ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາສະມາຊິກພັກເດໂມແຄຣັດ ມີຄວາມໝັ້ນໃຈ ວ່າ ທ່ານນາງ ຄລິນຕັນ ຈະບໍ່ຖືກຟ້ອງຮ້ອງ ກ່ຽວກັບອີແມວລ


Democrats Sound Confident Clinton Won't Be Indicted Over Emails
please wait

No media source currently available

0:00 0:02:16 0:00

ສະມາຊິກພັກເດໂມແຄຣັດ ຜູ້ທີ່ໂດດເດັ່ນທັງຫຼາຍ ຄາດໝາຍວ່າ ທ່ານນາງ Hillary Clinton ຜູ້ຄາດວ່າຈະຖືກສະເໜີຊື່ເຂົ້າ ແຂ່ງຂັນເປັນປະທານາທິບໍດີ ຂອງພວກຕົນນັ້ນ ຈະບໍ່ຖືກຟ້ອງຮ້ອງ ໃນການນຳໃຊ້ບໍລິການອີເມລສ່ວນຕົວ ສຳລັບພາລະກິດທາງການ ໃນຂະນະທີ່ເປັນລັດຖະມົນຕີການຕ່າງປະເທດ ຄົນທຳອິດ ຂອງປະທານາທິບໍດີ ບາຣັກ ໂອບາມາ.

ສະມາຊິກສະພາສູງ ທ່ານ Cory Booker ຈາກລັດ New Jersey ທີ່ປາກົດຕົວ ຢູ່ໃນລາຍການ State of the Union ຂອງຕາໜ່າງຂ່າວ CNN ໄດ້ກ່າວວ່າ “ອັນນັ້ນ ຈະບໍ່ເກີດຂຶ້ນເລີຍ ອັນນັ້ນ ສຳລັບຂ້າພະເຈົ້າເຫັນວ່າ ເປັນສິ່ງທີ່ ຈະ ບໍ່ເປັນໄປໄດ້.”

ໃນພາບຖ່າຍເມື່ອວັນທີ 18 ຕຸລາ 2011 ນີ້, ສຳນວນພາບ, ໃນເວລານັ້ນ ລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ກວດເບິ່ງ ໂທລະສັບມືຖື Blackberry ຢູ່ທີ່ໂຕະຢູ່ໃນເຮືອບິນ C-17 ຂອງທະຫານ.
ໃນພາບຖ່າຍເມື່ອວັນທີ 18 ຕຸລາ 2011 ນີ້, ສຳນວນພາບ, ໃນເວລານັ້ນ ລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ກວດເບິ່ງ ໂທລະສັບມືຖື Blackberry ຢູ່ທີ່ໂຕະຢູ່ໃນເຮືອບິນ C-17 ຂອງທະຫານ.

ເກີດຄວາມສົນໃຈຂຶ້ນ ຫຼັງຈາກທີ່ທ່ານນາງ Clinton ໄດ້ພົບປະກັບບັນດາ ເຈົ້າໜ້າທີ່ສືບສວນສອບສວນ ຂອງອົງການສັນຕິບານກາງ FBI ເປັນເວລາ ຫຼາຍກວ່າ 3 ຊົ່ວໂມງເມື່ອວັນເສົາທີ່ຜ່ານມານີ້. ການສຳພາດ ອາດເປັນບາດ ກ້າວສຸດທ້າຍ ກ່ອນທີ່ກະຊວງຍຸຕິທຳ ຈະຕັດສິນວ່າ ຈະຟ້ອງຮ້ອງ ຫຼື ຈະວ່າ ປາດສະຈາກການກະທຳຜິດໃດໆ.

ທ່ານນາງ Clinton ໄດ້ກ່າວຢູ່ທີ່ ຕາໜ່າງຂ່າວ MSNBC ວ່າ “ມັນເປັນສິ່ງທີ່ ຂ້າພະເຈົ້າ ໄດ້ສະເໜີໃຫ້ເຮັດ ຕັ້ງແຕ່ເດືອນສິງຫາປີກາຍນີ້ ວ່າ ຂ້າພະເຈົ້າ ກໍປະສົງ ຢາກຈະເຮັດເຊັ່ນນັ້ນ ແລະ ຂ້າພະເຈົ້າເພິ່ງພໍໃຈ ທີ່ໄດ້ມີໂອກາດ ຊ່ອຍເຫຼືອ ກະຊວງຍຸຕິທຳ ໃນການທົບທວນຄືນວຽກງານຂອງກະຊວງ ໃຫ້ສິ້ນສຸດລົງ.”

ໃນຂະນະທີ່ ທ່ານນາງ ຄລິນຕັນ ຢາກຈະລະງັບການຮ້ອງໂຮ ກ່ຽວກັບບັນຫາ ທີ່ຈະບໍ່ຈາງຫາຍໄປຈາກ ຜູ້ທີ່ຄາດວ່າຈະເປັນຄູ່ແຂ່ງຂອງທ່ານນາງ ສັງກັດ ພັກຣີພັບບລີກັນ ທ່ານ Donald Trump ຜູ້ທີ່ໄດ້ໂດດເຂົ້າໂຈມຕີ ດ້ວຍການ ຂຽນຂໍ້ຄວາມລົງ Twitter ວ່າ “ມັນເປັນໄປບໍ່ໄດ້ ທີ່ FBI ຈະບໍ່ສະເໜີແນະ ກ່າວຟ້ອງທາງອາຍາ ຕໍ່ທ່ານນາງ Hillary Clinton ກ່ຽວກັບ ອັນທີ່ທ່ານ ນາງໄດ້ເຮັດໄປນັ້ນ ເປັນສິ່ງທີ່ຜິດ!”

ອີງຕາມ ບັນດາພັນທະມິດ ຂອງທ່ານນາງ ຄລິນຕັນແລ້ວແມ່ນວ່າ ມັນບໍ່ແມ່ນ ຈັ່ງຊັ້ນ.

ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ Sherrod Brown ໄດ້ກ່າວ ຢູ່ໃນລາຍການ This Week ຂອງຕາໜ່າງຂ່າວ ABC ວ່າ “ຂ້າພະເຈົ້າບໍ່ເປັນ ຫ່ວງກ່ຽວກັບມັນ. ຈະບໍ່ມີການຟ້ອງຮ້ອງ ແລະ ອັນນັ້ນ ກໍໝາຍຄວາມວ່າ ທ່ານນາງໄດ້ເຮັດ ຕາມທີ່ລັດຖະມົນຕີການຕ່າງປະເທດຫຼາຍໆຄົນ ທີ່ຜ່ານມາ ໄດ້ກະທຳກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG