ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ ຂອງທຸກພັກຝ່າຍ ໃນ ສປ ຄອງໂກ ຖືກໂຈະໄວ້ ແລະຈະເລີ່ມຄືນໃໝ່ ໃນສັບປະດາໜ້າ


ພວກຝ່າຍຄ້ານຊາວຄອງໂກ ຂອງສະຫະພາບ ເພື່ອຊາວ
ຄອງໂກແຫ່ງຊາດ ຫຼື້ Union for the Congolese
Nation (UNC) ປະທານ Vital Kamerhe (ຊ້າຍ) ໂອ້ລົມກັບຫົວໜ້າພັກຝ່າຍຄ້ານ ກຳລັງປະຕິຮູບ ເພື່ອແນວໂຮມ
ແລະຄວາມສາມັກຄີ ຫຼື Reformist Forces for Union and Solidarity's (FONUS) ທ່ານ Joseph Olenga Nkoy, ວັນທີ 31 ທັນວາ 2016.
ພວກຝ່າຍຄ້ານຊາວຄອງໂກ ຂອງສະຫະພາບ ເພື່ອຊາວ ຄອງໂກແຫ່ງຊາດ ຫຼື້ Union for the Congolese Nation (UNC) ປະທານ Vital Kamerhe (ຊ້າຍ) ໂອ້ລົມກັບຫົວໜ້າພັກຝ່າຍຄ້ານ ກຳລັງປະຕິຮູບ ເພື່ອແນວໂຮມ ແລະຄວາມສາມັກຄີ ຫຼື Reformist Forces for Union and Solidarity's (FONUS) ທ່ານ Joseph Olenga Nkoy, ວັນທີ 31 ທັນວາ 2016.

ພວກກຸ່ມຕໍ່ຕ້ານໃນສາທາລະນະລັດ ປະຊາທິປະໄຕ ຄອງໂກ ຫຼື DRC ພາຍໃຕ້ກຸ່ມ
ຮົ່ມໂພ Rassemblement ທີ່ພວມລໍຄອຍການໂອ້ລົມກັບລັດຖະບານ ທີ່ຈະມີຂື້ນ
ໃນອາທິດໜ້າ ເຖິງແມ່ນຈະມີການຕາຍ ເກີດຂຶ້ນຂອງຫົວໜ້າກຸ່ມ ທ່ານ Etienne
Tshisekedi ກໍຕາມ.

ພວກສະໜັບສະໜູນຂອງກຸ່ມຕໍ່ຕ້ານ ແລະພວກອົງການສັງຄົມພົນລະເຮືອນຕ່າງໆ
ໄດ້ສະແດງເຖິງ ຄວາມເປັນຫ່ວງວ່າ ການສູນເສຍທ່ານ Tshisekedi ຈະສ້າງ
ຄວາມເສຍຫາຍ ໃຫ້ແກ່ຂໍ້ຕົກລົງ ທີ່ຫາກໍມີຂຶ້ນກັບລັດຖະບານ. ຂໍ້ຕົກລົງດັ່ງກ່າວ
ຈະປ່ອຍໃຫ້ປະທານາທິບໍດີ Joseph Kabila ໃຫ້ນຳພາລັດຖະບານຂ້າມຜ່ານໄ
ປໄດ້ ຕະຫຼອດປີ ຊຶ່ງການເລືອກຕັ້ງ ຈະໄດ້ຈັດຂຶ້ນໃໝ່.

ທ່ານ Freddy Mbuyamu Matungulu, ຜູ້ນຳ ກຸ່ມຝ່າຍຄ້ານ ພັກ Congo Nabiso ພາບຖ່າຍ ໂດຍ (Courtesy - F. Matungulu)
ທ່ານ Freddy Mbuyamu Matungulu, ຜູ້ນຳ ກຸ່ມຝ່າຍຄ້ານ ພັກ Congo Nabiso ພາບຖ່າຍ ໂດຍ (Courtesy - F. Matungulu)

ບັນດາຜູ້ໄກ່ເກ່ຍ ທີ່ເປັນອະທິການຄຸນພໍ່ຂອງແຄໂທລິກ ຜູ້ທີ່ໄດ້ເລື່ອນການເຈລະຈາ ລະຫວ່າງ ກຸ່ມຝ່າຍຄ້ານ Rassemblement ແລະ ລັດຖະບານ ແມ່ນຄາດກັນວ່າ ຈະກັບຄືນມາຍັງນະຄອນຫຼວງ Kinshasa ເພື່ອເລີ້ມຕົ້ນການເຈລະຈາ ໃນສັບປະ
ດາໜ້າ ອີງຕາມ ທ່ານ Freddy Mbuyamu Matungulu ຜູ້ນຳຂອງພັກ Nabiso
ທີ່ເປັນພັກຝ່າຍຄ້ານຂອງຄອງໂກ.

ທ່ານ Matungulu ຜູ້ທີ່ມີຊື່ສຽງໃນທີມງານເຈລະຈາ ຂອງ Rassemblement
ໄດ້ກ່າວວ່າ "ມັນເປັນຄວາມຫວັງຂອງຂ້າພະເຈົ້າ ທີ່ວ່າ ການເຈລະຈາ ຈະເລີ່ມຄືນໃໝ່
ແລະ ຈະນຳເອົາມັນໃຫ້ເກີດດອກອອກຜົນໃນຂັ້ນສຸດທ້າຍ ເພາະວ່າ ການເສຍຊີວິດ
ຂອງພວກຜູ້ເຖົ້າຜູ້ແກ່ຂອງພວກເຮົາ ແລະ ຜູ້ນຳ ເກີດຂຶ້ນພຽງສອງສາມມື້ບໍ່ດົນຜ່ານມາ.
ພວກເຮົາໄດ້ມີເວລາ ເພື່ອທົດສອບເຈຕະນາອັນດີຂອງລັດຖະບານ. ໝົດທຸກຄົນ ໄດ້
ລົງທຶນຫຼາຍແລ້ວ ເຂົ້າໃນການປຶກສາຫາລືກັນເຫຼົ່ານີ້ ແລະ ຂ້າພະເຈົ້າຫວັງວ່າ ລັດ
ຖະບານ ຈະສືບຕໍ່ເອົາຈິງເອົາຈັງ ກ່ຽວກັບວ່າ ເຮັດຈັ່ງໃດ ພວກເຮົາເອົາຂະບວນການ
ທັງໝົດເຫຼົ່ານີ້ ແລະ ພວກເຮົາຈະສຳເລັດທຸກສິ່ງທຸກຢ່າງ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG