ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານ ຂອງໄທ ຍັງສືບຕໍ່ ປະທ້ວງ ຮຽກຮ້ອງໃຫ້ ນາຍົກ ຍິ່ງລັກ ລາອອກ (ວີດີໂອ/ສະໄລດ໌)


ພວກປະທ້ວງໃນໄທ
ພວກປະທ້ວງໃນໄທ
ນາຍົກລັດຖະມົນຕີໄທ ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະວັດ​ ກ່າວ​ວ່າ
ທ່ານ​ນາງ​ຈະ​ບໍ່​ຍອມອ່ອນຂໍ້ ໃຫ້ແກ່ຄວາມ​ຮຽກຮ້ອງ​ຕ້ອງການ​
ຂອງພວກຝ່າຍ​ຄ້ານ ທີ່​ຢາກໃຫ້​ທ່ານ​ນາງລາອອກ​ຈາກ​ຕໍາ​ແໜ່​ງ
ເຖິງ​ແມ່ນໄດ້ມີການ​ປະ​ທ້ວງຂະໜາດໃຫຍ່​ ຕິດ​ຕໍ່​ກັນ​ມາ​ເປັນ​
ເວລາ 2 ມື້​ແລ້ວ ​ໂດຍ ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​
ຢູ່ທີ່​ບາງກອກ​ນັ້ນກໍຕາມ.

ທ່ານ​ນາງຍິ່ງລັກ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ວັນ​ອັງຄານ
​ມື້​ນີ້ວ່າ ທ່ານ​ນາງ​ມີໜ້າ​ທີ່​ຮັບ​ຜິດ​ຊອບ​ຕາ​ມລັດຖະທໍາ​ມະນູນ
ທີ່​ຈະ​ຕ້ອງ​ດໍາລົງ​ຕໍາ​ແໜ່​ງ ​ໃນ​ຖານະນາ​ຍົກລັດຖະມົນຕີ ຕໍ່ໄປ
ແລະ​ມີ​ແຕ່​ການ​ໃຫ້​ຄວາມ​ຮ່ວ​ມ​ໄມ້​ຮ່ວມ​ມື​ ແລະ​ການເຈລະຈາ
ຫາລືກັນເທົ່ານັ້ນ ທີ່​ຈະ​ແກ້ໄຂ ວິ​ກິດ​ການທາງ​ການ​ເມືອງ​ຂອງ​ປະ​ເທດ ທີ່ຕົກຢູ່ໃນສະພາບ​
ບໍ່​ໄປ​ບໍ່​ມາ ​ມາ​ໄດ້​ຫຼາຍໆ​ເດືອນ ແລ້ວນັ້ນ.

ທ່ານນາງຍິ່ງລັກ ກ່າວວ່າ “​ຂ້າ​ພະ​ເຈົ້າ​ໄດ້​ກ່າວເນັ້ນ​ມາ​ຫຼາຍໆ​ຄັ້ງແລ້ວວ່າ ຂ້າ​ພະ​
ເຈົ້າມີພາ ລະໜ້າ​ທີ່ ທີ່​ຈະ​ຕ້ອງໄດ້​ປະຕິບັດ​ ຕາມຄວາມ​ຮັບ​ຜິດ​ຊອບຂອງຂ້າພະ
ເຈົ້າ ຫຼັງຈາກ​ທີ່​ໄດ້​ຍຸບສະພາ​ແລ້ວ​ນັ້ນ. ຂ້າ​ພະ​ເຈົ້າມີໜ້າ​ທີ່ຮັບ​ຜິດ​ຊອບ​ທີ່ຈະຕ້ອງ
ປະຕິບັດໃນ​ຖານະຜູ້ຮັກສາການ. ຂ້າ​ພະ​ເຈົ້າຢາກ​ຈະ​ເວົ້າ​ວ່າ ​ໃນ​ປະຈຸ​ບັນ​ນີ້
ຂ້າ​ພະ​ເຈົ້າບໍ່​ໄດ້​ຖື​ ຕໍາ​ແໜ່ງ​ໃດ​ໆທັງ​ນັ້ນ ​ແຕ່​ວ່າ ຂ້າ​ພະ​ເຈົ້າຕ້ອງ​ໄດ້ຮັກສາ ໃຫ້ມີ
ສະຖຽນ​ລະ​ພາບ​ທາງ​ດ້ານການ​ເມືອງ​ຂອງ​ປະ​ເທດ​ໄວ້​.”


ທ່ານ​ນາງ​ໄດ້ໃຫ້ຄວາມເຫັນດັ່ງ​ກ່າວ ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງຝ່າຍຄ້ານ​ຫຼາຍ​ພັນ​ຄົນ ​
ໄດ້​ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງສາຍຕ່າງໆເປັນ​ມື້​ທີ 2 ​ແລ້ວ ໂດຍພາກັນ
ໂບກ ​ທຸງຊາດ​ແລະ​ເປົ່າ​ໝາກຫວີດ ຢູ່​ຂ້າງ​ນອກ​ຕຶກ​ອາຄານໂຮງການ​ລັດຖະບານ ​
ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ລົບ​ກວນ​ການປະຕິບັດໜ້າທີ່ທາງ​ລາດຊະ​ການ​.


​ຜູ້​ນໍາ​ຂອງ​ພວກ​ເຂົາ​ເຈົ້າ ອະດີດຮອງ​ນາຍົກລັດຖະມົນຕີ ທ່ານ​ສຸ​ເທບ ​ເທືອກ​ສຸບັນ ​
ໄດ້​ກ່າວ​ວ່າ ທ່ານຈະສືບ​ຕໍ່​ທຳການປະ​ທ້ວງ​ແລະ​ຍັງຂົ່ມຂູ່​ວ່າ ​ຈະ​ຈັບ​ກຸມ​ຄູ່ປໍລະປັກ​
ຂອງ​ທ່ານ ຄືທ່ານນາງຍິ່ງລັກ ຖ້າ​ຫາກ​ວ່າ ທ່ານ​ນາງ​ຍັງ​ຈະ​ດື້​ດຶງ ບໍ່​ຍອມ​ລົງ​ຈາກ​ຕໍາ​ແໜ່​ງ.
ທ່ານສຸເທບເວົ້າວ່າ “ໃນໄລຍະສອງສາມມື້ຂ້າງໜ້ານີ້ ພວກເຮົາຈະປິດໂຮງການລັດຖະ
ບານທັງໝົດ ແຕ່ຖ້າຫາກພວກເຂົາບໍ່ຍອມ ພວກເຮົາຈະຄຸມຂັງນາຍົກລັດຖະມົນຕີ
ແລະລັດຖະມົນຕີຄົນອື່ນໆນຳດ້ວຍ.”

​ໃນ​ຂັ້ນ​ຕົ້ນ​ ພວກ​ປະ​ທ້ວງ​ແນ​ເປົ້າ​ໝາຍ​ທີ່​ຈະ​ປິດ​ເມືອງຫຼວງ​ຂອງ​ໄທ ​ແຕ່​ການ​ດໍາລົງ​ຊີວິດ
ຂອງ ຊາວ​ໄທ​ນັ້ນ ​ຍັງ​ດໍາ​ເນີນຕໍ່​ມາຢ່າງເປັນ​ປົກກະຕິ ​ໃນ​ຫຼາຍໆ​ເຂດ​ຂອງ​ບາງກອກ
ໃນ​ວັນ​ອັງຄານ​ມື້​ນີ້ ​ແຕ່​ວ່າ ການ​ຈາລະ​ຈອນແມ່ນ​ເບົາບາງ​ລົງ​ແດ່ ​ແລະ​ມີພວກ​ປະ​ທ້ວງ
​ບາງ​ກຸ່ມ​ໄດ້​ພາກັນປິດທາງແຍກ​ທີ່​ສໍາຄັນໆ ຫຼາຍ​ໆ​ແຫ່ງ.

THAI PROTEST
please wait
Embed

No media source currently available

0:00 0:01:14 0:00
XS
SM
MD
LG