ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມພັດທະນາ ເຂື່ອນໄຊຍະບູລີ ຢືນຢັນວ່າ ໂຄງການແມ່ນໄດ້ ມາດຕະຖານສາກົນ ໃນທຸກດ້ານ


Sayabouly Dam Construction in Laos
Sayabouly Dam Construction in Laos
ກຸ່ມລົງທຶນໃນໂຄງການກໍ່ສ້າງເຂື່ອນໄຊຍະບຸລີເທິງແມ່ນໍ້າຂອງ
ໃນລາວຢືນຢັນວ່າ ການອອກແບບກໍ່ສ້າງເຂື່ອນໄດ້ມາດຕະ
ຖານສາກົນໃນທຸກດ້ານ ແລະພ້ອມທີ່ຈະຊີ້ແຈງຕໍ່ທຸກພາກສ່ວນ.

ທ່ານ ເຣວັດ ສຸວັນນະກິດຕິ ຮອງຜູ້ຈັດການທາງດ້ານເທັກນິກ
ຂອງກຸ່ມບໍລິ ສັດໄຊຍະບຸລີພາວເວີຈໍາກັດ ຊຶ່ງເປັນກຸ່ມລົງທຶນ
ພັດທະນາໂຄງການເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງ
ໃນລາວນັ້ນ ໄດ້ໃຫ້ການຢືນຢັນວ່າການດໍາເນີນງານໃນໂຄງ
ການນັບແຕ່ພິທີວາງສະລາເລິກ ເມື່ອວັນທີ 7 ພະຈິກປີກາຍ
ນີ້ ເປັນຕົ້ນມາຈົນເຖິງຂະນະນີ້ ໄດ້ເປັນໄປຕາມແຜນການທີ່
ວາງໄວ້ໃນທຸກໆ ດ້ານ ຈຶ່ງເຊື່ອໝັ້ນວ່າການກໍ່ສ້າງເຂື່ອນ ໄຊຍະບຸລິຈະສໍາເລັດຕາມກໍານົດໃນປີ 2019 ຢ່າງແນ່ນອນ.

ທັງນີ້ ເຖິງແມ່ນວ່າໂຄງການເຂື່ອນໄຊຍະບູລີຈະຖືກຄັດຄ້ານ ຈາກບັນດາອົງການອະນຸ
ລັກສິ່ງແວດລ້ອມທໍາມະຊາດທັງໃນໄທແລະໃນລະດັບສາກົນຢູ່ເລື້ອຍມາກໍຕາມ ຫາກ
ແຕ່ດ້ວຍການສຶກສາເພື່ອປ້ອງກັນບັນຫາຜົນກະທົບຕໍ່ ສິ່ງແວດລ້ອມທໍາມະຊາດແລະ
ອອກແບບກໍ່ສ້າງທີ່ໄດ້ລະດັບມາດຕະຖານສາກົນໃນທຸກໆດ້ານ ຈຶ່ງເຮັດໃຫ້ກຸ່ມລົງທຶນ
ໃນໂຄງການມີຄວາມໝັ້ນໃຈດັ່ງກ່າວ ແລະພ້ອມທີ່ຈະຕອບບັນດາຂໍ້ສົງໄສຂອງທຸກ
ພາກສ່ວນ ຈາກທົ່ວໂລກອີກດ້ວຍ ດັ່ງທີ່ທ່ານ ເຣວັດ ໄດ້ຖະແຫຼງຢືນຢັນຕໍ່ສື່ມວນຊົນ ຈາກຕ່າງປະເທດ ເມື່ອບໍ່ດົນມານີ້.

ການຖະແຫຼງຢືນຢັນດັ່ງກ່າວນີ້ຂອງທ່ານເຣວັດ ໄດ້ມີຂຶ້ນພາຍຫຼັງຈາກທີ່ ທ່ານນາງພຽນ
ພອນ ດີເທດ ຜູ້ປະສານງານຂອງອົງການແມ່ນໍ້າສາກົນ (International River )ປະຈໍາ ປະເທດໄທໄດ້ໃຫ້ການຢືນຢັນວ່າບັນດາອົງການອະນຸລັກສິ່ງແວດລ້ອມທໍາມະຊາດທັງ
ໃນລຸ່ມແມ່ນໍ້າຂອງແລະໃນລະດັບສາກົນ ຊຶ່ງລວມເຖິງເຄືອຂ່າຍປະຊາຊົນໄທ ເພື່ອການ
ອະນຸລັກແມ່ນໍ້າຂອງ ດ້ວຍນັ້ນ ໄດ້ຕຽມການເຄຶ່ອນໄຫວເພື່ອຄັດຄ້ານໂຄງການ ກໍ່ສ້າງ ເຂື່ອນເທິງ ແນວແມ່ນໍ້າຂອງອີກເທື່ອໃໝ່ ໂດຍມີເປົ້າໝາຍຈະຊຸກຍູ້ໃຫ້ບັນຫາຂັດແຍ້ງ ກ່ຽວກັບການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງໃຫ້ເປັນປະເດັນບັນຫາລະດັບ ພູມີພາກ ຂອງອາຊ່ຽນ.

ຫວຽດນາມຮ້ອງຂໍລາວ ໃຫ້ເລື່ອນເວລາ ໃນການສ້າງເຂື່ອນ ໄຊຍະບູລີ
ຫວຽດນາມຮ້ອງຂໍລາວ ໃຫ້ເລື່ອນເວລາ ໃນການສ້າງເຂື່ອນ ໄຊຍະບູລີ

ທັງນີ້ໂດຍທ່ານນາງ ພຽນພອນ ໄດ້ໃຫ້ການອະທິບາຍວ່າ
ສາເຫດທີ່ເຮັດໃຫ້ຕ້ອງມີການຍົກລະດັບຂອງການເຄື່ອນໄຫວ
ຈາກສະເພາະໃນເຂດລຸ່ມແມ່ນໍ້າຂອງໄປສູ່ລະດັບອາຊ່ຽນນັ້ນ
ກໍຍ້ອນວ່າການເຈລະຈາຕໍ່ຮອງຜົນປະໂຫຍດຕ່າງໆ ຕາມການ
ຕົກລົງວ່າດ້ວຍການໃຊ້ປະໂຫຍດຈາກແມ່ນໍ້າຂອງລະຫວ່າງ
ລາວ ໄທ ກໍາປູເຈຍ ແລະຫວຽດນາມ ຫຼືຄະນະກໍາມາທິການ
ແມ່ນໍ້າຂອງ (MRC) ໂດຍທີ່ບໍ່ມີຈີນແລະມຽນມາຮ່ວມດ້ວຍນັ້ນ
ຖືເປັນຈຸດອ່ອນທີ່ສຸດ ເພາະນອກ ຈາກຈະບໍ່ສາມາດເຈລະຈາ ຕໍ່ຮອງກັບຈີນກ່ຽວກັບແຜນການກໍ່ສ້າງເຂື່ອນ ເທິງແນວແມ່ນໍ້າ
ຂອງໄດ້ແລ້ວ ຂໍ້ຕົກລົງດັ່ງກ່າວກໍຍັງບໍ່ສາມາດ ທີ່ຈະບັງຄັບໃຊ້ ກັບປະເທດສະມາຊິກ ດ້ວຍກັນໄດ້ ຢ່າງແທ້ຈິງອີກດ້ວຍ.

ກໍລະນີທີ່ສາມາດສະທ້ອນໃຫ້ເຫັນບັນຫາດັ່ງກ່າວນີ້ໄດ້ຢ່າງຊັດເຈນທີ່ສຸດ ກໍຄືການກໍ່ສ້າງ
ເຂື່ອນໄຊຍະບຸລີໃນລາວທີ່ຍັງບໍໄດ້ຮັບສັນທາມະຕິຈາກປະເທດສະມາຊິກດ້ວຍກັນ ແຕ່
ຢ່າງໃດ ແຕ່ກໍປາກົດວ່າທາງການລາວແລະກຸ່ມລົງທຶນ ໃນໂຄງການກໍໄດ້ເລີ່ມລົງມືກໍ່ສ້າງ ຢ່າງເປັນທາງການນັບຕັ້ງແຕ່ທ້າຍປີທີ່ຜ່ານມາແລ້ວ ດ້ວຍເຫດນີ້ຈື່ງເຮັດໃຫ້ເຄືອຂ່າຍອົງ ການອະນຸລັກໄດ້ຕັດສິນໃຈທີ່ ຈະຍົກລະດັບການເຄຶ່ອນໄຫວຈາກລຸ່ມແມ່ນໍ້າຂອງໄປສູ່
ລະດັບອາຊ່ຽນ ໂດຍ ທີ່ຈະໃຊ້ໂຄງການເຂຶ່ອນໄຊຍະບຸລີເປັນກໍລະນີຕົວຢ່າງ.

ໂຄງການເຂື່ອນໄຊຍະບຸລີມີກໍານົດການກໍ່ສ້າງສໍາເລັດແລະເລີ່ມສົ່ງກະແສໄຟຟ້າຂາຍ ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທນັບແຕ່ປີ 2019 ເປັນ ຕົ້ນໄປ ຊຶ່ງກໍຈະ ເຮັດໃຫ້ກຸ່ມລົງທຶນມີລາຍຮັບຈາກການຂາຍພະລັງງານໄຟຟ້າ ສ່ວນໃຫຍ່ທີ່ຜະລິດໄດ້
ເຖິງ 1,285 ເມກາວັດ ນັ້ນ ຄິດເປັນມູນຄ່າລວມກວ່າ 13,000 ລ້ານໂດລາໃນຕະຫຼອດ ໄລຍະສໍາປະທານ 29 ປີ ໂດຍລັດຖະບານ ລາວກໍຈະໄດ້ສ່ວນແບ່ງເຖິງ 3,900 ລ້ານ
ໂດລາ ໃນຕະຫຼອດໄລຍະສໍາປະທານດັ່ງກ່າວ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG