ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການອະພິປາຍ ກ່ຽວກັບ ເອກກະລາດ ຂອງ ສະກັອດແລນ ກຳລັງ ຟົດເດືອດ (ວີດີໂອ/ສະໄລດ໌)


ໃນ​ຂະນະ​ທີ່​ການ​ລົງປະຊາມະຕິ ກ່ຽວ​ກັບຄວາມເປັນ​ເອກ​ກະ
ລາດ ຂອງ Scotland ຫຍັບໃກ້ເຂົ້າ​ມາ ພວກຕໍ່​ຕ້ານໃນການ
​ແຍກໂຕ ກຳລັງ​ໂຕ້​ຖຽງ​ວ່າ ການລົງຄະແນນສຽງ “​ເຫັນ​ດີ” ນັ້ນ
​ອາດ​ຈະສ້າງຄວາມເສຍຫາຍຢ່າງ​ໃຫຍ່​ຫລວງ​ໃຫ້ແກ່​ເສດຖະ
ກິດ ​ແລະ​ອາດ​ຈະ​ເຮັດໃຫ້ເສຖກິດຕົກຕ່ຳຢ່າງຮ້າຍແຮງ ແບບ
ບໍ່ມີທີ່ຈັ້ງ.

ໃນ​ການ​ຢັ່ງ​ສຽງ​ເທຶ່ອຫຼ້າ​ທ້າຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ເປີ​ເຊັນ
ຂອງ​ຜູ້​ເຫັນ​ດີໃນ ການແຍກໂຕອອກ​ນັ້ນ ແມ່ນເພີ້​ມຂື້ນ ຊຶ່ງ​
ເຮັດໃຫ້ຝ່າຍທີ່ “ບໍ່​ເຫັນ​ດີ” ຊຸກຍູ້ໜັກ​ຂື້ນ ໃນ​ການຊັກ​ຊວນ
​ໃຫ້ຊາວScotland ວ່າ​ເຂົາ​ເຈົ້າ​ຈະ​ໄດ້ຮັບການ​ປົກຄອງ​ຕົນ
​ເອງ​ຫລາຍຂຶ້ນ ຖ້າ​ຫາກເຂົາເຈົ້າ​ບໍ່ແຍກໂຕອອກເປັນເອກກະລາດ.

ນຶ່ງ​ໃນ​ບັນດາ ຜູ້​ມີ​ປາກ​ສຽງ​ຕ້ານການໂຄສະນາ ​ເພື່ອຄວາມເປັນ​ເອກ​ກະລາດກໍຄື ອະດີດ
​ນາຍົກລັດຖະມົນຕີອັງກິດ ທ່ານ Gordon Brown ​ທີ່​ຊີ້ໃຫ້ເຫັນເຖິງຜົນທີ່ຈະຕິດຕາມ​ມາ
ທາງ​ດ້ານ​ການ​ເງິນໃນ​ການລົງ​ຄະ​ແນນ​ສຽງ “​ເຫັນ​ດີ.” ນັ້ນ. ທ່ານ ກ່າວ​ວ່າ “​ຈົ່ງເບິ່ງ​ຜົນທີ່​ຕິດຕາມ​ມາ​ອຶ່ນໆພວກ​ເຮົາ​ແມ່ນເສຍຜົນປະໂຫຍດທີ່ພວກເຮົາໄດ້ຮັບຈາກລະບົບເງິນ
ຕາ​ເງິນ​ສະຫະລັດຣາດຊະອານາຈັກ ​ແລະ​ຄວາ​ມສາມາດ​ທີ່​ຈະ​ຕັດສິນ​ໃຈ​ຢູ່​ໃນ​ລະດັບ
ສະຫະລັດຣາດຊະອານາຈັກ ​ແລະ​ປ່ອຍ​ໃຫ້​ພວກ​ເຮົາຈົ່ງ​ສື່​ສັດ​ກ່ຽວ​ກັບ​ເລື້ອງ​ນີ້ ນຶ່ງ​ລ້ານ​
ໜ້າວຽກ​ທີ່ພົວພັນ​ກັບການ​ເປັນ​ສະມາ​ຊິກ​ຂອງສະຫະລັດຣາດຊະອານາຈັກ.”

ລັດຖະບານທີ່​ສະໜັບສະໜູນຄວາມເປັນ​ເອກ​ກະລາດຂອງ Scotland ກ່າວ​ວ່າ
Scotland ຈະ​ສືບຕໍ່​ໃຊ້​ເງິນ pound ຂອງອັງກິດ ​ແຕ່​ລັດຖະບານ​ອັງກິດ ​ໄດ້​ກ່າວ​ວ່າ ຕົນ​
ຈະ​ບໍ່​ເຫັນ​ດີ​ໃຫ້ມີການໃຊ້ເງິນຕາຮ່ວມກັນ.

EU UKSCOTLAND INDPENDENCE VOSOT
please wait

No media source currently available

0:00 0:01:27 0:00

XS
SM
MD
LG