ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຈີນ ຕົກລົງກັນ ຫຼາຍເລື່ອງ ໃນການພົບປະ ສຸດຍອດ ທີ່ລັດ ຄາລີຟໍເນຍ (ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ແລະປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ພວມຍ່າງລົມກັນ ທີ່ບ່ອນຕາກອາກາດ Annenberg ໃນເຂດ Rancho Mirage ລັດ ຄາລີຟໍເນຍ (8 ມິຖຸນາ 2013)
ປະທານາທິບໍດີ ບາຣັກ ໂອບາມາ ແລະປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ພວມຍ່າງລົມກັນ ທີ່ບ່ອນຕາກອາກາດ Annenberg ໃນເຂດ Rancho Mirage ລັດ ຄາລີຟໍເນຍ (8 ມິຖຸນາ 2013)
ເຈົ້າໜ້າທີ່ສະຫະລັດ ແລະຈີນ ໄດ້ຕົກລົງກັນ ຢູ່ທີ່ກອງປະຊຸມສຸດ ຍອດແບບບໍ່ເປັນທາງການໃນມື້ວັນສຸກແລະວັນເສົາຜ່ານມານັ້ນ
ວ່າ ຈະເຮັດວຽກຮ່ວມກັນ ເພື່ອຮັບມື ກັບການປ່ຽນແປງ ຂອງດິນ
ຟ້າອາກາດແລະຍຸຕິໂຄງການອາວຸດນິວເຄລຍຂອງເກົາຫຼີເໜືອ. ທັງສອງຝ່າຍໄດ້ສົນທະນາຫາລືກັນ ກ່ຽວກັບບັນຫາຄວາມປອດ ໄພທາງອິນເຕີແນັດຊຶ່ງເປັນບັນຫາລະອຽດອ່ອນຕະຫຼອດທັງບັນ ຫາອື່ນໆໃນຂອບເຂດທີ່ກວ້າງຂວາງ. Bill Ide ຜູ້ສື່ຂ່າວວີໂອເອ ລາຍງານມາຈາກກຸງປັກກິ່ງວ່າ ຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ການເຈລະຈາດັ່ງກ່າວຈະມີຜົນສໍ່າໃດ ໃນແກ້ໄຂບັນຫາຂັດແຍ້ງ
ທີ່ສຳຄັນໆແລະຫຼຸດຜ່ອນຄວາມບໍ່ໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ ລະຫວ່າງປະເທດມະຫາອຳນາດ ຂອງໂລກທັງສອງ. ໄພສານ ມີ
ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ການລາຍງານຂ່າວຢູ່ຈີນ ກ່ຽວກັບກອງປະຊຸມສຸດຍອດທີ່ບໍ່ເປັນທາງການ ລະຫວ່າງສະຫະ ລັດກັບຈີນເມື່ອໄວໆມານີ້ ສ່ວນໃຫຍ່ແລ້ວ ແມ່ນເປັນໄປໃນທາງບວກ ແລະກໍຍັງສືບຕໍ່ເປັນ ຫົວຂໍ້ຂ່າວອັນດັບນຶ່ງ ຂອງລາຍການຂ່າວທຸກໆຊົ່ວໂມງ ນຶ່ງມື້ກວ່າໆຫຼັງຈາກກອງປະຊຸມດັ່ງ ກ່າວໄດ້ສິ້ນສຸດລົງ ຢູ່ທີ່ລັດຄາລີຟໍເນຍນັ້ນ.

ໃນມື້ວັນຈັນຜ່ານມານີ້ໜັງສືພິມປະຊາຊົນລາຍວັນຫຼື China Daily ຂອງທາງການຈີນພາດ ຫົວຂໍ້ຂ່າວວ່າ “ພ້ອມແລ້ວທີ່ຈະເປີດບົດຕອນໃໝ່” ໃນໜ້າທຳອິດຂອງຕົນ. ບົດຂຽນນີ້ ແມ່ນ ໄດ້ເນັ້ນຢໍ້າ ເຖິງຄຳເວົ້າ ຂອງລັດຖະມົນຕີອະວຸໂສຈີນ ທ່ານ Yang Jiechia ໃນຕອນປິດ ກອງປະຊຸມສຸດຍອດ ຊຶ່ງເອີ້ນການເຈລະຈາທີ່ດຳເນີນໄປເປັນເວລາດົນກວ່າ 8 ຊົ່ວໂມງນັ້ນ ວ່າ ບໍ່ເຄີຍມີມາກ່ອນ ຖ້າເວົ້າເຖິງເລື່ອງເວລາ ຄຸນນະພາບ ແລະການລົງເລິກ.

