ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸປະກອນໃໝ່ ຊ່ອຍຄົນ ເປັນ ອຳມະພຶກ ເຄື່ອນໄຫວ ໄດ້ອີກ


Device May Help Stroke Patients Move Again by 'Re-Wiring' Brain
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ

ຊົມວີດີໂອ ລາຍງານນີ້

ບັນດານາຍແພດ ກ່າວວ່າ ພວກຄົນ​ເຈັບ ທີ່ເປັນລົມ​ສາລະ​ບາດ
ໂດຍສ່ວນໃຫຍ່​ແລ້ວ ໄລຍະເວລາສຳຫລັບການຟື້ນໂຕຄືນໄດ້ນັ້ນ
ຈະໝົດລົງ ຫຼັງຈາກ 6 ເດືອນ. ໃນເວລານີ້ ມີອຸປະກອນອັນໜຶ່ງ ທີ່
ເຊື່ອມຕໍ່ ສັນຍານຕ່າງໆ ຈາກສະໝອງໄປຍັງຮ່າງກາຍ ທີ່ສະແດງ
ໃຫ້ເຫັນວ່າ ຍັງ​ມີຄວາມຫວັງຢູ່ ທີ່ຈະປັບປຸງການເຄື່ອນໄຫວ ຫຼັງ
ຈາກທີ່ໄດ້ເປັນລົມ​ສາລະ​ບາດ ມາໄດ້ດົນນານແລ້ວ. ຜູ້ສື່ຂ່າວ
ວີໂອເອ Maia Pujara ມີລາຍງານເລື້ອງນີ້ ຊຶ່ງໄຊຈະເລີນສຸກ
ຈະນຳມາສະເໜີທ່ານ ໃນອັນ ດັບຕໍ່ໄປ.

please wait

No media source currently available

0:00 0:04:08 0:00
ລິງໂດຍກົງ


​ໃນ​ເມື່ອ ການເປັນລົມ​ສາລະ​ບາດ ບໍ່ແມ່ນແຕ່ພຽງຄັ້ງດຽວ ຫຼື ສອງຄັ້ງ ແຕ່ວ່າສາມຄັ້ງ ຊຶ່ງໄດ້ ເຮັດໃຫ້ ທ່ານ Rick Arnold ເປັນອຳມະພຶກ ຢູ່ເບື້ອງຂວາຂອງຮ່າງກາຍລາວ ​ແລະ ໂອກາດທີ່ຈະຟື້ນໂຕຄືນໄດ້ນັ້ນ ແມ່ນມີພຽງໜ້ອຍດຽວ. ທ່ານArnold ອະດີດນາຍແພດ ປະຈຳໜ່ວຍ ດັບເພີງ ທີ່ກະສຽນແລ້ວ ​ບອກກັບພັນລະຍາ ທ່ານນາງ Kim ວ່າ ລາວຕ້ອງ ການພຽງຢ່າງດຽວ ໃນລະຫວ່າງເວລາ ທີ່ຕົກ​ຍາກລຳບາກນີ້.

ດັ່ງນັ້ນ ທ່ານ Arnold ເລີຍ​ໄປຂໍຄວາມຊ່ອຍເຫຼືອ ຈາກ ດຣ. Eric Leuthardt ຊຶ່ງ​ເປັນໝໍຜ່າຕັດທາງເສັ້ນປະສາດ ຢູ່ທີ່ ມະຫາວິທະຍາໄລ Washington ໃນນະຄອນ
St. Louis ລັດ Missouri ຜູ້​ທີ່ກຳລັງເຮັດວຽກ ກ່ຽວກັບອຸປະກອນອັນໜຶ່ງ ທີ່ອາດປ່ຽນ
ຊີວິດການເປັນຢູ່ ຂອງພວກຄົນ​ເຈັບ ຄືກັບທ່ານ Arnold ນັ້ນ.

ດຣ. Leuthardt ກ່າວວ່າ ເຖິງແມ່ນວ່າ ເບື້ອງໜຶ່ງຂອງສະໝອງ ຄວບຄຸມ ຮ່າງກາຍ
ຟາກກົງກັນຂ້າມ ​ແລະ ອີກສ່ວນໜຶ່ງຂອງສະໝອງ ສາມາດ “ເຈາະ​ເອົາ” ພວກສັນ
ຍານ​ ເພື່ອທີ່ຈະ​ເຊື່ອມຕໍ່ຄືນການສື່ສານ ລະຫວ່າງ ສະໝອງ ແລະ ຮ່າງກາຍ.

ດຣ. Leuthardt ເວົ້າວ່າ “ພວກເຮົາກຳລັງເອົາສັນຍານ​ຈາກສະໝອງ ເບື້ອງທີ່
ບໍ່ໄດ້ຮັບຜົນ​ກະທົບ ແລ້ວ​ເອົາ​ມາຖອດລະຫັດ ຂອງຈຸດປະສົງ ທີ່​ຢາກ​ຈະເຄື່ອນ
ໄຫວນັ້ນ. ທັງໆທີ່ ພວກເຂົາ ບໍ່ສາມາດເຄື່ອນໄຫວໄດ້ ພວກເຮົາຮູ້ດີວ່າ ພວກ
ເຂົາເຈົ້າຢາກຈະ ເຄື່ອນຍ້າຍ.”

​ໃນ​ເວລາ ທ່ານ Arnold ​ສວມໃສ່​ອຸປະກອນດັ່ງກ່າວ​ແລ້​ວ ​ແລະ ນຶກ​ຄິດ​ຢາກເຄື່ອນ​ຍ້າຍ
​ອຸປະ​ກອນ​ນັ້ນຈະ​ບອກ​ໃຫ້ “​ເຄື່ອງ​ຈັກມື​ຈຳລອງ” ທີ່​ຄວບ​ຄຸມ​ໂດຍ​ຄອມ​ພິວ​ເຕີ້​ ​ໃຫ້ກຳມື ​
ແລະ ​ເຄື່ອນ​ຍ້າຍ​ມື​ຂອງລາວ.

ອຸປະກອນ​ດັ່ງກ່າວ ທຳ​ງານ​ຄື​ກັນ​ກັບ ຜູ້​ຄວບ​ຄຸມ​ການ​ສັນຈອນ ​ເພື່ອ​ປ່ຽນ​ເສັ້ນທາງ​ການ​
ເລື່ອນ​ໄຫລ​ຂອງ​ຂໍ້​ມູນ ຈາກ​ສະໝອງ ​ໄປ​ຫາມື ​ແລະ ກັບ​ຄືນ​ມາອີກ. ມັນ​ຈະ​ເສີມ​ຂະຫຍາຍ
ຄວາມ​ອາດ​ສາມາດ ທີ່​ເປັນ​ທຳ​ມະ​ຊາດ​ຂອງ​ສະໝອງ ​ເພື່ອຈະ​ເຊື່ອມ​ຕໍ່​ກັນຄືນ​ອີກ ​ດ້ວຍ
​ຕົວມັນ​ເອງ ຫຼັງຈາກ​ເປັນ​ອຳມະ​ພຶກແລ້ວນັ້ນ.

ດຣ. Leuthardt ​ເວົ້າວ່າ “ທ່ານ Rick ​ເປັນລົມ​ສະ​ລາ​ບາດ ​ມາ​ໄດ້ 3 ຫາ 4 ​ປີແລ້ວ​ ​ແລະ ພວກ​ເຮົາ​ຍັງ​ສາມາດກະ​ຕຸ້ນ​ຄືນ ​ການຢືດເສັ້ນ​ໃຫ້​ລາວຄືນ​ໃໝ່ ​ເພື່ອ​ທີ່​ຈະ​
ເຝິກ​ສອນວົງ​ຈອນ​ສະໝອງຂອງ​ລາວ.”

ທ່ານ Arnold ​ເວົ້າວ່າ “ທຸກໆ​ມື້ ​ແມ່ນ​ວັນ​ຄຣິສມັສ. ທຸກ​ຢ່າງ​ທັງ​ໝົດ ພວມທຳ​ງານ
ມັນ​ກຳລັງລົງ​ໂຕ ​ໃນ​ທາງ​ທີ່​ທ່ານຕ້ອງການ​ຢາກ​ໃຫ້​ມັນ​ເປັນ​ໄປ. ອາການ​ຂອງ
ຂ້າພະ​ເຈົ້າ​ ແມ່ນ​ໄດ້​ ເລີຍກາຍ​ ອັນທີ່ແຕ່ລະຄົນຄິດເອົາ​ໄວ້​ ລວມທັງຂ້າພະ​ເຈົ້າ​
ເອງ ຊຶ່ງມັນດີ​ຂຶ້ນຫຼາຍ.”

ເຖິງ​ແມ່ນ​ວ່າ ພວກຄົນ​ເຈັບ ​ຈາກການເປັນ​ລົມ​ສະ​ລາ​ບາດ ຄື​ກັນ​ກັບ ທ່ານ Arnold
ປະ​ເຊີນ​ໜ້າ​ກັບ ອຸປະສັກ​ຫຼາຍຢ່າງ​ ໃນ​ເສັ້ນທາງ​ຂອງ​ການ​ຟື້ນ​ຟູ​ສຸຂະພາບນັ້ນ ​ດ້ວຍ
ເທັກ​ໂນ​ໂລ​ຈີ້​ໃໝ່ ຄື​ກັບ​ອຸບປະກອນທີ່ມີ​ຄຸນຄ່າ​ດັ່ງກ່າວ​ນີ້ ສາມາດ​ຊ່ອຍ​ເຫຼືອພວກ​ເຂົາ​
ໄດ້ ໃນການ​ຈັບ​ມືກັບຄົນ​ຮັກຂອງ​ພວກ​ເຂົາ​ເຈົ້າ​ ໄດ້ອີກ​ຄັ້ງໜຶ່ງ.

Doctors say for most stroke victims the window for recovery shuts after six months. Now, a device that links signals from the brain to the body shows promise in improving movement long after a stroke hits. VOA's Maia Pujara reports.

When not one, or two, but three strokes left Rick Arnold paralyzed on the right side of his body, his chances of recovery were slim.The retired paramedic firefighter told his wife Kim he wanted only one thing during that difficult time.

(RICK ARNOLD, PATIENT)
"All I really wanted to do was to be able to hold her hand. In the very beginning, it was to hold her hand."

So Arnold sought help from Dr. Eric Leuthardt.

The neurosurgeon at Washington University in St. Louis is working on a device that could change the lives of patients like Arnold.

He says although one side of the brain controls the opposite side of the body, other parts of the brain can be "tapped" for signals to re-wire communication between the brain and the body.

(DR. ERIC LEUTHARDT, WASHINGTON UNIVERSITY)
"We're taking a signal from the uninjured side of the brain and decoding that intention to move. Even though they can't move, we know that they want to move."

When Arnold straps on the device and thinks about moving, the machine tells the computerized "exoskeleton" hardware to grip and move his hand.

The device works like a traffic controller to redirect the flow of information from the brain to the hand and back again. It enhances the brain's natural ability to re-wire itself after injury.

(DR. ERIC LEUTHARDT, WASHINGTON UNIVERSITY)
"Rick was three to four years out from his stroke, and we can still recharge his plasticity for him to train his brain circuitry."

And Arnold has reaped the benefits of this new technology.

(RICK ARNOLD, PATIENT)
"Every day is Christmas. It's all working, it's just falling into place the way you want it to be.I am going way beyond what anyone thought including myself, much better."

Though stroke victims like Arnold face many obstacles on the road to recovery, new technologies like this can go a long way in helping them hold the hands of their loved ones once again.

XS
SM
MD
LG