ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ເດີນທາງໄປ ອັຟການິສຖານ ໂດຍບໍ່ໄດ້ປະກາດ ລ່ວງໜ້າ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ James Mattis, ຜູ້ທີສາມຈາກຂວາ, ຍ່າງຄຽງຂ້າງ ຈ່າເອກ David Clark, ຊ້າຍ, ແລະ ນາຍພົນ Christopher Haas, ຜູ້ທີສອງຈາກຂວາ, ໃນຂະນະທີ່ທ່ານເດີນທາງໄປຮອດ ກອງບັນຊາການໃຫຍ່ ຂອງກຳລັງສະໜັບສະໜູນທີ່ເດັດດ່ຽວ ໃນນະຄອນຫຼວງ Kabul ຂອງອັຟການິສຖານ, ວັນທີ 24 ເມສາ 2017.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ James Mattis, ຜູ້ທີສາມຈາກຂວາ, ຍ່າງຄຽງຂ້າງ ຈ່າເອກ David Clark, ຊ້າຍ, ແລະ ນາຍພົນ Christopher Haas, ຜູ້ທີສອງຈາກຂວາ, ໃນຂະນະທີ່ທ່ານເດີນທາງໄປຮອດ ກອງບັນຊາການໃຫຍ່ ຂອງກຳລັງສະໜັບສະໜູນທີ່ເດັດດ່ຽວ ໃນນະຄອນຫຼວງ Kabul ຂອງອັຟການິສຖານ, ວັນທີ 24 ເມສາ 2017.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ໄດ້ເດີນທາງໄປຮອດ
ອັຟການິສຖານ ຊຶ່ງເປັນການຢ້ຽມຢາມ ທີ່ບໍ່ໄດ້ປະກາດລ່ວງໜ້າ ເພື່ອປຶກສາຫາລື
ກ່ຽວ​ກັບສະຖານະການ ດ້ານຄວາມໝັ້ນຄົງຂອງອັຟການິສຖານກັບບັນດາຜູ້ນຳ
ທາງການເມືອງ ແລະ ທະຫານ.

ຄາດກັນວ່າ ທ່ານ Mattis ຈະພົບປະກັບ ນາຍພົນສະຫະລັດ ທ່ານ John Nicholson
ຜູ້ບັນຊາການ ກອງກຳລັງພາກພື້ນດິນ ຂອງນາໆຊາດ ໃນອັຟການິສຖານ ພ້ອມກັນກັບ
ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ແລະ ບັນດາເຈົ້າໜ້າທີ່ ຂັ້ນສູງ
ຄົນອື່ນນຳດ້ວຍ.

ການຢ້ຽມຢາມນີ້ ມີຂຶ້ນບໍ່​ເທົ່າ​ໃດ​ມື້ ຫຼັງຈາກທີ່ພວກຫົວຮຸນແຮງ ຕາລີບານ 10 ຄົນ
ໄດ້ສັງຫານຢ່າງໜ້ອຍ 140 ຄົນ ໃນການບຸກໂຈມຕີທີ່ຮ້າຍແຮງທີ່ສຸດ ຕໍ່ຄ້າຍ​ທະຫານ
ອັຟການິສຖານ ໃນຮອບ 16 ປີ.

ພວກຫົວຮຸນແຮງ ໄດ້ແຕ່ງ​ໂຕເປັນທະຫານອັຟການິສຖານ ເວລາພວກເຂົາເຈົ້າ ໄປ
ເຖິງກອງ​ບັນຊາ​ການໃຫຍ່ ທະຫານ​ກອງທັບແຫ່ງຊາດ ອັຟການິສຖານ ຢູ່ທີ່ເມືອງ
Mazar-i-Sharif ຊຶ່ງ​ເປັນ​ເມືອງ​ເອກຂອງແຂວງ Balkh.

ນາຍພົນ Mohammad Radmanesh ໂຄສົກຂອງ ກະຊວງປ້ອງກັນປະເທດ
ອັຟການິສຖານ ໄດ້ກ່າວວ່າ ພວກຫົວຮຸນແຮງ ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນຄ້າຍ
ໂດຍປາດສະຈາກການກວດສອບທີ່ຖືກຕ້ອງທັງໝົດ ຫຼັງຈາກທີ່ພວກເຂົາ ໄດ້ອ້ອນ
ວອນ ຂໍນຳເອົາຊາຍຄົນນຶ່ງ ຢູ່ໃນລົດ ຜູ້ທີ່ອາບເລືອດຢູ່ນັ້ນ ເຂົ້າໄປຮັກສາຢ່າງຮີບດ່ວນ.

ພວກຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ​ໃນການໂຈມຕີດັ່ງກ່າວ ແລະ ​ເວົ້າວ່າ
ມັນເປັນການຕອບໂຕ້ຕໍ່ການສັງຫານພວກຜູ້ປົກຄອງແຂວງ Kunduz ແລະ Baghlan
ທີ່ຖືກແຕ່ງຕັ້ງໂດຍກຸ່ມຕາລີບານ ເມື່ອບໍ່ດົນມານີ້.

ລັດຖະບານຂອງອັຟການິສຖານ ກຳລັງສືບສວນ ເຫດການດັ່ງກ່າວນີ້ຢູ່.

ທ່ານ Mattis ພວມຢ້ຽມຢາມ ອັຟການິສຖານ ໃນຂະນະທີ່ ປະຊາຊົນ​ອັຟການິສຖານ
ພວມ​ລໍຖ້າ​ຟັງ ການ​ປະກາດ ຂອງປະທານາທິບໍດີ Ghani ກ່ຽວ​ກັບແຜນການ ຄວາມ
ໝັ້ນຄົງ ​ເປັນ​ເວລາ 4 ປີ ຂອງປະເທດ ໃນ​ໄລຍະສອງສາມສັບປະດາຂ້າງ​ໜ້ານີ້.

Afghanistan Attack
please wait
Embed

No media source currently available

0:00 0:01:51 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG