ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວັນທີ 1 ທັນວາ ແມ່ນວັນ​ ຕໍ່ຕ້ານໂຣກ​ເອດ​ສ໌​ ຂອງໂລກ (ວີດີໂອ)


ແມ່ຄົນນຶ່ງ ກໍາລັງໄດ້ຮັບຢາ ຕ້ານເຊື້ອ HIV
ແມ່ຄົນນຶ່ງ ກໍາລັງໄດ້ຮັບຢາ ຕ້ານເຊື້ອ HIV
ວັນ​ອາທິດ​ມື້​ນີ້ ​ເປັນ​ວັນ​ຕໍ່ຕ້ານໂຣກ​ເອດ​ສ໌​ຂອງໂລກ ຊຶ່ງຈັດ​ຂຶ້ນໃນ​ວັນ​ທີ 1 ທັນວາ ເປັນ​ປະ​ຈໍາ​ທຸກໆ​ປີ ນັບ​ຕັ້ງ​ແຕ່​ປີ 1988 ​ເປັນ​ຕົ້ນ​ມາ.

ກຸ່ມ​ປຸກລະດົມ​ ຕໍ່ຕ້ານ​ເຊື້ອ HIV ​ແລະ​ໂຣກ​ເອດ​ສ໌ເວົ້າ​ວ່າ ວັນຕໍ່ຕ້ານໂຣກ​ ເອດ​ສ໌​ໂລກຖື​ວ່າ ​ເປັນ​ວັນ​ສໍາຄັນ​ທີ່​ສຸດ ຍ້ອນ​ວ່າ ມັນ​ໄດ້​ເຕືອນ​ມະຫາຊົນ ​ແລະ​ລັດຖະບານຕ່າງໆ ​ໃຫ້​ຮູ້ວ່າ​ໂຣກ​ເອດ​ສ໌ ຍັງ​ບໍ່​ໄດ້​ດັບ​ສູນ​ໄປ​ເທື່ອ.

ສູນ​ການ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ສະຫະລັດ ​ເວົ້າ​ວ່າ ປະຊາຊົນປະມານ 35 ລ້ານ​ຄົນ ກໍາລັງ​ຕິດ​ເຊື້ອ​ HIV ​ແລະ​ໂຣກ​ເອດ​ສ໌​ຢູ່​ໃນ​ທົ່ວ​ໂລກ ຄື​ເຊື້ອ HIV ​ເປັນ​ເຊື້ອທີ່​ພາ​ໃຫ້​ ເປັນ​ໂຣກ​ເອດ​ສ໌.

ປະຊາຊົນຫຼາຍກວ່າ 25 ລ້ານ​ຄົນ​ໃນທົ່ວ​ໂລກ ​ເສຍ​ຊີວິດ​ຍ້ອນ​ເຊື້ອ​ HIV ແລະໂຣກ​ເອດ​ສ໌ ນັບ​ຕັ້ງ​ແຕ່​ປີ 1981 ​ເປັນ​ຕົ້ນ​ມາ ຊຶ່ງ​ເປັນ​ພະຍາດ​ນຶ່ງ​ທີ່​ອັນຕະລາຍຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ.

ວັນຕໍ່ຕ້ານ​ໂຣກ​ເອດ​ສ໌​ຂອງໂລກ ​ເ​ປັນ​ໂອກາດ​ຢ່າງ​ນຶ່ງສໍາລັບ​ປະຊາຊົນ​ທົ່ວ​ໂລກເພື່ອ​ປຸ້ມ ລຸມ​ກັນ​ໃນ​ການ​ປາບ​ປາມ​ພະຍາດທີ່​ອັນ​ຕະລາຍ​ນີ້ ພ້ອມ​ກັບ​ສະ​ແດງ​ຄວາມ​ສະໜັບ​ສະ​ໜຸນ​ຂອງ​ພວກ​ເຂົາ​ເຈົ້າສໍາ​ລັບພວກ​ຄົນ​ທີ່​ເປັນ​ໂຣກຮ້າຍ​ນີ້ ​ແລະ​ລະນຶກ​ເຖິງ​ຜູ້​ທີ່​ເສຍ​ຊີ ວິດ​ຈາກ​ໂຣກນີ້​ນໍາ​ດ້ວຍ.

ກຸ່ມ​ປຸກລະດົມ​ຕໍ່ຕ້ານໂຣກ​ເອດ​ສ໌ ​ເວົ້າ​ວ່າ ຍັງ​ມີ​ຄວາມ​ຈໍາ​ເປັນ​ທີ່​ສຸດ ​ເພື່ອ​ຫາ​ລາຍ​ໄດ້ ​ສຳ ລັບ​ຊອກ​ຫາ​ວິທີ​ການ​ປິ່ນປົວ​ໂຣກນີ້​ໃຫ້ຫາ​ຍຂາດ ພ້ອມ​ທັງ​ເພີ່ມ​ຄວາມຕື່ນ​ຕົວ ກຳ ຈັດ ຄວາມ​ລັງ​ກຽດຄຽດຊັງ ຕໍ່​ພວກ​ຄົນ​ທີ່​ເປັນ​ໂຣກ​ເອດ​ສ໌ ​ແລະ​ປັບປຸງ​ການ​ສຶກສາ​ຮຽນ​ຮູ້ ​ເພື່ອ​ປ້ອງ​ກັນການ​ແຜ່​ລາມ​ຂອງ​ພະ ຍາດດັ່ງກ່າວ​ນີ້.

World AIDS
please wait
Embed

No media source currently available

0:00 0:01:37 0:00
XS
SM
MD
LG