ລິ້ງ ສຳຫລັບເຂົ້າຫາ

ອະນາຄົດຂອງພັນເຂົ້າ Golden Rice ຍັງບໍ່ແນ່ນອນ ເຖິງແມ່ນມີ ການທົດລອງປູກ ມາໄດ້ 20 ປີແລ້ວ


ທ່ານ Sophan Datta ຈາກສະຖາບັນຄົ້ນຄວ້າເຂົ້ານາໆຊາດ (IRRI) ສະແດງພັນເຂົ້າສີຄຳ ໃນບ່ອນທົດລອງທີ່ເມືອງ Laguna, ວັນທີ 2 ພະຈິກ 2003.

ທ່ານ Sophan Datta ຈາກສະຖາບັນຄົ້ນຄວ້າເຂົ້ານາໆຊາດ (IRRI) ສະແດງພັນເຂົ້າສີຄຳ ໃນບ່ອນທົດລອງທີ່ເມືອງ Laguna, ວັນທີ 2 ພະຈິກ 2003.

ທີ່​ຟີ​ລິບ​ປິນ ບັນດາ​ນັກວິທະຍາສາດ​ກຳລັງ​ດຳ​ເນີນ​ງານ​ກ່ຽວກັບພັນ​ເຂົ້າ​ຊະນິດ​ນຶ່ງ ທີ່​ສາມາດ​ແກ້​ໄຂ​ບັນຫາ​ນຶ່ງ​ໃນ​ບັນດາ​ການ​ທ້າ​ທາຍ​ໃຫຍ່ໆຕໍ່ສຸຂະພາບໄດ້ ກໍຄື: ການ​ຂາດ​ແຄນ​ໄວ​ຕາ​ມິນ A. ພັນເຂົ້າ​ທີ່ເອີ້ນ​ວ່າ “​ເຂົ້າຄຳ” ​ແມ່ນ​ໄດ້​ມາຈາ​ກການ​ຕັດ​ແຕ່ງ​ພັນທຸ​ກຳ ​ເພື່ອ​ໃຫ້​ຜະລິດສານ beta carotene ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ຄັດຄ້ານ​ຈາກພວກ​ທີ່​ຄັດຄ້ານ ​ຕໍ່ພືດທີ່​ຖືກ​ຕັດ​ແຕ່ງ​ພັນ​ທຸ​ກຳ​ ທີ່​ເອີ້ນ​ວ່າ GMO ນັ້ນ ​ແລະ​ຈາກພວກ​ອະນຸລັກ​ສິ່ງ​ແວດ​ລ້ອມ ຮວມທັງ​ອົງການ Greenpeace ນຳ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Simone Orendain ມີ​ລາຍ​ງານ​ກ່ຽວ​ກັບ ການ​ຖົກ​ຖຽງ​ກັນ ກ່ຽວ​ກັບ​ພັນ​ເຂົ້າ​ທີ່​ມີ​ສີ​ເຫຼືອງຄຳ​ດັ່ງກ່າວນີ້ ຊຶ່ງສິງ​ຈະ​ນຳ​ມາສະ​ເໜີ​ທ່ານ​.

ສຳຫລັບ​ພວກ​ສະໜັບສະໜຸນນັ້ນ ​ພັນ​ເຂົ້າ​ຄຳ​ແມ່ນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ຫຼວງ​ຫຼາຍ​ ​ໃນການ​ທີ່​ຈະຊ່ວຍຜູ້​ຄົນ​ໄວ້​ໄດ້​ ຫຼາຍ​ເຖິງ 2 ລ້ານ​ຄົນ​ໃນ​ແຕ່ລະ​ປີ ບໍ່​ໃຫ້​ເສຍ​ຊີວິດ​ໄປ ຍ້ອນ
​ຂາດ​ແຄນ​ໄວ​ຕາ​ມິນ A ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ພວກ​ເດັກນ້ອຍແລະ​ພວກ​ແມ່ຍິງ​ຖືພາ​ມານ​ເປັນ
ສ່ວນ​ໃຫຍ່ນັ້ນ.

ສານ beta carotene ​ຢູ່ໃນ​ເຂົ້າ​ພັນ​ໃໝ່ນີ້ ແມ່ນເປັນສານ​ເບື້ອງ​ຕົ້ນ​ໃນ​ການ​ຜະລິດ​ໄວ​ຕາ​ມິນ A ​ທີ່​ບໍ່​ມີ​ຢູ່ໃນ​ພວກ​ອາຫານ​ຂອງ​ປະຊາກອນ​ຫຼາຍ​ລ້ານ​ຄົນ​ໃນ​ໂລກ​ພວມ​ພັດທະນາ. ການ​ຂາດ​ໄວ​ຕາ​ມິນ A ​ເປັນ​ສາ​ເຫດ​ຊັ້ນນຳຂອງ​ພະຍາດ​ຕາບອດ​ຂອງ​ພວກ​ເດັກ​ທີ່ຍັງ​ນ້ອຍ​ຢູ່ ​ແລະ​ເປັນ​ບັນຫາ​ດ້ານ​ສາທາລະນະ​ສຸກ ຢູ່​ໃນ​ເຄິ່ງນຶ່ງ​ຂອງໝົດ​ທຸກປະ​ເທດ ​ແລະ​ຫຼາຍໆປະ​ເທດ​ໃນ​ອາ​ຟຣິກາ ​ແລະ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

ສຳຫລັບ​ທ່ານ Patrick Moore ນັກ​ນິ​ເວດ​ວິທະຍາ​ຈາກກາ​ນາ​ດາ ແລ້ວ ກໍ​ແມ່ນ​ວ່າ ບໍ່​ຄວນ
ຈະ​ມີ​ການ​ຖົກ​ຖຽງ​ກັນເລີຍກ່ຽວ​ກັບ​ວ່າ ພວກ​ກະສິກອນ​ຄວນ​ຈະ​ປູກ​ເຂົ້າ​ພັນ​ສີຄຳນີ້ ​ຫຼື​ບໍ່.

ທ່ານ Moore ກ່າວ​ວ່າ “​ເປັນ​ຫຍັງ​ ຈຶ່ງບໍ່​ມີ​ຄວາ​ມລັງກຽດ​ແບບ​ດຽວ​ກັນ​ນີ້ ຕໍ່ເລື້ອງ
​ທີ່ພວກ​ເດັກນອຍ 2 ລ້ານ​ຄົນກຳລັງ​ຈະ​ຕາຍ​ໄປ? ຄວນ​ຈະ​ມີ​ການນຳ​ເອົາ​ເຂົ້າ​
ພັນ​ນີ້ ອອກ​ເຜີຍ​ແຜ່ເພື່ອໃຫ້​ ຢ່າງ​ໜ້ອຍປະຊາຊົນ ​ບາງ​ຄົນ​ ສາມາດ​ໄດ້ຮັບເຂົ້າ
ນີ້​ໄປບໍລິ​ໂພ​ກ ​ແລະ​ບາງທີ​ ຖ້າ​ຫາກ​ມີ​ການປູກເຂົ້າ​ນີ້ຫລາຍຕື່ມຂຶ້ນ​ອີກ ກໍ​ຈະ​ມີ​
ຄົນ​ຈຳນວນ​ຫລາຍ​ຂຶ້ນ​ໄດ້​ຮັບ​ຜົນ​ປະ​ໂຫ​ຍດ​.”

​ແຕ່​ພວກຕຳໜິຕິຕຽນພັນ​ເຂົ້າ​ຄຳ​ ຮວມທັງ​ກຸ່ມ​ປົກປ້ອງສິ່ງ​ແວດ​ລ້ອມ Greenpeace ​ໄດ້​ຄັດຄ້ານ​ຕໍ່​ພັນ​ເຂົ້າ​ຄຳນີ້​ມາເປັນ​ເວລາ​ດົນ​ນານ ຍ້ອນ​ວິ​ທີການຕັດແຕ່ງ​ພັນທຸກຳ ທີ່ພົວພັນ
ນຳ​ການ​ຜະລິດເຂົ້າພັນ​ນີ້​. ທ່ານ Moore ​ເຄີຍ​ເປັນ​ສະມາຊິ​ກມາ​ກ່ອນ​ຂອງ​ກຸ່ມ Green
peace ​ໃນ​ຊຸມ​ປີ 1970 ​ແລະ​ໃນ​ຕົ້ນ​ຊຸມ​ປີ 1980. ​ແຕ່​ໄດ້​ຫັນປ່ຽນ​ມາ​ເປັນ​ຜູ້​ທີ່​ຕຳ​ໜິຕິ
ຕຽນທ່າ​ຢືນ​ຂອງ​ກຸ່ມ​ດັ່ງກ່າວ​ ກ່ຽວ​ກັບ​ເລື້ອງ​ຕ່າງໆ​ຫຼາຍ​ເລື້ອງ ຮວມທັງ​ພັນ​ເຂົ້າ​ຄຳ​ນີ້​ນຳ.

​ໃນ​ການ​ຕອບ​ຕໍ່​ຂໍ້​ຊັກ​ຖາມກ່ຽວ​ກັບ​ການ​ຕຳ​ໜິຕິຕຽນ​ຂອງ​ທ່ານ Moore ນັ້ນ ກຸ່ມ Green
peace ​ໄດ້​ສົ່ງ​ຖະ​ແຫຼ​ງການ​ທາງ e-mail ຊີ້ແຈງວ່າ “​ພືດທີ່​ຖືກ​ຕັດ​ແຕ່ງ​ພັນທຸ​ກຳ​ນັ້ນ
ເກືອບ​ວ່າ​ທັງ​ໝົດ ​ແມ່ນ​ຖືກ​ດັດ​ແປງ​ໃຫ້​ ​ທົນ​ທານ​ຕໍ່​ຢາ​ຂ້າ​ແມງ​ໄມ້​ຫລື​ສັດຕູ​ພືດ ທີ່​
ສົ່ງ​ໄປຂາຍ​ໃນ​ຕະຫຼາດ​ໃນ​ບັນ ດາ​ປະ​ເທດ​ກຳລັງ​ພັດທະນາ”
​ແລະ​ວ່າ ຮູບ​ແບບການ
​ປ່ຽນ​ແປງ​ລັກສະນະ​ທຳ​ມະ​ຊາດ​ຂອງ​ມັນ ສົ່ງ​ຜົນ​ເສຍ​ຫາຍ​ຕໍ່​ສຸຂະພາບ​ຂອງ​ຄົນ ຕໍ່ຊີວິດ
ການເປັນ​ຢູ່​ຂອງ​ພວກ​ກະສິກອນ ​ແລະ​ສິ່ງແວດ​ລ້ອມ.

The vitamin A precursor beta carotene gives Golden Rice its color.

The vitamin A precursor beta carotene gives Golden Rice its color.

ແຕກ​ຕ່າງ​ຈາກພວກ​ພືດ​ທີ່​ຖືກ​ຕັດແຕ່ງ​ພັນທຸ​ກຳ​ບາງ​ຢ່າງ ​ທີ່ອອກ
​ແບບ​ໂດຍ​ພວກ​ບໍລິສັດ​ຕ່າງໆ​ທີ່​ຖືສິດທິ​ບັດ ຫຼື​ປາ​ຕັງ​ສຳ​ຫລັບ​ພື
​ເຫຼົ່ານັ້ນ ພັນ​ເຂົ້າ​ຄຳ​ນີ້ ​ແມ່ນພັດທະນາຂຶ້ນ​ມາ​ໃນ​ຟີ​ລິບ​ປິນ ​ໂດຍ
ໄດ້​ຮັບ​ເງິນ​ທຶນ​ຈາກລັດຖະບານ. ມີອົງການ​ກຸສົນ​ແລະກຸ່ມ​ຕ່າງໆ
​ຈາກ​ພາກ​ລັດ ​ຈຳນວນນຶ່ງ ດຳ​ເນີນ​ງານ​ເພື່ອ​ປັບປຸງ​ການ​ຜະລິດ
ພັນ​ເຂົ້າ​ຄຳ​ນີ້ ໃຫ້​ໄດ້ຜົນ​ຫຼາຍ​ຂຶ້ນ ​ໂດຍຫວັງ​ວ່າ ພວກ​ກະ​ເສດຕະ
ກອນ​ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ຈະພາກັນ​ປູກ​ເຂົ້າພັນ​ນີ້ ​
ໃນທີ່​ສຸດ ຊຶ່ງ​ຈະ​ເປັນ​ການ​ແກ້​ໄຂ​ບັນຫາສາທາລະນະ​ສຸກ​ທີ່ສຳຄັນ
ບັນຫາ​ນຶ່ງ ທີ່​ນັກວິທະຍາສາດ​ຫຼາຍ​ຄົນ​ກ່າວ​ວ່າ ຮ້າຍ​ແຮງໃນ​ລະ
ດັບດຽວ​ກັບ​ພະຍາດ​ໄຂ້ຍຸງ ຫລືວັນນະ​ໂຣກ ກໍ​ຄືໂຣກປອດ​ແຫ້ງ​ນັ້ນ.

​ແຕ່​ທ່ານ Daniel Ocampo ຜູ້​ປຸກລະດົມ​ດ້ານ​ການ​ກະ​ເສດຂອງ​ກຸ່ມ Greenpeace ປະຈຳ
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ທີ່​ມີ​ຫ້ອງການ​ຢູ່ ນະຄອນ​ຫລວງມາ​ນີລາ ກ່າວ​ວ່າ ຫຼັງ​ຈາກ​ທຳ
​ການ​ຄົ້ນຄວ້າມາ​ເປັນ​ເວລາ 20 ປີ​ແລ້ວ ​ພັນເຂົ້າຄຳ​ນີ້ກໍ​ຍັງ​ບໍ່​ທັນ​ພ້ອມ​ສຳຫລັບ​ການ​ບໍລິ​ໂພກ
ເທື່ອ ແລະອາດ​ສາມາດ​ເປັນ​ອັນຕະລາຍ​ ຫຼາຍກວ່າ​ທີ່​ພວກ​ສະໜັບສະໜຸນ​ຈະ​ຍອມຮັບ​ກໍໄດ້.

ທ່ານ Ocampo ກ່າວ​ວ່າ “ມັນ​ຍັງ​ຢູ່​ໃນ​ຫ້ອງ​ຄົ້ນ​ຄວ່າ​ຢູ່ ມັນ​ຍັງ​ບໍ່​ທັນ​ມີ​ຂາຍເທື່ອ.
ສະ​ນັ້ນ ແທ້​ຈິງ​ແລ້ວ ມັນ​ເປັນ​ການ​ເຮັດ​ໃຫ້​ຜູ້​ຄົນ​ເຂົ້າ​ໃຈ​ຜິດ ເວລາ​ພວກ​ເຂົາ​
ເຈົ້າ​ກ່າວ​ວ່າ ມັນ​ຈະ​ເປັນທາງ​ອອກນຶ່ງ ຕໍ່ບັນຫາ​ການ​ຂາດ​ແຄນ​ໄວ​ຕາ​ມິນ A.”

​ແທນ​ການສະໜັບສະ​ໜຸນ​ພືດ GMO ນັ້ນ ກຸ່ມ Greenpeace ​ໄດ້​ຫັນ​ໄປ​ຊຸກຍູ້ອັນ​ທີ່ຕົນ
​ເອີ້ນ​ວ່າ “ການ​ກະ​ເສດນິ​ເວດ​ວິທະຍາ” ທີ່ປັບ​ປ່ຽນ​ໄປ​ກັບ​ດິນ​ຟ້າ​ອາກາດ ​ແລະ​ຈະ​ອຳນວຍ
​ໃຫ້​ປະຊາຊົນ​ໄດ້​ຮັບ​ອາຫານ​ທີ່​ຖືກຕ້ອງ​ຕາມ​ຄວາມຕ້ອງການ​ດ້ານ​ໂພຊະ​ນາ​ການ​ຂອງ​ເຂົາ​ເຈົ້າ​.

ເມື່ອ​ນຶ່ງ​ປີ​ເຄິ່ງກ່ອນ​ໜ້າ​ນີ້ ກຸ່ມ​ຕໍ່ຕ້ານພືດ GMO ກຸ່ມ​ນຶ່ງ​ໄດ້​ເຂົ້າທຳລາຍ​ ສະຖານ​ທີ່​ທົດ​ລອງ
ເຂົ້າ​ຄຳ​ແຫ່ງ​ນຶ່ງ ​ໃນ​ເຂດ Bicol ຂອງ​ຟີ​ລິບ​ປິນ ເພື່ອ​ປະ​ທ້ວງ​ຕໍ່ຕ້ານ​ໂຄງການ​ດັ່ງກ່າວ ຊຶ່ງ
ໄດ້​ພາໃຫ້​ເລື້ອງການ​ໂຕ້​ແຍ້​ງກັນ​ກ່ຽວ​ກັບ​ພັນ​ເຂົ້າ​ຄຳນີ້ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ ​ແລະ
​ພາ​ໃຫ້​ບາງ​ຄົນ​ກ່າວ​ຫາ​ກຸ່ມ Greenpeace ວ່າ​ຢູ່​ເບື້ອງ​ຫຼັງການ​ປະ​ທ້ວງ ​ແລະ​ການ​ທຳລາຍ
ສູນ​ທົດ​ລອງ​ປູກ​ເຂົ້າ​ຄຳ​ນັ້ນ. ​ແຕ່​ທາງ​ Greenpeace ປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ຫຍັງກ່ຽວຂ້ອງ
​ກັບເລື້ອງ​ນີ້.

ສະ​ຖາ​ບັນ​ຄົ້ນຄວ້າ​ເຂົ້າ​ລະຫວ່າງ​ຊາດ ທີ່​ຕັ້ງ​ຢູ່​ທາງ​ທິດ​ໃຕ້ຂອງນະຄອນຫຼວງ​ມາ​ນີລາ ບໍ່ໄກ​
ປານ​ໃດ​ນັ້ນ​ ​ໄດ້​ທຳການ​ທົດ​ລອງ​ປະສົມ​ພັນ​ເຂົ້າ​ອື່ນໆກັບ​ເຂົ້າຄຳນີ້ ມາ​ເປັນ​ເວລາ 9 ປີແລ້ວ ​
ແຕ່ກໍ​ຍັງ​ກ່າວ​ວ່າ ພວກ​ຕົນ​ຍັງ​ຈະ​ຕ້ອງ​ດຳ​ເນີນ​ການ​ຄົ້ນຄວ້າ​ຕື່ມ​ອີກຢູ່ ກ່ອນ​ທີ່ພັນ​ເຂົ້າ​ນີ້​ຈະພ້ອມ​ສຳ​ຫລັບນຳ​ມາໃຫ້ຄົນ​ບໍລິ​ໂພ​ກ​ໄດ້.

Scientists in the Philippines are at work on a strain of rice that could solve one of the world’s major health challenges: a vitamin A deficiency. The so-called, “golden rice”, which has been genetically engineered to produce beta carotene, has led to opposition from GMO opponents, including Greenpeace.

To supporters of golden rice, the crop offers enormous potential for eliminating as many as two million deaths each year from vitamin A deficiency, which mainly impacts young children and pregnant women.

The beta carotene in the new rice is a precursor for Vitamin A, which is missing in the diets of millions of people in the developing world. The deficiency is a leading cause of childhood blindness, and is a public health problem in many countries.

Pros vs cons

Canadian ecologist Patrick Moore says there should be no debate over whether farmers should grow golden rice.

“Why is there not the same revulsion at two million children dying," Moore asked. "To let golden rice out so at least some people can get it and maybe more and more and more?”

But critics, including the Greenpeace environmental group, have long opposed the crop because of the genetic engineering involved in its creation. Moore was an early member of Greenpeace in the 1970s and early 80s, but has since become a critic of the group’s stance on a range of issues, including golden rice.

“Genetically engineered crops consist almost entirely of herbicide tolerant and insect resistant crops marketed to developing countries” Greenpeace said in an emailed statement in response to queries about Moore’s criticism. The statement also said the group finds this model detrimental to people’s health, farmers’ livelihoods and the environment.

Public financing

Unlike some genetically modified crops designed by corporations that patent the plants, the golden rice being developed in the Philippines is financed by public funds. A range of philanthropic and public sector groups have worked to engineer the crop and improve its production. They hope that farmers in the developing world will eventually grow it, addressing a major public health issue that many scientists say is on the scale of malaria or tuberculosis.

But Manila-based Greenpeace Southeast Asia Agriculture Campaigner Daniel Ocampo said after 20 years of research golden rice is not ready for consumption, and could be more dangerous than its supporters will admit.

“It’s still in the laboratory. It’s not available commercially," Ocampo said. "So it’s really misleading the public when they say that it’s going to be one of the solutions to Vitamin A deficiency.”

Greenpeace is instead pushing what it calls “ecological agriculture” which it said is climate resilient and will let people access food that meets their nutritional needs.

A year and a half ago, a group of anti-GMO activists overran one of the golden rice test plots in the Philippines' Bicol region and destroyed it in a protest against the project. The incident raised the profile of the conflict over golden rice, and led some to accuse Greenpeace of being behind the protest and the destruction. But the organization says it had nothing to do with it.

The International Rice Research Institute just south of Manila has been doing breeding experiments with golden rice for nine years, but said they must still conduct more research before it is ready for human consumption.

XS
SM
MD
LG