ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນຜູ້ເສຍຊີວິດ ເພີ້ມຂື້ນ ເປັນ 17 ຄົນ ຈາກດິນເຈື່ອນທີ່ ອິນໂດເນເຊຍ


ໜ່ວຍກູ້ໄພ ກຳລັງດຶງເອົາຊາກສົບ ອອກຈາກ ບ່ອນເກີດດິນເຈື່ອນ ທີ່ໝູ່ບ້ານ Jemblung ​ຂອງແຂວງ Java ກາງ.
ໜ່ວຍກູ້ໄພ ກຳລັງດຶງເອົາຊາກສົບ ອອກຈາກ ບ່ອນເກີດດິນເຈື່ອນ ທີ່ໝູ່ບ້ານ Jemblung ​ຂອງແຂວງ Java ກາງ.

ຈຳນວນ​ຜູ້​ເສຍ​ຊີວິດ ຈາກ​ດິ​ນ​ເຈື່ອນ​ທີ່​ໄດ້​ທຳລາຍ ໝູ່​ບ້ານ​ແຫ່ງ
​ໜຶ່ງ​ຢູ່ເຂດ​ສອກ ຫລີກຫ່າງໄກ ​ຂອງອິນ​ໂດ​ເນ​ເຊຍ ​ໄດ້​ເພີ້​ມຂື້ນ
​ຈາກ 8 ​ຄົນ ​ເປັນ 17 ຄົ​ນ ​ໃນ​ຂະນະ​ທີ່​ບັນດາ​ໜ່ວຍ​ກູ້​ໄພ​ ພາ
ກັນ​ດຶງ​ເອົາ​ຊາກ​ສົບ​ອອກ​ຈາກ​ຂີ້ຕົມ ​ແລະ​ຊາກ​ຫັກ​ພັງ.

​ເກືອບ 100 ຄົນ​ຍັງ​ຫາຍ​ສາບ​ສູນ ນັບ​ຕັ້ງ​ແກ່​ໄດ້​ເກີດ​ດິນ​ເຈື່ອນ​
ໃນຕອນ​ແລງ ວັນ​ສຸກ​ວານ​ນີ້ ຍ້ອນຝົນຕົກ​ໜັກ​ຢູ່​ໝູ່​ບ້ານ Jem-
blung ​ໃນ​ເຂດ​ເມືອງ Banjarnegara ​ຂອງແຂວງ Java ກາງ.
ຂີ້ຕົມ​ໄດ້​ພັດ​ເອົາ​ເຮືອນ​ຊານ​ຫລາຍ​ກວ່າ 100 ຫລັງ​ໄປ. ຫລາຍ
​ຮ້ອງ​ຄົນ​ໄດ້​ຖືກ​ຍົກຍ້າຍ.

ອົງການຮັບ​ມື​ກັບ​ໄພ​ບິ​ພັດ​ແຫ່ງ​ຊາດ ກ່າວ​ວ່າ 15 ຄົນ​ໄດ້​ຖືກ​ຊ່ວຍ​ໄວ້​ໄດ້. ​ໃນ​ນັ້ນ 11 ​ຄົນ​
ຕ້ອງ​ໄດ້​ເຂົ້າ​ໂຮງໝໍ. ທາງອົງການ​ກ່າວອີກ​ວ່າ ຫລາຍ​ຮ້ອຍ​ຄົນ ຮວມທັງ​ຕຳຫລວດ ທະຫານ ​
ແລະ​ພວກ​ຊາວບ້ານ ພາກັນ​ຂຸດຄົ້ນ​ຢູ່​ຕາມ​ຊາກ​ຫັກ​ພັງ​ດ້ວຍ​ມື​ເປົ່າ​ ສຽມ ​ແລະ​ຊ້ວນ ເພື່ອ
​ຊອກຫາ​ຜູ້​ທີ່​ຫາຍ​ສາບ​ສູນ.

​ຝົນທີ່ຕົກລົງ​ມາ​ຢ່າງ​ໜັກອີກ​ໃນ​ວັນ​ເສົາ​ມື້​ນີ້ ​ໄດ້​ຂັດຂວາງຄວາມ​ພະຍາຍາມ​ກູ້​ໄ​ພ. ທາງ​
ການ​ໄດ້​ນຳ​ເອົາອຸບປະກອນ​ໜັກ ມາ​ຊ່ວຍ​ໃນ​ການ​ຄົ້ນຫາ.

ລະດູຝົນ​ໄດ້​ເລີ້ມ​ຂື້ນຢູ່​ໃນອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນ​ເວລາ​ທີ່​ ດິນ​ເຈື່​ອນແລະ​ນຳ້ຖ້ວມ ມັກເກີດ
ຂຶ້ນຢູ່​ເລື້ອຍໆ ຍ້ອນຝົນຕົກ​ໜັກ.

INDONESIA LANDSLIDE VO
please wait

No media source currently available

0:00 0:00:40 0:00

XS
SM
MD
LG