ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາກຫັກພັງ ຖືກພົບເຫັນ ໃນການ ຄົ້ນຫາ ກຳ່ປັ່ນ ທີ່ຫາຍ ສາບສູນ


ລົມ ແລະ ຝົນຈາກພາຍຸ ເຮີຣີເຄນ Joaquin ສົ່ງຜົນກະທົບຕໍ່ນະຄອນຫຼວງ ນາຊໍ, ເກາະ ບາຮາມາສ. 2 ຕຸລາ, 2015. ພາຍຸ ເຮີຣີເຄນ Joaquin ໄດ້ເຮັດໃຫ້ຝົນຕົກໄປທົ່ວ ພາກຕາເວັນອອກ ແລະ ພາກກາງຂອງ ບາຮາມາສໃນວັນສຸກທີ່ຜ່ານມາດ້ວຍ
ພາຍຸແຮງລະດັບ 4.
ລົມ ແລະ ຝົນຈາກພາຍຸ ເຮີຣີເຄນ Joaquin ສົ່ງຜົນກະທົບຕໍ່ນະຄອນຫຼວງ ນາຊໍ, ເກາະ ບາຮາມາສ. 2 ຕຸລາ, 2015. ພາຍຸ ເຮີຣີເຄນ Joaquin ໄດ້ເຮັດໃຫ້ຝົນຕົກໄປທົ່ວ ພາກຕາເວັນອອກ ແລະ ພາກກາງຂອງ ບາຮາມາສໃນວັນສຸກທີ່ຜ່ານມາດ້ວຍ ພາຍຸແຮງລະດັບ 4.

ບັນດາ​ຜູ້​ຄົ້ນ​ຫາ ​ໄດ້​ພົບ​ເຫັນ​ວັນ​ຖຸຫຼາຍ​ຊິ້ນ​ສ່ວນ​ຢູ່​ໃນ​ນ້ຳ ​ໃນ​ບໍລິ​ເວນ​ທີ່​ກຳ​ປັ່ນ​ບັນ​ຈຸສິນຄ້າ​ພ້ອມ​ກັບ 33 ຄົນ​ຢູ່​ເທິງ​ເຮືອ​ໄດ້​ຫາຍ​ສາບສູ​ນ​ໃນ​ວັນ​ພະຫັດ​ທິດ​ແລ້ວນີ້​ໃນ​ພາກ​ໃຕ້​ຂອງ​ປະ​ເທດ
ບາ​ຮາ​ມາສ.

ຕຳຫຼວດ​ປ້ອງ​ກັນຊາ​ຍຝັ່ງ ສະຫະລັດ ກ່າວ​ວ່າ ​ເສື້ອຊູຊີບ, ບ້ວງ​ຊູຊີບ, ຕູ້​ບັນຈຸສິນຄ້າ ​ແລະ ນ້ຳມັນ​ໄດ້​ຖືກ​ພົບ​ເຫັນ​ໃນ​ວັນ​ອາທິດ​ວານ​ນີ້, ​ແຕ່​ວ່າ​ວັດ​ຖຸດັ່ງກ່າວ​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ມາ​ຈາກ​ກຳ​ປັ່ນ​ບັນຈຸ​ສິນຄ້າ​ຍາວ 240 ​ແມັດ​ El Faro ຫຼືບໍ່, ​ເຊິ່ງ​ໄດ້​ຫາຍ​ໄປ​ໃນຈຸດ​ໃຈກາງ​ຂອງ​ພະຍຸ ​ເຮີຣີ​ເຄນ ​Joachin ຫຼື​ບໍ່.

ພະຍຸ​ລູກ​ດັ່ງກ່າວ​ໄດ້​ອ່ອນ​ຕົວ​ລົງ​ໃນ​ຂະນະ​ທີ່​ມັນ​ເຄື່ອນ​ຕົວ​ຂຶ້ນ​ທາງ​ພາກ​ເໜືອ ​ແລະ ​ໄດ້​ຖືກ​
ຫຼຸ​ດ ລະດັບ​ລົງເປັນ​ພະຍຸ​ປະ​ເພດ 3 ດ້ວຍ​ລົມ​ແຮງເກືອບ 185 ກິໂລມ​ແມັດ ຕໍ່​ຊົ່ວ​ໂມງ.

ພະຍຸ Joachin ຄາດ​ວ່າ​ໄດ້​ນຳ​ສະພາບຂອງ​ພະຍຸ​ເຮີຣີ​ເຄນ ​ແລະ ພະຍຸ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີວິດ ​ເຄື່ອນ​ຂຶ້ນ​ໄປເກາະ Bermuda ​ໃນ​ຕອນ​ຄ່ຳຂອງ​ວັນ​ອາທິດ​ວານ​ນີ້ ​ໃນ​ເມື່ອຈຸດ​ສູນ​ກາງຂອງ​ພະຍຸ​ນັ້ນ​ໄດ້​ພັດ​ຜ່ານໄປໃກ້ເກາະ​ດັ່ງກ່າວ.

XS
SM
MD
LG