໃນພາກຕາເວັນອອກຂອງ
ຢູເຄຣນນັ້ນ ເຫັນໄດ້ຊັດວ່າເປັນເຄື່ອງຂອງແລະສົມບັດຂອງ
ພົນລະເຮືອນຜູ້ບໍລິສຸດ ຈຳນວນ 298 ຄົນ ທີ່ມີທັງພວກໄປ
ທ່ອງທ່ຽວພັກຜ່ອນ ພວກເດີນທາງໄປທຸລະກິດ [aofkຄອບຄົວ ແລະຈຸບິນ ຊຶ່ງປະກົດວ່າ ເຂົາເຈົ້າໄດ້ຮັບເຄາະຈາກການຂັດແຍ້ງກັນ ລະຫວ່າງກຳລັງຂອງຢູເຄຣນ ແລະພວກກະ ບົດນິຍົມຣັດເຊຍ ທີ່ສູ້ລົບກັນຢູ່ພື້ນດິນ ລຸ່ມເສ້ນທາງຂອງເຮືອບິນຂອງພວກເຂົາເຈົ້າເຖິງ 10,000 ແມັດ.

ເມື່ອພິຈາລະນາເຖິງລະດັບຄວາມສູງຂອງເຮືອບິນແລ້ວ ບັນດານັກວິເຄາະທະຫານສົງ
ໄສວ່າ ຄົງຈະແມ່ນລູກສອນໄຟ BUK ລຸ່ນ SA-11 ທີ່ເຮັດຢູ່ຣັດເຊຍ ທີ່ຖືກນຳໃຊ້ຍິງ
ເຮືອບີນລຳນັ້ນ ຕົກ.

ມີພາບວີດີໂອ ທີ່ກະຊວງພາຍໃນຂອງຢູເຄຣນ ນຳອອກເຜີຍແຜ່ ທີ່ກ່າວກັນວ່າ ສະແດງ
ໃຫ້ເຫັນລົດທີ່ເປັນຖານຍິງລູກສອນໄຟ ‘BUK’ ກຳລັງແລ່ນມຸ່ງໜ້າໄປທາງຊາຍແດນ
ຣັດເຊຍ ຈາກເຂດທີ່ຢູ່ໃຕ້ການຄວບຄຸມຂອງພວກກະບົດ ແລະລູກສອນໄຟລູກນຶ່ງໃນ
ຈຳນວນ 4 ລູກ​ ຫາຍໄປ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ເອີ້ນເຫດການດັ່ງກ່າວນີ້ວ່າ ໜ້າ
ໂກດແຄ້ນເປັນທີ່ສຸດ. ທ່ານໂອບາມາກ່າວວ່າ:

“ຫລັກຖານຊີ້ບອກວ່າ ເຮືອບິນໄດ້ຖືກ ລູກສອນໄຟຕໍ່ຕ້ານອາກາດສະຍານ
ຍິງຕົກ ຈາກພື້ນທີ່ທີ່ຢູ່ໃຕ້ການຄວບຄຸມຂອງພວກຢາກແບ່ງແຍກດິນແດນ ທີ່ໄດ້ຮັບການສະໜັບສະໜູນຈາກຣັດເຊຍ ຢູ່ພາຍໃນຣັດເຊຍ. ພວກເຮົາ
ຍັງຮູ້ອີກວ່າ ນີ້ບໍ່ແມ່ນເທື່ອທຳອິດທີ່ມີເຮືອບິນຖືກຍິງຕົກ ຢູ່ໃນພາກຕາເວັນ
ອອກຂອງຢູເຄຣນ.”

ສ່ວນນາຍົກລັດຖະມົນຕີຢູເຄຣນນັ້ນ ຖິ້ມໂທດໂດຍກົງ ໃສ່ພວກຢາກແບ່ງແຍກດິນ
ແດນ ທີ່ໄດ້ຮັບການໜູນຫລັງຈາກຣັດເຊຍ. ທ່ານເວົ້າວ່າ:

“ພວກເຮົາໄດ້ເລີ້ມການສືບສວນສອບສວນ ໂດຍກຸ່ມອິດສະລະ ແລະຮຽກຮ້ອງ
ໄປຍັງບັນດາລັດຖະບານຂອງຕ່າງປະເທດ ໃຫ້ຈັດຕັ້ງປະຕິບັດການສືບສວນ
ສອບສວນຂອງ ນາໆຊາດ ກ່ຽວກັບໂສກນາດຕະກຳອັນນີ້ ທີ່ເປັນການກະທຳ
ຂອງການກໍ່ການຮ້າຍ ຢ່າງບໍ່ຕ້ອງສົງໄສ.”

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ປະຕິເສດວ່າ ຣັດເຊຍບໍ່ໄດ້ມີສ່ວນ
ພົວພັນ​ໃດໆນຳເລື້ອງນີ້ ແລະຖິ້ມໂທດໃສ່ຢູເຄຣນວ່າ ເປັນຝ່າຍເຮັດໃຫ້ເຮືອບິນຕົກ.
ທ່ານ Putin ເວົ້າວ່າ:

“ແນ່ນອນ ລັດທີ່ເປັນເຈົ້າຂອງດິນແດນ ບ່ອນທີ່ເກີດເຫດການນີ້ ແມ່ນເປັນຜູ້
ຮັບຜິດຊອບ ຕໍ່ໂສກນາດຕະກຳ ທີ່ຮ້າຍຂາດອັນນີ້.”

ນີ້ແມ່ນໂສກນາດຕະກຳຄັ້ງທີສອງ ທີ່ໄດ້ເກີດແກ່ສາຍການບິນມາເລເຊຍ ໃນປີນີ້ ຫລັງ
ຈາກ ທີ່ຖ້ຽວບິນ MH370 ໄດ້ຫາຍສາບສູນໄປໃນເດືອນມີນາຕົ້ນປີນີ້. ນາຍົກລັດຖະມົນ
ຕີມາເລເຊຍ ທ່ານ Najib Razak ກໍໄດ້ຮຽກຮ້ອງ ເພື່ອຄວາມຍຸດຕິທຳເຊັ່ນກັນ. ທ່ານ
Razak ເວົ້າວ່າ:

“ຖ້າຫາກວ່າ ຜົນການສືບສວນປະກົດອອກມາວ່າ ເຮືອບິນຖືກຍິງຕົກແທ້ໆແລ້ວ
ພວກເຮົາກໍຕ້ອງຢືນຢັດໃຫ້ນຳເອົາ ພວກທີ່ກໍ່ເຫດນີ້ ມາດຳເນີນຄະດີ ລົງໂທດ
ໂດຍໄວ.”

ພາບຜູ້ນຳໂລກສະແດງປະຕິກິລິຍາ ຕໍ່ເລື້ອງນີ້:

ໃນຈຳນວນພວກເຄາະຮ້າຍທັງໝົດ 298 ຄົນນັ້ນ 189 ຄົນແມ່ນພົນລະເມືອງປະເທດ ເນເທີແລນດ໌. ທ່ານ Mark Rutte ນາຍົກລັດຖະມົນຕີເນເທີແລນດ໌ ສັນຍາວ່າຈະດຳ
ເນີນການສືບສວນສອບສວນຢ່າງເຕັມທີ່. ທ່ານ Rutte ເວົ້າວ່າ:

“ສະຖານນະການທີ່ມືດມົນທີ່ສຸດ ໄດ້ກາຍເປັນຄວາມຈິງຂຶ້ນມາ. ພວກເຮົາໄດ້
ປະສົບກັບຄວາມຫາຍະນະທາງອາກາດບັ້ນນຶ່ງທີ່ຮ້າຍແຮງທີ່ສຸດ ໃນປະຫວັດ
ສາດຂອງເນເທີແລນ. ປະເທດເນເທີແລນທັງໝົດ ກຳລັງຕົກໃຈຢ່າງທີ່ສຸດ.”

ຜູ້ໂດຍສານປະມານ 100 ຄົນ ເທິງເຮືອບິນລຳນັ້ນ ແມ່ນກຳລັງເດີນທາງໄປຮ່ວມກອງ
ປະຊຸມ AIDS ທີ່ປະເທດ Australia. ນາຍົກລັດຖະມົນຕີອອສເຕຣເລຍ ກ່າວວ່າ ຈະຕ້ອງບໍ່ປ່ອຍໃຫ້ຣັດເຊຍ ຂວາງທາງການສືບສວນສອບສວນຢ່າງເຕັມທີ່.

ການຂັດແຍ້ງກັນໃນຢູເຄຣນ ໄດ້ແຕະຕ້ອງເຖິງ ທຸກຈອກທຸກແຈຂອງໂລກ ໂດຍສ້າງ
ຄວາມເສຍຫາຍແກ່ຊີວິດມະນຸດ ຢ່າງໃຫຍ່ຫລວງຈົນໜ້າຕົກໃຈ. ນອກນັ້ນແລ້ວ ກໍອາດສາມາດສ້າງຄວາມເສຍຫາຍທາງການທູດ ຢ່າງສູງໄດ້ເຊັ່ນກັນ.

Malaysia Reeling: Second Air Disaster in Four Months
please wait

No media source currently available

0:00 0:01:43 0:00

XS
SM
MD
LG