ສ່ວນທ່ານ Tom Donilon ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດຊຶ່ງພ້ອມໆ ກັນກັບທ່ານ Yang ກໍໄດ້ຖະແຫຼງຕໍ່ສື່ມວນຊົນໃນຕອນທ້າຍຂອງກອງປະຊຸມສຸດຍອດຄືກັນ ແລະໄດ້ເອີ້ນການພົບປະ ໃນຄັ້ງນີ້ວ່າ ເປັນໄປໃນທາງສ້າງສັນ ໃນຂອບເຂດທີ່ກວ້າງຂວາງ ແລະໃນທາງບວກ.

ທ່ານ Jean-Pierre Cabestan ນັກລັດຖະສາດການເມືອງ ທີ່ມະຫາວິທະຍາໄລ ບັບຕິສ ຮົງກົງກ່າວວ່າ ທັງສອງຝ່າຍຕ່າງກໍຢາກເວົ້າວ່າ ການພົບປະໃນຄັ້ງນີ້ ເປັນໄປໃນທາງບວກ. ທ່ານເວົ້າວ່າ ພວກເຂົາເຈົ້າຢາກບອກໃຫ້ໂລກຮູ້ວ່າ ເຂົາເຈົ້າຈະດຳເນີນງານຮ່ວມກັນ ເພື່ອ ຢ່າງໜ້ອຍ ກໍຫຼຸດຜ່ອນຄວາມຂັດແຍ້ງກັນ ຖ້າຫາກວ່າແກ້ໄຂບໍ່ໄດ້.

ທ່ານ Cabestan ເວົ້າວ່າ “ແຕ່ກໍຫັ້ນແຫລະ ຍັງຈະຕ້ອງໄດ້ມີການລໍຖ້າເບິ່ງວ່າກອງ ປະຊຸມສຸດຍອດນີ້ຈະມີຄວາມສຳຄັນຫຼືບໍ່ຕໍ່ຄວາມສຳພັນໃນອະນາຄົດລະຫວ່າງສະ ຫະລັດກັບຈີນ ຫຼືວ່າຈະຖືກພິຈາລະນາໃນອະນາຄົດວ່າ ເປັນການດຳເນີນຄວາມ ພະຍາຍາມຢ່າງບໍ່ສໍາເລັດຜົນ ເພື່ອປົວແປງຄວາມສຳພັນທີ່ບັນຫາຂັດແຍ້ງໂຕຈິງ ນັບມື້ນັບເຕີບໃຫຍ່ຂະຫຍາຍໂຕຂຶ້ນ ກາຍຂົງເຂດຂອງການຮ່ວມມື.”



ໃນເວລານີ້ ຂົງເຂດທັງໝົດ ທີ່ສະຫະລັດແລະຈີນ ມີການຮ່ວມມືກັນເພີ້ມຂຶ້ນນັ້ນ ກໍມີບັນຫາ ທ້າທາຍຕ່າງໆເຊັ່ນດຽວກັນ. ໂຕຢ່າງ ປະເທດທັງສອງ ໄດ້ດຳເນີນງານຮ່ວມກັນມາເປັນເວ ລາຫຼາຍໆປີເພື່ອເສີມສ້າງຄວາມສຳພັນລະຫວ່າງກອງທັບກັບກອງທັບ ເຖິງແມ່ນວ່າໄດ້ດຳ ເນີນໄປຢ່າງຊ້າໆກໍຕາມ.

ໃນລະຫວ່າງ ການເຈລະຈາກັນຄັ້ງນີ້ ຈີນ ໄດ້ຕົກລົງ ທີ່ຈະເຂົ້າຮ່ວມ ການຊ້ອມລົບຮ່ວມກັບ ກອງທັບເຮືອສະຫະລັດເປັນເທື່ອທຳອິດໃນລະດູຮ້ອນໜ້າ. ການເສີມຂະຫຍາຍການສື່ສານ ຄົມມະນາຄົມ ລະຫວ່າງກອງທັບກັບກອງທັບ ຂອງປະເທດທັງສອງ ແມ່ນເປັນສິ່ງນຶ່ງທີ່ພວກ ນັກວິເຄາະເວົ້າວ່າ ອາດສາມາດຊ່ອຍໄດ້ຫຼາຍໃນການຫຼີກລ່ຽງບໍ່ໃຫ້ເກີດບັນຫາຂັດແຍ້ງໃນ ເວລາທີ່ໄພຂົມຂູ່ ຈາກການຄຳນວນຜິດພາດນັບມື້ນັບເພີ້ມທະວີຂຶ້ນ.

ການເຄື່ອນໄຫວເພີ້ມຂຶ້ນຂອງຈີນເພື່ອປ້ອງກັນໃນອັນທີ່ຈີນເວົ້າວ່າການອ້າງກຳມະສິດຂອງ ຕົນໃນເຂດທະເລຈີນໃຕ້ ພວມສ້າງຄວາມວິຕົກກັງວົນຕື່ມຂຶ້ນ ຢູ່ໃນຂົງເຂດ. ສຳລັບປັກກິ່ງ ເອງແລ້ວ ກໍແມ່ນມີຄວາມສົງໄສຢ່າງໃຫຍ່ຫຼວງຕໍ່ການດຳເນີນຄວາມພະຍາຍາມຂອງສະຫະ ລັດທີ່ຈະເພັ່ງເລັງຄວາມສົນໃຈຂອງຕົນຄືນໃໝ່ໄປຍັງຂົງເຂດເອເຊຍບໍ່ພຽງແຕ່ໃນດ້ານເສດ ຖະກິດທໍ່ນັ້ນແຕ່ຍັງຮວມທັງດ້ານທະຫານນຳດ້ວຍ.

ເປັນທີ່ຄາດກັນວ່າ ກອງທັບເຮືອຂອງສະຫະລັດຈະຫັນປ່ຽນກອງກຳລັງທັງໝົດຂອງຕົນ 60 ເປີເຊັນ ໄປຍັງເຂດມະຫາສະມຸດປາຊີຟິກ ພາຍໃນປີ 2020 ໃນອັນທີ່ພວກນັກຍຸດທະສາດ ບາງຄົນໃນຈີນເຊື່ອວ່າ ເປັນພາກສ່ວນນຶ່ງໃນການດຳເນີນຄວາມພະຍາຍາມ ເພື່ອປິດລ້ອມ ຈີນແລະຕໍ່ຕ້ານການໂຜ່ໂຕຂຶ້ນມາມີອິດທິພົນເພີ້ມຂຶ້ນຂອງຈີນ.

ທ່ານເສຍ ທ້າວແມ່ນອາຈານສອນຢູ່ມະຫາວິທະຍາໄລທີ່ສຶກສາກ່ຽວກັບຕ່າງປະເທດຢູ່ທີ່ກຸງ ປັກກິ່ງ.

ທ່ານເສຍ ທ້າວ ກ່າວວ່າ “ທ່ານຈົ່ງເບິ່ງການເຄື່ອນໄຫວທາງບົກຂອງສະຫະລັດຫຼາຍໆ ຢ່າງແມ່ນເປັນພຽງສັນຍາລັກທໍ່ນັ້ນ. ໂຕຢ່າງການສົ່ງທະຫານ 1,200 ຄົນໄປປະຈຳ ທີ່ເມືອງ Darwin ໃນພາກເໜືອຂອງອອສເຕຣເລຍ ແລະ ການຊ້ອມລົບຮ່ວມທາງ ທະຫານກັບຟີລິບປິນ. ສິ່ງເຫຼົ່ານີ້ ແມ່ນເປັນພຽງສັນຍາລັກຫຼາຍກວ່າສາລະ. ແຕ່ໃນ ຄວາມເຫັນຂອງຊາວຈີນແລ້ວ ມັນແມ່ນຄໍາຖາມວ່າ ເປັນຫຍັງສະຫະລັດຈຶ່ງກັບຄືນ ມາ?”

