ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກເດໂມແຄຣັດ ຕັ້ງຄຳຖາມ ກ່ຽວກັບ ປະຫວັດ ດ້ານຄວາມປອດໄພ ແຫ່ງຊາດ ຂອງທ່ານທຣຳ


Democratic Response The America I Love
please wait

No media source currently available

0:00 0:00:48 0:00

ອະດີດຜູ້ປົກຄອງລັດ Kentucky ທ່ານ Steve Beshear ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ບໍ່ໄດ້ຮັກສາສັນຍາຂອງທ່ານທີ່ຈະຊ່ວຍ ເຫຼືອປະຊາຊົນ “ຜູ້ທີ່ກຳລັງດີ້ນ ຮົນສ້າງສາລາຍ ໄດ້ເພື່ອການຢູ່ລອດ.” ແລະ ວ່າ ຄຳໝັ້ນສັນຍາຂອງທ່ານ ຕໍ່ຄວາມ ປອດໄປແຫ່ງຊາດແມ່ນ “ຖືກທົດສອບແລ້ວ.”

ທ່ານ Beshear ໄດ້ກ່າວໂຕ້ຕອບຕາມທຳນຽມຂອງພັກເດໂມແຄຣັດ ຕໍ່​ຄຳ​ປາ​ໄສ​ຂອງ​ປະທານາທິບໍດີ​ທຣຳ ທີ່​ມີ​ຕໍ່ລັດຖະສະພາຄົບ​ຄະນະ ໃນຕອນຄ່ຳຂອງວັນອັງຄານວານນີ້.

ທ່ານໄດ້ກ່າວວ່າ “ປະທານາທິບໍດີ ທຣຳ ບໍ່ໄດ້ຫົວຊານຳໄພຂົ່ມຂູ່ອັນຮ້າຍແຮງຕໍ່ຄວາມ ປອດໄພແຫ່ງຊາດຈາກ ຣັດເຊຍ, ຜູ້ທີ່ບໍ່ແມ່ນເພື່ອນຂອງພວກເຮົາ, ໃນຂະນະທີ່ທ່ານ ໄດ້ຕີຫ່າງບັນດາພັນທະມິດຂອງພວກເຮົາ, ຜູ້ທີ່ໄດ້ຕໍ່ສູ້ຄຽງຂ້າງກັບພວກເຮົາ ແລະ ໝູ່ເພື່ອນຂອງພວກເຮົາໃນໂລກທີ່ມີອັນຕະລາຍ.”

ທ່ານ Beshear ໄດ້ກ່າວວ່າ ວິທີການຂອງທ່ານ ທຣຳ ຕໍ່ຄວາມປອດໄພໄດ້ເຮັດໃຫ້ ສະ ຫະລັດ ມີຄວາມປອດໄພໜ້ອຍລົງ, ແລະ ໄດ້ກ່າວວ່າ ທ່ານໄດ້ເຮັດ “ທຸກຢ່າງ ແລະ ໄດ້ປະກາດສົງຄາມ ກ່ຽວກັບ ອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານ.”

ທ່ານ ທຣຳ ໄດ້ຖືກຕຳໜິວິຈານຢ່າງ​ແຮງ ແລະການທ້າທາຍຂອງ​ສານ ຕໍ່ ດຳລັດຂອງ ທ່ານ ທີ່ໄດ້ຢຸດໂຄງການຮັບເອົາອົບພະຍົບຂອງປະເທດໄວ້ຊົ່ວຄາວ ແລະ ຫ້າມທຸກໆ ຄົນຈາກປະເທດ ອີຣັກ, ອີຣ່ານ, ຊີເຣຍ, ລີເບຍ, ເຢເມນ, ໂຊມາເລຍ ແລະ ຊູດານ ເດີນທາງເຂົ້າ ສະຫະລັດ. ທ່ານໄດ້ມີແຜນທີ່ຈະສະເໜີດຳລັດ ສະບັບປັບປຸງໃນໄວໆນີ້. ທ່ານໄດ້ແນະນຳບັນດາເຈົ້າໜ້າທີ່ລັດຖະບານກາງໃຫ້ຂະຫຍາຍຂໍ້ບັງຄັບຕໍ່ປະຊາ ຊົນຜູ້ທີ່ອາໄສຢູ່ໃນ ສະຫະລັດ ຢ່າງຜິດກົດໝາຍ ແລະ ໄດ້ກໍ່ອາຊະຍາກຳ.

ທ່ານ Beshear ໄດ້ກ່າວວ່າ “ທ່ານປະທານາທິບໍດີ ສາມາດ ແລະ ຄວນບັງຄັບໃຊ້ກົດ ໝາຍຄົນເຂົ້າເມືອງຂອງພວກເຮົາ. ແຕ່ພວກເຮົາສາມາດປົກປ້ອງ ອາເມຣິກາ ໂດຍບໍ່ ປະຖິ້ມກົດລະບຽບ ແລະ ພັນທະທາງສິນທຳຂອງພວກເຮົາ ເພື່ອຊ່ວຍເຫຼືອພວກທີ່ຫຼົບ ໜີຈາກສົງຄາມ ແລະ ການກໍ່ການຮ້າຍ, ໂດຍບໍ່ແບ່ງແຍກຄອບຄົວຕ່າງໆອອກຈາກ ກັນ ແລະ ໂດຍບໍ່ຈຳເປັນຕ້ອງສ່ຽງອັນຕະລາຍຂອງທະຫານຂອງພວກເຮົາ​ໄປຕໍ່ສູ້ ໃນຕ່າງປະເທດ.”

ດຳລັດຂອງທ່ານ ທຣຳ ມາຮອດດຽວນີ້ ບໍ່ໄດ້ສົ່ງຜົນກະທົບຕໍ່ເດັກນ້ອຍຜູ້ທີ່ໄດ້ເດີນທາງ ເຂົ້າ ສະຫະລັດ ຢ່າງຜິດກົດໝາຍ ແລະ ຜູ້ທີ່ຖືກປົກປ້ອງຈາກຂໍ້ບັງຄັບຄົນເຂົ້າເມືອງ ພາຍໃຕ້ ດຳລັດຂອງທ່ານ ໂອບາມາ ທີ່ເອີ້ນວ່າ the Dream Act.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG