ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຕ້ວາທີ ຜູ້ສະໝັກ ປະທານາທິບໍດີ ພັກເດໂມແຄຣັດ ເພັ່ງເລັງໃສ່ ນະໂຍບາຍ ຕ່າງປະເທດ


ບັນດາຜູ້ສະໝັກ ເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ, ຈາກຊ້າຍ ອະດີດ ສະມາຊິກສະພາສູງ ລັດ Virginia ທ່ານ Jim Webb, ສະມາຊິກສະພາສູງ ລັດ Vermont ທ່ານ Bernie Sanders, ອະດີດ ລັດຖະມົນຕີ ຕ່າງປະເທດ ທ່ານນາງ Hillary Clinton, ອະດີດ ຜູ້ປົກຄອງ ລັດ Maryland ທ່ານ Martin O'Malley ແລະ ອະດີດຜູ້ປົກຄອງ ລັດ Rhode Island ທ່ານ Lincoln Chafee
ບັນດາຜູ້ສະໝັກ ເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ, ຈາກຊ້າຍ ອະດີດ ສະມາຊິກສະພາສູງ ລັດ Virginia ທ່ານ Jim Webb, ສະມາຊິກສະພາສູງ ລັດ Vermont ທ່ານ Bernie Sanders, ອະດີດ ລັດຖະມົນຕີ ຕ່າງປະເທດ ທ່ານນາງ Hillary Clinton, ອະດີດ ຜູ້ປົກຄອງ ລັດ Maryland ທ່ານ Martin O'Malley ແລະ ອະດີດຜູ້ປົກຄອງ ລັດ Rhode Island ທ່ານ Lincoln Chafee

ບັນດາ​ຜູ້​ສະໝັກ ເປັນປະທານາທິບໍດີຂອງ​ພັກ​ເດ​ໂມ​ແຄຣັດ ​ໄດ້
​ ເພັ່ງ​ເລັງ​ຢ່າງ​ໜັກ ຕໍ່​ບົດບາດໃນ​ດ້ານ​ທະຫານ ຂອງ​ສະຫະລັດ
​ແລະ ຣັດ​ເຊຍ ຢູ່​ໃນ​ຊີ​ເຣຍ ຂະນະ​ທີ່​ພວກ​ເຂົາ​ເຈົ້າ ​ໄດ້​ຖົກຖຽງກັນ
ກ່ຽວກັບ ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ໃນ​ລະຫວ່າງ ການ​ໂຕ້​
ວາທີຄັ້ງທຳ​ອິດ​ ຂອງ​ພວກ​ເຂົາ​ເຈົ້າ ​ເມື່ອຄ່ຳຄືນ​ວັນ​ອັງຄານ​ວານ​ນີ້
​ໃນ​ຂະນະ​ທີ່ ຜູ້​ທີ່​ມີ​ຄວາມ​ຫວັງ ​ເປັນປະທານາທິບໍດີ ທ່ານ​ນຶ່ງ ​ໄດ້
ລະບຸຊື່​ຈີນວ່າ ​ເປັນ​ໄພ “ຂົ່ມຂູ່​ໃນດ້ານ​ຍຸດ​ທະ​ສາດໃຫຍ່ທີ່​ສຸດ”
ຕໍ່​ສະຫະລັດ.

ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ໄດ້
​ສະໜັບສະໜູນ ​ໃຫ້​ແນວ​ໂຮມ​ສ້າງຕັ້ງເຂດ​ຫ້າມ​ບິນ ຂຶ້ນໃນ​ຊີ​ເຣຍ ອັນເປັນ​ວິທີການ​ຊ່ວຍ
​ກົດ​ດັນໃຫ້ຣັດ​ເຊຍ ທີ່​ເປັນ​ພັນທະ​ມິດ​ຂອງ​ຊີ​ເຣຍ ​ທຳການພົວພັນ​ກັບ​ຝ່າຍ​ອື່ນໆ ​ໃນ​ຂົງເຂດ
ແລະຫາ​ທາງ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງ ໂດຍທາງ​ການ​ເມືອງ. ທ່ານ​ນາງ ກ່າວ​ອີກ​ວ່າ ສະຫະລັດ
ຕ້ອງຢືນ​ຂຶ້ນ ຕໍ່​ຕ້ານໃນອັນ​ທີ່​ທ່ານນາງ​ເອີ້ນ​ວ່າ “ການ​ໃຊ້ກຳລັງຂົ່ມຂູ່” ​ ໂດຍປະທານາທິບໍດີ
ຣັດ​ເຊຍ ທ່ານ Vladimir Putin.

ໃນພາບນີ້ ທີ່ຖ່າຍເມື່ອວັນທີ 11 ຕຸລາ 2015, ທະຫານຊີເຣຍ ໂບກທຸກຊາດຊີເຣຍ ສະເຫຼີມສະຫຼອງ ການຢຶດໄດ້ ເມືອງ Achan ໃນແຂວງ Hama, ປະເທດຊີເຣຍ.
ໃນພາບນີ້ ທີ່ຖ່າຍເມື່ອວັນທີ 11 ຕຸລາ 2015, ທະຫານຊີເຣຍ ໂບກທຸກຊາດຊີເຣຍ ສະເຫຼີມສະຫຼອງ ການຢຶດໄດ້ ເມືອງ Achan ໃນແຂວງ Hama, ປະເທດຊີເຣຍ.