ທ່ານ ໂອບາມາ ປະຊຸມກັບປະທານປະເທດຈີນ
please wait

No media source currently available

0:00 0:00:43 0:00


ສະຫະລັດກ່າວວ່າ ບັນຫານຶ່ງທີ່ສຳຄັນ ຕໍ່ອະນາຄົດຂອງຄວາມສຳພັນສອງຝ່າຍ ກໍຄືຄວາມ ປອດໄພທາງດ້ານອິນເຕີແນັດ. ນັບເປັນເວລາຫຼາຍໆເດືອນມາແລ້ວທີ່ປະເທດທັງສອງຕ່າງ ກໍກ່າວຫາຊຶ່ງກັນແລະກັນກັບໄປກັບມາວ່າເປັນແຫຼ່ງທີ່ມາຂອງການໂຈມຕີຊຶ່ງໄດ້ສ້າງຄວາມ ເສຍຫາຍຢ່າງໜັກຕໍ່ເສດຖະກິດແລະຄວາມໝັ້ນຄົງແຫ່ງຊາດ.

ຜູ້ນຳຂອງສະຫະລັດແລະຈີນ ບໍ່ໄດ້ມີກຳນົດທີ່ຈະພົບປະກັນຈົນກ່ວາທ້າຍປີນີ້ແລະພວກນັກ ວິເຄາະການເມືອງ ກ່າວວ່າ ຄວາມວິຕົກກັງວົນ ກ່ຽວກັບການໂຈມຕີທາງອິນເຕີແນັດ ແລະ ການຫັນຄວາມສົນໃຈກັບຄືນໄປສູ່ຂົງເຂດເອເຊຍປາຊີຟິກຄືນອີກຂອງສະຫະລັດແມ່ນເປັນ ເຫດຜົນທີ່ພາໃຫ້ພວກທ່ານພົບປະກັນໄວຂຶ້ນ.

ໃນກອງປະຊຸມຫາລືເລື່ອງຍຸດທະສາດແລະເສດຖະກິດໃນເດືອນໜ້ານີ້ ຊຶ່ງເປັນການເຈລະ ຈາປະຈຳປີໃນຂອບເຂດທີ່ກວ້າງຂວາງລະຫວ່າງປະເທດທັງສອງນັ້ນສະຫະລັດແລະຈີນຈະ ຈັດໃຫ້ມີການໂອ້ລົມກັນແບບພິເສດຂອງເຈົ້າໜ້າທີ່ກ່ຽວກັບຄວາມປອດໄພດ້ານອິນເຕີແນັດ.

ພວກນັກວິເຄາະເວົ້າວ່າ ສ່ວນນຶ່ງຂອງບັນຫາທ້າທາຍໃນການຮັບມືກັບບັນຫາໃນຂອບເຂດ ທີ່ກວ້າງຂວາງຕ່າງໆກໍຄືປະເທດທັງສອງຕ່າງກໍມີຜົນປະໂຫຍດແຫ່ງຊາດຂອງຕົນແລະການ ພະຍາຍາມຮັກສາເພື່ອໃຫ້ມີຄວາມກໍ້າເກິ່ງສົມດຸນກັນນັ້ນ ແມ່ນຂ້ອນຂ້າງຍາກ.

ຄວາມເຫັນບົດນຶ່ງ ທີ່ລົງພິມຢູ່ໃນໜັງສືພິມ Global Times ຂອງທາງການຈີນ ໃນມື້ວັນຈັນ ຜ່ານມານີ້ໂຕ້ແຍ້ງວ່າ ມັນບໍ່ຍຸຕິທຳທີ່ຈະຄິດວ່າ ຈີນບໍ່ຢາກແກ້ໄຂບັນຫາທີ່ສຳຄັນຕ່າງໆ ແຕ່ ກໍກ່າວຕື່ມວ່າ ຄວາມຮຽກຮ້ອງຕ້ອງການຂອງສະຫະລັດນັ້ນ ສ່ວນຫລາຍແລ້ວ ມັກຈະເປັນ ສິ່ງທີ່ຈະປະຕິບັດຕາມໄດ້ຍາກ.

ເບິ່ງວີດີໂອ ກ່ຽວຂ້ອງ:

XS
SM
MD
LG