ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊ່ອງ​​ໂຫວ້ ​ກົດ​ໝາຍ ສຫລ ​ທີ່​ອະນຸຍາດ​ ໃຫ້​ນຳ​ເຂົ້າສິນຄ້າ ​ທີ່​ເຮັດ​ໂດຍ​ ພວກ​ຂ້າ​ທາດ ປິດ​ສາກ​ລົງ​ແລ້ວ


Obama Signs Trade Bill Banning Import of Slave-Labor Goods
please wait

No media source currently available

0:00 0:00:21 0:00

ທ່ານ​ໂອ​ບາ​ມາ ລົງ​ນາມ​ໃນ​ຮ່າງ​ກົດໝາຍ​ການ​ຄ້າ ​

ໃນ​ຮອບ 84 ປີຜ່ານມາ ການ​ຍົກ​ເວັ້ນຢູ່​ໃນ​ກົດໝາຍ​ສະຫະລັດ ​
ໄດ້​ອະນຸຍາດ​ໃຫ້ມີການ​ນຳ​ເຂົ້າສິນຄ້າທັງຫຼາຍ​ທີ່​ເຮັດ​ໂດຍ​ພວກ​
ຂ້າ​ທາດ ​ແລະ​ພວກທີ່​ຖື​ບັງຄັບ​ໃຊ້​ງານອື່ນໆ ທີ່​ຮວມມີ ພວກ​ເດັກ
ນ້ອຍ ຕາບ​ໃດ​ທີ່ການ​ຮຽກຮ້ອງ​ຕ້ອງການ​ແມ່ນ​ຫຼາຍ​ກວ່າ​ສິນຄ້າ
ເຫລົ່າ​ນັ້ນ. ຍັງ​ອີກພຽງ​ແຕ່​ສອງ​ສັບປະດາ​ເທົ່າ​ນັ້ນ ການ​ກະທຳ​
ດັ່ງກ່າວ​ນີ້ ກໍ​ຈະ​ກາຍ​ມາເປັນ​ເລື້ອງ​ຜິດ​ກົດໝາຍ.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຄ້າ ​ໃນ​ວັນ​ພຸດ​ວານ​ນີ້ ທີ່​ຮວມຢູ່​ໃນ​ນັ້ນ​ແມ່ນ​ຮວມທັງ​ຂໍ້​ກຳນົດ ທີ່​ຈະ​ອັດ​ຊ່ອງຫວ່າງ​ທາງ​ກົດໝາຍ ທີ່ໄດ້ມີ​ຜົນ​ບັງຄັບ​ໃຊ້​ໃນ​ປີ 1932 ນັ້ນ.

ມາດ​ຕະການ​ ​ທີ່​ເອີ້ນ​ວ່າ Tariff Act ຊຸມປີ 1930 ​ໄດ້​ຫ້າມການ​ນຳ​ເຂົ້າສິນຄ້າຕ່າງໆ ທີ່​ເຮັດໂດຍ​ແຮງ​ງານພວກ​ຂ້າ​ທາດ ​ແຕ່​ວ່າ ການ​ເກືອດ​ຫ້າມ ດັ່ງກ່າວ​ນີ້​ ບໍ່​ໄດ້​ນຳ​ມາ​ໃຊ້​ກັບສິນ​ຄ້າ​ໃດ​ໆ ທີ່​ບໍ່ແມ່ນ​ການ​ຜະລິດ​ທີ່​ຫຼວງ​ຫຼາຍນັ້ນ ຈຶ່ງ​ຖືກ​ຍົກ​ເວັ້ນ ​ເພື່ອ “ສະໜອງຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ​ໃນ​ສະ​ຫະລັດ.”

ຮ່າງ​ກົດໝາຍ​ໃໝ່​ໄດ້​ຖືກ​ນຳ​ຂຶ້ນ​ມາ​ໃນ​ປີ​ກາຍ​ນີ້ ​ໃນ​ຂະນະ​ທີ່​ບັນດາ​ກຸ່ມ​ປົກ​ປ້ອງສິດທິ​ມະ
ນຸດຮຽກຮ້ອງ​ໃຫ້​ມີເອົາ​ໃຈ​ໃສ່​ກ່ຽວ​ກັບ​ການລະ​ເມີດ​ດ້ານ​ແຮງ​ງານ​ໂດຍ​ສະ​ເພາະ​ໃນອຸດສາ
ຫະກຳ​ ປະມົງໃນ​ເຂດ​ເອ​ເຊຍ​ອາຄະ​ເນ.

ອົງການ​ແຮງ​ງານ​ຂອງ​ສະຫະ​ປະຊາ​ຊາດ ​ກະ​ປະມານ​ວ່າ ມີ 21 ລ້ານ​ຄົນ ​ແມ່ນ​ໄດ້ຕົກ​ເປັນ​ພວກ​ຮັບ​ເຄາະ​ໃນ​ການຖືກ​ບັງຄັບ​ໃຊ້​ແຮງ​ງານ​ໃນ​ທົ່ວ​ໂລກ ຫຼາຍ​ກວ່າ​ເຄິ່ງນຶ່ງ​ແມ່ນ​ໃນ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ ຊຶ່ງ​ແຮງ​ງານ​ເຫຼົ່າ​ນີ້​ສ້າງ​ກຳໄລຢ່າງ​ຜິດ​ກົດໝາຍ​ຫຼາຍ​ກວ່າ 150 ພັນ​ລ້ານ​ໂດ​ລ່າ ​ອີງ​ຕາມ​ອົງການ​ສະຫະ​ປະຊາ​ຊາດ.

ພວກພະນັກງານ ທ້າວ Tin Nyo Win, ຊ້າຍ, and ນາງ Mi San ຍິ້ມ​ໃນ​ຕອນ​ທີ່​ໄດ້ພົບ​ພໍ້​ກັບ​ຄອບຄົວ​ໃນ ສະມຸດ​ສາຄອນ, ປະ​ເທດ​ໄທ, 9 ພະຈິກ, 2015. ພວກ​ເຂົາ​ເຈົ້າ​ໄດ້​ພັດ​ພາກ​ຈາກ​ກັນ ​ແລະ​ພະຍາຍາມ​ໜີ​ອອກຈາກ​ຟາມ​ກຸ້ງ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຖືກ​ບັງ​ຕັບ​ໃຊ້​ແຮງ​ງານ​ຢ່າງ​ຂ້າ​ທາດ​ນັ້ນ.
ພວກພະນັກງານ ທ້າວ Tin Nyo Win, ຊ້າຍ, and ນາງ Mi San ຍິ້ມ​ໃນ​ຕອນ​ທີ່​ໄດ້ພົບ​ພໍ້​ກັບ​ຄອບຄົວ​ໃນ ສະມຸດ​ສາຄອນ, ປະ​ເທດ​ໄທ, 9 ພະຈິກ, 2015. ພວກ​ເຂົາ​ເຈົ້າ​ໄດ້​ພັດ​ພາກ​ຈາກ​ກັນ ​ແລະ​ພະຍາຍາມ​ໜີ​ອອກຈາກ​ຟາມ​ກຸ້ງ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຖືກ​ບັງ​ຕັບ​ໃຊ້​ແຮງ​ງານ​ຢ່າງ​ຂ້າ​ທາດ​ນັ້ນ.

XS
SM
MD
LG