ທ່ານ​ນາງ Clinton ​ເວົ້າ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ມັນ​ມີ​ຄວາມ​ສຳຄັນອີກ​ວ່າ ​ສະຫະລັດ
ຕ້ອງ​ເຮັດ​ໃຫ້​ມັນ​ຈະ​ແຈ້ງທີ່​ສຸດ ຕໍ່ທ່ານ Putin ວ່າ ມັນເປັນທີ່ຮັບເອົາບໍ່ໄດ້ ທີ່ທ່ານ
Putin ​ເຂົ້າ​ໄປ​ສ້າງ​ຄວາມ​ວຸ້ນວາຍ​ຕື່ມ​ອີກ ​ຖິ້ມ​ລະ​ເບີດ ​ໃສ່​ປະຊາຊົນ ​ໃນ​ນາມ​ຂອງ​ທ່ານ Assad ​ ຢູ່​ໃນ​ຊີ​ເຣຍ ​ແລະ ພວກ​ເຮົາ​ບໍ່​ສາມາດ​ເຮັດ​ດັ່ງນັ້ນ ຖ້າ​ພວກ​ເຮົາ ບໍ່​ເອົາ​ທ່າ​ທີ ​ເປັນ​ຜູ້ນຳຫຼາຍຂຶ້ນຕື່ມ​ ຊຶ່ງ​ເປັນ​ອັນ​ທີ່​ຂ້າພະ​ເຈົ້າສະໜັບສະໜູນ.”

ສະມາຊິກ​ສະພາ​ສູງ ຈາກ​ລັດ Vermont ທ່ານ Bernie Sanders ກ່າວ​ວ່າ ທ່ານ​ຄິດ​ວ່າ
ທ່ານ Putin ຈະ​ຜິດ​ຫວັງ​ຕໍ່​ການ​ກະທຳ​ຂອງຣັດ​ເຊຍ​ເມື່ອ​ບໍ່​ດົນ​ມາ​ນີ້ ແລະ ​ມັນກໍເປັນ​ເຊັ່ນ​
ນັ້ນ​ແລ້ວ ​ໃນ​ເ​ລື້​ອງຂອງ ​ແຫຼມຄຣາຍ​ເມຍ ​ແລະ ຢູ​ເຄຣນ.

ທ່ານ Sanders ​ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ອັນ​ທີ່​ທ່ານ Putin ​ພະຍາຍາມເຮັດ​ໃນ
ເວລາ​ນີ້ ​ແມ່ນ​ຮັກສາ​ຊື່ສຽງໄວ້. ​ແຕ່ຂ້າພະ​ເຈົ້າຄິດ​ວ່າ ​ໃນເມື່ອຊາວຣັດ​ເຊຍ ຖືກ​ຂ້າ​
ຕາຍ ​ໃນ​ຊີ​ເຣຍ ​ແລະ ​ໃນ​ເມື່ອ​ທ່ານ Putin ປະສົບກັບບັນຫາ ຂ້າພະ​ເຈົ້າຄິດ​ວ່າ
ປະ​ຊາ​ຊົນຣັດ​ເຊຍ ຈະສົ່ງ​ຄຳເຕືອນໃຫ້​ທ່ານວ່າ ບາງທີ​ພວກ​ເຮົາ​ຄວນ​ກັບ​ຄືນ​ປະ​ເທດ
ບາງທີພວກ ​ເຮົາຄວນ​ເລີ້ມດຳເນີນງານ​ຮ່ວມ​ກັບ​ສະຫະລັດ ​ເພື່ອ​ແກ້​ໄຂ​ສະຖານະ​
ການໃນປັດຈຸບັນ​ນີ້.”

ທ່ານ Sanders ຍັງ​ໄດ້​ເອີ້ນ ​ໂອກາດໃນການສ້າງຕັ້ງເຂດ​ຫ້າມບິນ​ໃນ​ຊີ​ເຣຍ​ວ່າ ເປັນ
“ສະຖານະ​ການ​ທີ່​ອັນຕະລາຍຫຼາຍ” ຊຶ່ງອາດ​ນຳ​ໄປສູ່​ບັນຫາຕ່າງໆ​ອີກ ​ແລະ ກ່າວ​ວ່າ
ສະຫະລັດ ບໍ່ຄວນພິຈາລະນາ ສົ່ງ​ກຳລັງພາກພື້ນດິນ​ໄປ​ທີ່​ນັ້ນ ອັນ​ເປັນ​ສິ່ງ​ທີ່​ທ່ານ​ນາງ
Clinton ​ແລະ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ກໍຄັດຄ້ານເຊັ່ນດຽວກັນ.

US Democrats Foreign Policy
please wait

No media source currently available

0:00 0:03:15 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG