ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ກ່າວວ່າ ການເຈລະຈາ ເປັນໄປໄດ້ ພາຍໃຕ້ ສະພາບການ ທີ່ເໝາະສົມ


ທ່ານນາງ Choe Son Hui ​ເອກ​ອະທິບໍດີ​ ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ເໜືອ ຮັບຜິດຊອບ​ກ່ຽວ​ກັບ​ກິດຈະການ​ສະຫະລັດ. (23 ມິຖຸນາ 2016)
ທ່ານນາງ Choe Son Hui ​ເອກ​ອະທິບໍດີ​ ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ເໜືອ ຮັບຜິດຊອບ​ກ່ຽວ​ກັບ​ກິດຈະການ​ສະຫະລັດ. (23 ມິຖຸນາ 2016)

ນັກ​ການ​ທູດ​ອະ​ວຸ​ໂສ​ຄົນ​ນຶ່ງ​ຂອງ​ເກົາຫຼີ​ເໜືອ ກ່າວ​ໃນ​ວັນ​ເສົາ​ມື້ນີ້ວ່າ ພຽງ​ຢາງ​ເຕັມ​ໃຈ
​ທີ່​ຈະ​ໂອ້​ລົມ​ກັບ​ສະຫະລັດ ພາຍ​ໃຕ້​ເງື່ອນ​ໄຂ​ອັນ​ເໝາະ​ສົມ.

ທ່ານນາງ Choe Son Hui ​ເອກ​ອະທິບໍດີ​ ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ເໜືອຮັບ
ຜິດຊອບ ​ກ່ຽວ​ກັບ​ກິດຈະການ​ສະຫະລັດ ໃຫ້​ຄວາມ​ເຫັນ​ດັ່ງກ່າວ ໃນ​ການ​ໂອ້ລົມ​ກັບ​
ພວກ​ນັກ​ຂ່າວ ທີ່​ສະໜາມ​ບິນ​ນາໆ​ຊາດ ໃນນະຄອນຫຼວງປັກ​ກິ່ງ​ ​ຂະນະ​ທີ່​ທ່ານນາງ
​ເດີນທາງກັບ​ຄືນ​ປະ​ເທດ​ຈາກ​ນໍ​ເວ.

ອີງ​ຕາມ​ອົງການ​ຂ່າວ​ຢອນ​ຮັບ​ແລ້ວ ​ເວລາ​ມີ​ການ​ຖາມ​ວ່າ ​ເກົາຫຼີ​ເໜືອ​ ກະກຽມ​ທີ່ຈະ
​ພົບ​ປະ​ ກັບ​ລັດຖະບານ​ທ່ານ​ທຣຳ ຫຼືບໍ່? ທ່ານ​ນາງ​ກ່າວ​ວ່າ “ພວກ​ເຮົາ​ຈະ​ມີການ​ໂອ້
​ລົມຖ້າ​ເງື່ອນ​ໄຂ​ຫາກ​ເໝາະ​ສົມ.” ທີ່​ນະຄອນ​ອອສໂລ​ທ່ານ​ນາງ Choeຍັງ​ໄດ້​ພົບ​ປະ​
ກັບ​ພວກ​ນັກວິຊາການ​ແລະ​ອະດີດ​ເຈົ້າໜ້າ​ທີ່​ສະຫະລັດ.

ພວກເຈົ້າໜ້າ​ທີ່​ສະຫະລັດ ຍັງ​ບໍ່​ມີ​ປະຕິກິລິຍາ​ໃດໆກ່ຽວ​ກັບການ​ໃຫ້​ຄວາມ​ເຫັນຂອງ
​ທ່ານ​ນາງ Choe.

ປະທານາທິບໍດີ​ດໍ​ໂນ​ລ ທຣຳ ກ່າວໃນ​ເດືອນ​ແລ້ວນີ້ວ່າ ມັນ​ອາດ​ຈະ​ເກີດ ​ບັນຫາ​ຂັດ
​ແຍ້​ງ ທີ່​ໃຫຍ່ທີ່ໃຫຍ່ ກັບ​ເກົາຫຼີ​ເໜືອ ​ແຕ່​ທ່ານ​ຢາກ​ໃຫ້​ມີ​ ການ​ແກ້​ໄຂ​ທາງດ້ານ​ການ​
ທູດ ຕໍ່​ບັນຫາ​ຂັດ​ແຍ້​ງກ່ຽວ​ກັບໂຄງການ​ອາວຸດ​ນິວ​ເຄລຍ​ແລະ​ລູກ​ສອນໄຟ​ຂອງ​ເກົາ
ຫຼີ​ເໜືອ.

​ໃນ​ເວລາ​ຕໍ່​ມາ ທ່ານ​ທຣຳ ກ່າວ​ວ່າ ທ່ານ​ຮູ້ສຶກ​ເປັນ​ກຽດ ທີ່​ຈະ​ພົບ​ປະ​ກັບ​ຜູ້ນຳ​ເກົາຫລີ
​ເໜືອ ທ່ານ​ກິມຈົງ​ອຸນ ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ເໝາະ​ສົມ.

ທ່ານ Moon Jea-in ປະທານາທິບໍດີ​ ເກົາ​ຫຼີ​ໃຕ້ ​ທີ່​ຫາ​ກໍ​ເຂົ້າຮັບ​ຕຳ​ແໜ່​ງ ​ໃນ​ອາທິດ
ແລ້ວກ່າ​ວວ່າ ທ່ານ​ກໍ​ເຕັມ​ໃຈ ​ເຊັ່ນ​ດຽວ​ກັນ ທີ່​ຈະ​ເດີນທາງໄປ​ເກົາຫຼີລີເໜືອ ພາຍ​ໃຕ້
ເງື່ອນ​ໄຂ​ອັນ​ເໝາະສົມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG