ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືືອ ມີແຜນການໃຫຍ່ ຜະລິດອາວຸດ ນິວເຄລຍ


ປະຊາຊົນ ເກົາຫຼີໃຕ້ ເບິ່ງໂທລະພາບ ສະແດງໃຫ້ເຫັນພາບ
ຖ່າຍຈາກດາວທຽມ ກ່ຽວກັບ ສະຖານທີ່ຜະລິດອາວຸດນິວ
ເຄລຍໃນ ເກົາຫຼີເໜືອ. ນະຄອນຫຼວງ ໂຊລ, ເກົາຫຼີໃຕ້.
ປະຊາຊົນ ເກົາຫຼີໃຕ້ ເບິ່ງໂທລະພາບ ສະແດງໃຫ້ເຫັນພາບ ຖ່າຍຈາກດາວທຽມ ກ່ຽວກັບ ສະຖານທີ່ຜະລິດອາວຸດນິວ ເຄລຍໃນ ເກົາຫຼີເໜືອ. ນະຄອນຫຼວງ ໂຊລ, ເກົາຫຼີໃຕ້.

ປີໜ້າຈະເປັນປີທີ່ມີໂອກາດດີທີ່ສຸດສຳລັບປະເທດ ເກົາຫຼີເໜືອ ເພື່ອຂະຫຍາຍໂຄງການ ນິວເຄລຍຂອງພວກເຂົາ ຍ້ອນການປ່ຽນແປງຜູ້ນຳໃນ ສະຫະລັດ ແລະ ເກົາຫຼີໃຕ້ ອີງຕາມ ການກ່າວຂອງເຈົ້າໜ້າທີ່ອາວຸໂສ ເກົາຫຼີເໜືອຜູ້ທີ່ໄດ້ຫຼົບໜີເຂົ້າໄປ ເກົາຫຼີໃຕ້ ເມື່ອບໍ່ດົນມາ ນີ້.

ທ່ານ Thae Yong-ho ຜູ້ທີ່ເຄີຍເປັນນັກການທູດຕຳແໜ່ງສູງອັນດັບສອງຂອງ ເກົາຫຼີ ເໜືອ ໃນນະຄອນຫຼວງ ລອນດອນ ກ່າວວ່າ “ຍ້ອນວ່າ ເກົາຫຼີໃຕ້ ຈະມີການເລືອກຕັ້ງປະ ທານາທິບໍດີ ແລະ ສະຫະລັດ ກຳລັງປ່ຽນແປງລັດຖະບານຢູ່ນັ້ນ, ເກົາຫຼີເໜືອ ມອງເຫັນ ວ່າປີ 2017 ຈະເປັນເວລາທີ່ດີທີ່ສຸດສຳລັບການພັດທະນາອາວຸດນິວເຄລຍ.”

ທ່ານ Thae ໄດ້ຫຼົບໜີເຂົ້າໄປໃນ ເກົາຫຼີໃຕ້ ໃນເດືອນສິງຫາທີ່ຜ່ານມາ, ກາຍເປັນເຈົ້າໜ້າ ທີ່ ເກົາຫຼີເໜືອ ທີ່ອາວຸໂສທີ່ສຸດ ທີ່ໄດ້ຫຼົບໜີໃນຮອບເກືອບ 20 ປີ.

ໃນກອງປະຊຸມຖະແຫຼງຂ່າວກັບບັນດານັກຂ່າວ ເກົາຫຼີໃຕ້ ໃນວັນອັງຄານວານນີ້, ທ່ານໄດ້ ຊີ້ແຈງວ່າ ທ່ານບໍ່ຮູ້ ກ່ຽວກັບ ສະຖານະພາບຂອງໂຄງການນິວເຄລຍຂອງ ເກົາຫຼີເໜືອ ແຕ່ ໄດ້ສະແດງຄວາມໝັ້ນໃຈວ່າ ຈີນ ຈະບໍ່ລົງໂທດຢ່າງແຮງຕໍ່ ເກົາຫຼີເໜືອ ສຳລັບໂຄງການ ນິວເຄລຍຂອງພວກເຂົາ ເພາະວ່າ ການແຕກແຍກຂອງ ເກົາຫຼີເໜືອ ອາດຈະສ້າງການ ລວມຕົວກັນລະຫວ່າງສະຫະລັດກັບເກົາຫຼີທີ່ເປັນມິດກັບ ນັ້ນ.

ທ່ານ Thae ກ່າວວ່າ ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jung Un ບໍ່ມີແຜນທີ່ຈະລົ້ມເລີກອາ ວຸດນິວເຄລຍຂອງປະເທດ ແມ່ນກະທັ້ງທີ່ທ່ານຈະຖືກສະເໜີເງິນໃຫ້ຈຳນວນຫຼາຍກໍຕາມ. ນັກການທູດທີ່ຫຼົບໜີອອກຈາກປະເທດໄດ້ກ່າວວ່າ ທ່ານ Kim ກຳລັງເລັ່ງລັດໂຄງການ ພັດທະນາອາວຸດນິວເຄລຍຂອງປະເທດ ດ້ວຍຄວາມມຸ່ງໝາຍທີ່ຈະຄອບຄອງອາວຸດນິວ ເຄລຍໃຫ້ໄດ້ໃນທ້າຍຂອງປີໜ້າ.

ເກົາຫຼີເໜືອ ໄດ້ດຳເນີນການທົດລອງລະເບີດນິວເຄລຍສອງຄັ້ງໃນປີນີ້ ແລະ ໄດ້ຍິງລູກ ສອນໄຟຂີປະນາວຸດຫຼາຍກວ່າ 20 ລູກ. ແລະ ພວກເຂົາໄດ້ໃຫ້ຄຳສັນຍາຢ່າງເປີດເຜີຍວ່າ ຈະພັດທະນາຄວາມສາມາດໃນການໂຈມຕີ ສະຫະລັດ ດ້ວຍອາວຸດນິວເຄລຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG