ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວາງຮາກຖານເຮັດໃຫ້ ແຂ້ວເດັກນ້ອຍ ແຂງແຮງດີ (ເບິ່ງວີດິໂອ ແລະຮຽນພາສາອັງກິດ ໄປພ້ອມ)


ແມ່ທີ່ກໍາລັງຈະເສັດສົບໃຫ້ແກ່ທາລົກນ້ອຍເກີດໃໝ່
ແມ່ທີ່ກໍາລັງຈະເສັດສົບໃຫ້ແກ່ທາລົກນ້ອຍເກີດໃໝ່

ພວກ​ນັກ​ຊ່ຽວຊານ​ເວົ້າວ່າ ການ​ຮັກສາ​​ໃຫ້​ແຂ້ວ​ດີ ​ແມ່ນ​ເລີ້ມຕົ້ນ​ແຕ່​ຕອນ​ເກີດ ​ໂດຍ​ການ ​ເອົາ​ໃຈ​ໃສ່ ​ເບິ່ງ​ແຍງ​ເຟັນແຂ້ວ​ຂອງ​​ທາຣົກ​ໃຫ້​ດີ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Caty Weaver ມີລາຍ ງານກ່ຽວກັບເລື້ອງນີ້ ຊຶ່ງວັນນະສອນຈະນໍາມາສະເໜີທ່ານ.

ແຂ້ວບໍ່ດີອາດພາ​ໃຫ້ເຈັບປວດ--ແລະອາດຮ້າຍແຮງໄປກ່ວາ​ນັ້ນ​ອີກ. ມັນສາມາດເປັນ
ອັນຕະລາຍເຖິງຊີວິດໄດ້. ອາການເຟັນແຂ້ວແລະແຂ້ວອັກເສບ ສາມາດປ່ອຍເຊື້ອ​ແບັກທີເຣຍອອກໄປໃສ່ລະບົບໝູນວຽນຂອງເລືອດໄດ້. ພວກເຊື້ອໂຣກດັ່ງກ່າວ ສາ
ມາດເພີ້ມໂອກາດ​ໃນ​ການເປັນ ໂຣກຫົວໃຈວາຍ ຫລື ໂຣກລົມສາລະບາດ ຫລື
stroke ນັ້ນ​ໄດ້ ທັງເຮັດໃຫ້ຜົນກະທົບຂອງພະຍາດອື່ນ ເພີ້ມຄວາມຮຸນແຮງຂຶ້ນອີກ
ກໍເປັນໄດ້ ແລະກໍບໍ່ມີແຕ່ພຽງຜູ້ໃຫຍ່ເທົ່ານັ້ນ ທີ່ມີຄວາມສ່ຽງຕໍ່ການ​ເປັນ​ໂຣກ​ເຫລົ່ານີ້.

ຕົວຢ່າງເຊັ່ນ ໃນປີ 2007, ພວກທ່ານໝໍຢູ່ໃນເຂດກຸງວໍຊິງຕັນເວົ້າວ່າ ເດັກນ້ອຍຜູ້ນຶ່ງ
ເສຍຊີວິດ ຍ້ອນວ່າ ອາການແຂ້ວອັກເສບໄດ້ແຜ່ໄປຫາ ສະໝອງຂອງລາວ. ພວກທ່ານ
ໝໍ​ເຫລົ່ານີ້ເວົ້າວ່າ ຖ້າຫາກລາວໄດ້ຮັບການປິ່ນປົວແຂ້ວຕາມທີ່ລາວຕ້ອງການມັນອາດ
ຊ່ວຍປ້ອງກັນບໍ່ໃຫ້ລາວ​ຕາຍໄດ້. ​ເດັກຊາຍ​ຄົນ​ນີ້ ມີອາຍຸ​ໄດ້ 12 ປີ.

ເດັກນ້ອຍອາຍຸ 6 ເດືອນທີ່ອົມໂປ້ມື
ເດັກນ້ອຍອາຍຸ 6 ເດືອນທີ່ອົມໂປ້ມື

ພວກນັກຊ່ຽວຊານ ທີ່ສະຖາບັນ
ການແພດ​ແຫ່ງ​ຊາດ​ສະຫະລັດ
ເວົ້າວ່າການດູແລຮັກສາແຂ້ວທີ່ດີ
ແມ່ນຕ້ອງເລີ້ມເຮັດມາແຕ່ມື້ເກີດ.
ພວກທ່ານໝໍເວົ້າວ່າ ການໃຫ້
ລູກກິນນົມແມ່​ແມ່ນເປັນອາ
ຫານທີ່ດີທີ່ສຸດ ສໍາລັບການ
ເຕີບໂຕຂອງແຂ້ວທີ່ແຂງແຮງດີ.
ການກິນນົມແມ່ ສາມາດທີ່ຈະ
ຊ່ວຍເຮັດໃຫ້ເຊື້ອແບັກທີເຣຍ
ເຕີບໂຕຊ້າ​ລົງແລະການຜະລິດ
ອາຊິດຢູ່ໃນປາກ ຊ້າລົງ.

ແຕ່ພວກໝໍປົວແຂ້ວເວົ້າວ່າ ຄວນ​ທໍາ​ຄວາມສະອາດເຟັນແຂ້ວ​ແລະ​ແຂ້ວ​ນໍ້ານົມຂອງ
ເດັກທາລົກ ທຸກໆ​ຄັ້ງຫລັງຈາກປ້ອນອາຫານແລ້ວ ໂດຍໃຊ້ຜ້າຈຸບນໍ້າອຸ່ນໜ້ອຍນຶ່ງ
ເສັດ. ຖ້າເດັກຫາກກິນນົມປ໋ອງ ກໍໃຫ້ເຮັດ​ແບບດຽວກັນ. ພວກນັກຊ່ຽວຊານເວົ້າວ່າ ຖ້າຫາກທ່ານໃຫ້ລູກດູດເຕົ້ານົມໃນເວລານອນ ກໍໃຫ້ເອົາແຕ່ນໍ້າເທົ່ານັ້ນ ໃຫ້ລູກດູດ.

ເມື່ອແຂ້ວທາລົກນ້ອຍຫາກເລີ້ມເກີດອອກມາ ທ່ານສາມາດທໍາຄວາມສະອາດມັນ ໂດຍໃຊ້ແປງສີແຂ້ວທີ່ປຽກຊຸ່ມ. ພວກໝໍປົວແຂ້ວເວົ້າວ່າ ​ເປັນການສໍາຄັນທີ່​ທ່ານ​
ຕ້ອງ​ໃຊ້ແປງຖູແຂ້ວທີ່ອ່ອນໆ ແລະເຮັດພິເສດສະເພາະໃຊ້ສໍາລັບ​ທາລົກ ແລະກໍ
ໃຫ້ຖູ​ແຂ້ວ​ທາລົກຄ່ອຍໆ.

ການໃຊ້ທາດຟລໍໄຣດ໌ເພື່ອປ້ອງກັນແຂ້ວ ເປັນວິທີທີ່ມັກໃຊ້ກັນທົ່ວ​ໄປໃນຫລາຍພາກ
ສ່ວນຂອງໂລກ. ຕົວຢ່າງເຊັ່ນ ທາດນີ້ມັກຈະເອົາປົນໃສ່​ໃນນໍ້າ​ກິນນໍ້າດື່ມ. ໃຊ້ທາດຟລໍ
ໄຣດ໌ ກັບຜິວ​ແຂງໆທາງ​ນອກ​ຂອງແຂ້ວ ທີ່ຫຸ້ມແຂ້ວທາງ​ໃນ​ນັ້ນ ຈະ​ຊ່ວຍ​ກັນປ້ອງກັນ
ບໍ່ໃຫ້ແຂ້ວເປັນແມງ ຫລືເປັນຮູ.

ແຕ່ວ່າເດັກນ້ອຍໆ ມັກຈະກືນກິນຢາສີແຂ້ວໃນເວລາຜັດແຂ້ວນັ້ນ.

ສະ​ຖາ​ບັນທັນຕະແພດເດັກອາ​ເມຣິກັນ ຫລື American Academy of Pediatric
Dentistry ​ໃຫ້​ຂໍ້​ສັງ​ເກດ​ວ່າ ການກືນກິນຢາຖູແຂ້ວ ທີ່ມີທາດຟລໍໄຣດ໌ນັ້ນ ອາດພາ
ໃຫ້ເກີດບັນຫາໄດ້. ສະນັ້ນ ພວກພໍ່​ແມ່​ຄວນກໍາກັບ​ເບິ່ງນໍາລູກນ້ອຍຢ່າງລະມັດລະວັງ
ເວລາທີ່ພວກເຂົາເຈົ້າຖູແຂ້ວ. ແລະຄວນເອົາຢາຖູແຂ້ວ ທີ່ມີທາດຟລໍໄຣດ໌ໃຫ້ເຂົາເຈົ້າ
ໃຊ້ພຽງແຕ່ໜ້ອຍດຽວ ຄືໃນປະລິມານເທົ່າກັບ​ເມັດໝາກຖົ່ວ​ແຮເທົ່ານັ້ນ.

ພວກພໍ່ແມ່ເດັກສ່ວນຫລາຍ ມີຄວາມສົນໃຈຢາກຮູ້ວ່າ ການດູດນີ້ວມື ຫລືການດູດ
ໝາກແຫວ້ ແມ່ນມີຜົນກະທົບແນວໃດຕໍ່ແຂ້ວຂອງເດັກທາລົກນ້ອຍ.

ໂດຍລວມແລ້ວ ພວກນັກຊ່ຽວຊານແຂ້ວແມ່ນເຫັນດີນໍາວ່າ ການເຮັດແນວນັ້ນ ແມ່ນ
ບໍ່ເປັນຫຍັງໃນຕອນ​ຕົ້ນໆ​ຂອງຊີວິດເດັກ.

ບັນດາ​ແພດປະຈໍາສະ​ຖາ​ບັນທັນຕະແພດເດັກອາ​ເມຣິກັນ ເວົ້າວ່າເດັກນ້ອຍສ່ວນຫລາຍ ແມ່ນຈະເຊົາດູດໂປ້ມືຂອງຕົນເມື່ອອາຍຸໄດ້ 4 ປີ. ຖ້າຫາກ​ເດັກຍັງເຮັດແນວນັ້ນຕໍ່ໄປຢູ່
ກຸ່ມນັກການແພດດັ່ງກ່າວ​ແນະ​ນໍາໃຫ້​ພໍ່​ແມ່​ໄປໂອ້ລົມກັບໝໍປົວແຂ້ວ ຫລືແພດທົ່ວໄປ
ຂອງເດັກ ​ເພາະມັນອາດສາມາດລົບກວນການຈະເລີນເຕີບໂຕຂອງແຂ້ວຖາວອນຂອງ
ເດັກ ກໍໄດ້.

ພວກໝໍແຂ້ວແນະນໍາວ່າ ຄວນພາເດັກນ້ອຍໄປຫາໝໍແຂ້ວເທື່ອທໍາອິດ ຢ່າງໜ້ອຍກໍຕອນ ທີ່ພວກເຂົາເຈົ້າໄດ້ປີນຶ່ງ. ​ພວກ​ເຂົາ​ເຈົ້າ​ກ່າວວ່າ ເດັກທາລົກນ້ອຍຄວນໄດ້ຮັບການກວດ ເມື່ອແຂ້ວພວກເຂົາປົ່ງຂຶ້ນມາໃໝ່ໆ ຊຶ່ງ​ຕາມ​ປົກກະຕິ​ແລ້ວ ແມ່ນຕອນອາຍຸໄດ້ 6 ເດືອນ.

ແລະ​ນັ້ນຄືລາຍ​ງານ​ການ​ແພດ​ຂອງ​ວີ​ໂອ​ເອພະ​ແນ​ກພາສາອັງກິດພິເສດ ຫລື VOA
Special English ສໍາລັບ​ພວກ​ທີ່​ຢາກ​ຮຽນ​ພາສາ​ອັງກິດ​ໄປ​ພ້ອມ. ພວກເຮົາສາມາດ
ເຂົ້າ​ໄປອ່ານ, ຟັງແລະຮຽນພາສາອັງກິດ ກັບ​ລາຍການ​ອື່ນໆ​ຂອງ​ພວກ​ເຮົາ​ໄດ້ ທີ່
voaspecialenglish.com.

ເບິ່ງວີດິໂອລາຍງານຂ່າວພາສາອັງກິດ

XS
SM
MD
LG