ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາບອາກາດ ທີ່ຮ້າຍແຮງ ພວມຂົ່ມຂູ່ ທົ່ວບໍລິເວນ ອັນກວ້າງໃຫຍ່ ຂອງ ສຫລ


ປ້າຍ ອ່ວຍພອນ "Merry Christmas" ສ່ວນໃຫຍ່ ແມ່ນຈົມນ້ຳ ທີ່ໄຫຼຈາກ ແມ່ນ້ຳ ຢູ່ Pea, ວັນທີ 26 ທັນວາ 2015 ໃນເມືອງ Elba, ລັດ Alabama.
ປ້າຍ ອ່ວຍພອນ "Merry Christmas" ສ່ວນໃຫຍ່ ແມ່ນຈົມນ້ຳ ທີ່ໄຫຼຈາກ ແມ່ນ້ຳ ຢູ່ Pea, ວັນທີ 26 ທັນວາ 2015 ໃນເມືອງ Elba, ລັດ Alabama.

ສະຫະລັດ ກຳລັງປະເຊີນກັບສະພາບອາກາດທີ່ຜິດປົກກະຕິ
ລຸນຫຼັງວັນພັກ ທີ່ກໍ່ໃຫ້ເກີດການເສຍຊີວິດ ແລະ ຄວາມເສຍ
ຫາຍ ໃນທົ່ວບໍລິເວນອັນກວ້າງໃຫຍ່ຂອງປະເທດ.

ພາຍຸຫົວກຸດ ຫຼື ໂທເນໂດຫຼາຍຫົວໄດ້ພັດຖະລົ່ມລັດເທັກຊັດ
ຢູ່ທາງພາກໃຕ້ ຫຼັງຈາກຕອນແລງຟ້າມືດ ວັນເສົາວານນີ້ ເຮັດ
ໃຫ້ຢ່າງໜ້ອຍ 7 ຄົນເສຍຊີວິດ ແລະ ທຳລາຍເຮືອນຊານ ຫຼາຍ
ຫລັງ ໃນບໍລິເວນນະຄອນດາລັສ.

ສະຖານີອຸຕຸນິຍົມ ກ່າວວ່າ ສະພາບອາກາດທີ່ຮ້າຍແຮງ ແມ່ນ
ເປັນຜົນມາຈາກ ພາຍຸລະດູໜາວ Goliath ທີ່ກໍ່ໂຕຂຶ້ນມາຈາກ
ພາກຕາເວັນຕົກ ຂອງສະຫະລັດ ແລະ ໄດ້ປະສົມປະສານກັບ ສະພາບອາກາດທີ່ ອົບອຸ່ນ
ເປັນປະຫວັດການ ທົ່ວພາກພື້ນສ່ວນໃຫຍ່ຂອງພາກໃຕ້ສະຫະລັດ.

ທ່ານ Tanager Tyler ແລະ ລູກຊາຍ ທ້າວ Mitchell ເບິ່ງລົດຄັນໜຶ່ງ ທີ່ຕົກຢູ່ຂອບທາງເຂົ້າເຮືອນຂອງ ພວກເຂົາເຈົ້າ ຫຼັງຈາກນ້ຳໄດ້ພັດມັນ ອອກຈາກທາງ ຕົກຢູ່ທີ່ແຫ່ງນັ້ນ ພ້ອມດ້ວຍຜູ້ໂດຍສານ ແລະຄົນຂັບ ທັງໝົດ 4 ຄົນ ໃນເວລາຄ່ຳຄືນມື້ກ່ອນໃນເມືອງ Pinson, ລັດ Ala., ວັນທີ 26 ທັນວາ 2015.
ທ່ານ Tanager Tyler ແລະ ລູກຊາຍ ທ້າວ Mitchell ເບິ່ງລົດຄັນໜຶ່ງ ທີ່ຕົກຢູ່ຂອບທາງເຂົ້າເຮືອນຂອງ ພວກເຂົາເຈົ້າ ຫຼັງຈາກນ້ຳໄດ້ພັດມັນ ອອກຈາກທາງ ຕົກຢູ່ທີ່ແຫ່ງນັ້ນ ພ້ອມດ້ວຍຜູ້ໂດຍສານ ແລະຄົນຂັບ ທັງໝົດ 4 ຄົນ ໃນເວລາຄ່ຳຄືນມື້ກ່ອນໃນເມືອງ Pinson, ລັດ Ala., ວັນທີ 26 ທັນວາ 2015.

ຫຼາຍພາກສ່ວນຂອງລັດເທັກຊັດ ແລະ ເຂດລັດໃກ້ຄຽງ ໂອກລາໂຮມາ ແມ່ນກຳລັງກະກຽມ
ຮັບມືກັບອັນທີ່ອາດເປັນພາຍຸຫິມະທີ່ຈະມີຫິມະຕົກລົງມາຫຼາຍເຖິງ 45 ສັງຕີແມັດ.

ສະພາບອາກາດທີ່ຜິດປົກກະຕິດັ່ງກ່າວ ໄດ້ເອົາຊີວິດ ຢ່າງໜ້ອຍ 10 ຄົນແລ້ວ ຢູ່ໃນລັດ
ມິສສິບສິບປີ. ອີກຫຼາຍຄົນເສຍຊີວິດ ໃນສອງສາມມື້ບໍ່ດົນຜ່ານມາ ຈາກພາຍຸໂທເນໂດ
ຮ້າຍແຮງຫຼາຍຫົວ ໃນພາກສ່ວນອື່ນໆຢູ່ທາງພາກໃຕ້. ມີສະພາບການນ້ຳຖ້ວມກະທັນຫັນ
ເຮັດໃຫ້ຖະໜົນເກືອບ 200 ສາຍທົ່ວລັດອາລາບາມາ ຖືກຕັດຂາດ ແລະ ເຮັດໃຫ້ພວກຄົນ
ທີ່ສັນຈອນຢູ່ນັ້ນ ຕົກຄ້າງຢູ່ຖະໜົນດັ່ງກ່າວ.

ສ່ວນຢູ່ໃນລັດຄາລີຟໍເນຍ ພະນັກງານດັບເພີງຫຼາຍກວ່າ 600 ຄົນ ແມ່ນກຳລັງຕໍ່ສູ້ກັບ
ໄຟໄໝ້ປ່າ ທີ່ໄດ້ເຜົາຜານເນື້ອທີ່ ຫຼາຍກວ່າ 500 ເຮັກຕາ. ບັນດາເຈົ້າໜ້າທີ່ກ່າວວ່າປັດຈຸ
ບັນນີ້ ໄຟຖືກຄວມຄຸມໄວ້ໄດ້ແລ້ວ 60 ເປີເຊັນ.

ປະຊາຊົນສອງຄົນ ຟ້າວແລ່ນ ຫລົບຝົນ ໃນຂະນະທີ່ ມີສຽງສັນຍານ ເຕືອນໄພ ເຖິງພາຍຸຮ້າຍແຮງ ຈະພັດຜ່ານ ໃນກາງນະຄອນ Dallas, ວັນທີ 26 ທັນວາ 2015.
ປະຊາຊົນສອງຄົນ ຟ້າວແລ່ນ ຫລົບຝົນ ໃນຂະນະທີ່ ມີສຽງສັນຍານ ເຕືອນໄພ ເຖິງພາຍຸຮ້າຍແຮງ ຈະພັດຜ່ານ ໃນກາງນະຄອນ Dallas, ວັນທີ 26 ທັນວາ 2015.

ລັດຄາລີຟໍເນຍ ໄດ້ປະສົບກັບສະພາບແຫ້ງແລ້ງ ໃນໄລຍະ 4 ປີຜ່ານມາ.

ໃນຂະນະດຽວກັນ ພາກຕາເວັນອອກຂອງສະຫະລັດ ແມ່ນກຳລັງພົບກັບສະພາບອາກາດ
ທີ່ອົບອຸ່ນ ຢ່າງບໍ່ເປັນໄປຕາມລະດູການ. ຊາວນະຄອນນິວຢອກບາງສ່ວນ ໃສ່ສົ້ງຂາສັ້ນ
ຕາມຕົວເມືອງ ໃນວັນເສົາວານນີ້ ຊຶ່ງເປັນວັນຄຣິສມັສ ແຕ່ວ່າຕ້ອງໄດ້ໃສ່ເສື້ອກັນໜາວຢູ່.
ຄາດກັນວ່າ ອຸດຫະພູມ ໃນວັນອາທິດມື້ນີ້ ຈະອຸ່ນຂຶ້ນສູງຜິດປົົກກະຕິ ສຳລັບເດືອນທັນວາ
ແລະຢູ່ໃນນະຄອນຫຼວງວໍຊິງຕັນ ກໍອາດຈະສູງຂຶ້ນເປັນສະຖິຕິທີ່ເຄີຍມີມາ ສຳລັບມື້ນີ້.

US Storms
please wait
Embed

No media source currently available

0:00 0:00:55 0:00

The United States is battling unusual post-holiday weather, causing death and destruction across large portions of the country.

Several tornadoes struck the southern state of Texas after dark Saturday, leaving at least seven people dead and destroying homes in the Dallas area.

The Weather Channel said the severe weather is a result of Winter Storm Goliath emerging from the western U.S. and interacting with the record warmth across much of the southern U.S.

Parts of Texas and neighboring Oklahoma are also bracing for what could be a crippling blizzard with as much as 45 centimeters of snow.

The unusual weather conditions have killed at least 10 people in Mississippi.Several others have died in recent days from powerful tornadoes in other parts of the south.Flash flooding conditions have closed nearly 200 roads across Alabama and trapped motorists in their cars.

California fires

In California, more than 600 fire fighters are battling a sprawling brush fire that has burned more some 500 hectares.Officials say the fire is now 60 percent contained.

California has been suffering under drought conditions for the past four years.

Meanwhile, the U.S. eastern coast is experiencing unseasonably warm weather.Some New Yorkers wore shorts around town Christmas Day, but needed a jacket by Saturday.The temperature Sunday is expected to climb back up to unusual warmth for December.Washington could reach record highs for the day.

XS
SM
MD
LG