ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ສະໝັກ ພັກເດໂມແຄຣັດ ໄດ້ຄະແນນ ພຽງພໍ ໃນການເລືອກຕັ້ງ ພິເສດ ຢູ່ລັດຈໍເຈຍ


ທ່ານ Jon Ossoff ຈາກພັກເດໂມແຄຣັດ ຜູ້ສະໝັກແຂ່ງຂັນ ເອົາບ່ອນນັ່ງ ໃນເຂດເລືອກຕັ້ງ ທີ 6 ຂອງລັດ Georgia ກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ຄ່ຳຄືນງານປາຕີ ຂອງການຕິດຕາມຊົມການເລືອກຕັ້ງ, ວັນທີ 18 ເມສາ 2017, ໃນເມືອງ Dunwoody ລັດ Georgia.
ທ່ານ Jon Ossoff ຈາກພັກເດໂມແຄຣັດ ຜູ້ສະໝັກແຂ່ງຂັນ ເອົາບ່ອນນັ່ງ ໃນເຂດເລືອກຕັ້ງ ທີ 6 ຂອງລັດ Georgia ກ່າວຖະແຫລງ ຕໍ່ບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ຄ່ຳຄືນງານປາຕີ ຂອງການຕິດຕາມຊົມການເລືອກຕັ້ງ, ວັນທີ 18 ເມສາ 2017, ໃນເມືອງ Dunwoody ລັດ Georgia.

ພັກເດໂມແຄຣັດ ໄດ້ອ້າງເອົາໄຊຊະນະສ່ວນ​ນຶ່ງ ຕໍ່ທ່ານປະທານາທິບໍດີດໍໂນລ ທຣຳ
ໃນຂະນະທີ່ ຜູ້ລົງສະໝັກ​ແຂ່ງຂັນເທື່ອທຳອິດຂອງ​ພັກທ່ານ Jon Ossoff ໄດ້ຮັບຄະ
ແນນສຽງພຽງພໍເມື່ອວັນອັງຄານວານນີ້ ໃນເຂດເລືອກຕັ້ງທີ 6 ຂອງລັດ Georgia ຊຶ່ງ
​ແຕ່​ໃດໆ​ມາ ​ແມ່ນ​ເປັນ​ເຂດ​ຂອງພັກຣີພັບບລີກັນ ເພື່ອຈະ​ໄດ້​ເຂົ້າ​ໄປແຂ່ງຂັນໃນການ
ເລືອກຕັ້ງຂັ້ນຊີ້ຂາດ ໃນເດືອນມິຖຸນາ ຈະມາເຖິງນີ້.

ການແຂ່ງຂັນ​ເອົາບ່ອນນັ່ງ ທີ່ໄດ້ເປົ່າວ່າງລົງ ຍ້ອນທ່ານ Tom Price ​ໄດ້​ຖືກ​ແຕ່ງຕັ້ງ
ໃຫ້​ເປັນລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ປະຊາສົງເຄາະນັ້ນ ໄດ້ຮັບ
ຄວາມສົນໃຈ​ ໃນທົ່ວປະເທດ ເພາະ​ເປັນການລົງປະຊາມະຕິ ໃນ​ການ​ເຂົ້າດຳລົງ
ຕຳແໜ່ງ ເປັນປະທານາທິບໍດີ ໃນ​ໄລຍະ 100 ວັນ ຂອງທ່ານທຣຳ.

ການນັບຄະແນນສຽງທີ່ສູສີກັນທີ່ສຸດ ໄດ້ໃຊ້ເວລາ​ໄປ​ຈົນຮອດຕອນກາງຄືນ ໃນຂະນະ
ທີ່ທ່ານ Ossoff ໄດ້ບອກບັນດາຜູ້ສະໜັບສະໜູນ ວ່າ ການຕໍ່ສູ້ອາດຈະດຳ​ເນີນຕໍ່ໄປ
ຖ້າຫາກວ່າທ່ານບໍ່ໄດ້ຮັບຄະແນນສຽງກາຍ 50 ເປີເຊັນ ຊຶ່ງ​ເປັນສຽງສ່ວນຫຼາຍ ທີ່
ຕ້ອງການ ເພື່ອຈະໄດ້ຮັບໄຊຊະນະ ຢ່າງຂາດລອຍ​ ໃນ​ຮອບ​ທີ​ນຶ່ງ.

ທ່ານໄດ້ກ່າວ ​ໃນຕອນເດິກວັນອັງຄານວານນີ້ ວ່າ “ພວກເຮົາໄດ້ບັນລຸ​ໃນ​ສິ່ງ​ທີ່​ບໍ່
ຄາດ​ຄິດ ພວກເຮົາໄດ້ທັບ​ມ້າງ​ຄວາມ​ຄາດ​ຫວັງ​ຕ່າງໆ. ພວກເຮົາພວມປ່ຽນແປງ
ໂລກ ແລະ ສຽງຂອງພວກທ່ານຈະດັງກ້ອງ ໄປທົ່ວລັດນີ້ ແລະ ທົ່ວປະເທດນີ້.”

ສ່ວນປະທານາທິບໍດີ ທຣຳ ໄດ້ເຫັນການແຂ່ງຂັນທີ່ສູສີກັນນີ້ ໃນມຸມມອງທີ່ແຕກຕ່າງ
ຫຼາຍ ໂດຍຂຽນລົງ​ໃນ Twitter ບໍ່ດົນຫຼັງຈາກນັ້ນ ວ່າ “ເຖິງແມ່ນວ່າ ຈະມີເງິນມາ
ຈາກທາງນອກຢ່າງຫຼວງຫຼາຍ ຈະໄດ້ຮັບການສະໜັບສະໜູນໂດຍສື່ມວນຊົນປອມ
ກໍຕາມ ແລະ ຜູ້ລົງສະໝັກ ສັງກັດພັກຣີພັບບລີກັນ 11 ຄົນ “R” ໃຫຍ່ ຈະຊະນະ
ການ​ເລືອກ​ຕັ້ງ​ ໃນ​ຮອບ​ສອງ ຢູ່ລັດ Georgia.”

ປະທານາທິບໍດີ ໄດ້ຊັ່ງຊາ​ເບິ່ງການເລືອກຕັ້ງທີ່ມີຄວາມສຳຄັນສູງດັ່ງກ່າວ ໃນຕອນ​
ເຊົ້າວັນອັງຄານນີ້ ໂດຍຄາດຄະເນວ່າ “ທ່ານ Ossoff ຈະສ້າງຄວາມຫາຍະນະ ໃນລັດຖະສະພາ. ທ່ານອ່ອນແອຫຼາຍ ໃນເລື່ອງອາຊະຍາກຳ ແລະ ຄົນເຂົ້າເມືອງ
ຜິດກົດໝາຍ ບໍ່ດີສຳລັບວຽກງານ ແລະ ຢາກ​ເກັບພາສີສູງຂຶ້ນ. ຢ່າ ​ເລືອກ​ເອົາ
​ຜູ້ກ່ຽວ.”

ສອງສາມຊົ່ວໂມງກ່ອນການເລືອກຕັ້ງ​ເລີ້ມຂຶ້ນ ທ່ານທຣຳຍັງໄດ້ບັນທຶກສຽງຄຳຮຽກ
ຮ້ອງທາງໂທລະສັບ ເຖິງພວກຜູ້ມີສິດອອກສຽງ ໃນເຂດເລືອກຕັ້ງ ໂດຍກ່າວວ່າ “ມີແຕ່ພວກທ່ານ​ເທົ່າ​ນັ້ນ ສາມາດຢຸດຢັ້ງ ຜູ້ສະໝັກຫົວ​ເສລີ​ສຸດ ​ຂອງພັກ
ເດໂມແຄຣັດນີ້.”

ແຕ່ທ່ານ Ossoff ໄດ້ຮັບການຊ່ອຍເຫຼືອ ຈາກການລະດົມທຶນ​ ໃນທົ່ວປະເທດ ທີ່ໜ້າ
ມະຫັດສະຈັນ ໃນມູນຄ່າ 8 ລ້ານ 3 ແສນໂດລາ ມາໄດ້ ແລະ ມີພວກອາສາສະໝັກ​
ເປັນ​ຈຳນວນ​ຫຼວງຫຼາຍ ມາ​ຊ່ວຍ ​ເພື່ອຈະເອົາຊະນະ ທ່ານທຣຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG